ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດ

04/02/2025 09:53
Email Print 203
ຂປລ ຂປລ. ທ້າຍເດືອນມັງກອນ 2025 ຜ່ານມາ, ຢູ່ສໍານັກງານປະທານາທິບໍດີບັງກລາເທດ ທີ່ ນະຄອນຫລວງດາກາ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ໂມຮໍາເມັດ ຊາຮາບຸດດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ ເຊິ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດ ອິນເດຍ.



ຂປລ. ທ້າຍເດືອນມັງກອນ
2025 ຜ່ານມາ, ຢູ່ສໍານັກງານປະທານາທິບໍດີບັງກລາເທດ ທີ່ ນະຄອນຫລວງດາກາ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ໂມຮໍາເມັດ ຊາຮາບຸດດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ ເຊິ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດ ອິນເດຍ.

ໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄໍາອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ ແລະ ການພົວພັນຮ່ວມມືທີ່ດີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ໂດຍຜ່ານທ່ານໄປຍັງ ລັດຖະບານ ແລະ ປະຊາຊົນບັງກລາເທດ ທຸກທົ່ວໜ້າ.




ທ່ານ ໂມຮໍາເມັດ ຊາຮາບຸດດິນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັກຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊ ອັນປະເສີດ
, ມິດຕະພາບ ແລະ ການພົວພັນທີ່ດີ ມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ ເຊັ່ນດຽວກັນ.

ພ້ອມນີ້, ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນ ອັນດີງາມ ລະຫວ່າງ ສປປ ລາວ ແລະ ບັງກລາເທດ, ເຫັນດີໃຫ້ ສອງປະເທດ ລາວ ແລະ ບັງກລາເທດ ຊຸກຍູ້ໃຫ້ມີການຮ່ວມມືກັນ ໃຫ້ຫລາຍໃນອະນາຄົດ ເຊິ່ງລວມທັງການແລກປ່ຽນ ການຢ້ຽມຢາມຂອງການນຳຂັ້ນຕ່າງໆ. ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊໃຫ້ ທ່ານປະທາ ນາທິບໍດີ ໂມຮໍາເມັດ ຊາຮາບຸດດິນ ພ້ອມດ້ວຍຄອບຄົວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ ວຽກງານອັນສູງສົ່ງ ຂອງ ທ່ານ.

ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດລາວ ໄດ້ຖືໂອກາດນີ້ ໂອ້ລົມກັບ ທ່ານ ຈັດຊິມ ອູດດິນ ລັດຖະມົນຕີຕ່າງປະເທດ ຂອງ ບັງກລາເທດ ແລະ ເຂົ້າພົບຫົວໜ້າກົມອາຊີ ຕາເວັນອອກສ່ຽງໃຕ້, ກະຊວງ ການຕ່າງປະເທດ ບັງກລາເທດ ເຊິ່ງທັງສອງທ່ານຕ່າງກໍສະເໜີໃຫ້ສອງປະເທດ ລາວ ແລະ ບັງກລາເທດ ພ້ອມກັນຊອກທ່າແຮງບົ່ມຊ້ອນ ເພື່ອຮ່ວມມືກັນໃຫ້ເປັນຮູບປະທຳໃນອະນາຄົດ ທັງການຮ່ວມມື ສອງຝ່າຍ ແລະ ຜ່ານກົນໄກຂອງອາຊຽນ. ພ້ອມດຽວກັນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ໄປຢ້ຽມຢາມຫ້ອງການ ກົງສຸນກິຕິມະສັກລາວ ທີ່ນະຄອນຫລວງດາກາ, ປຶກສາຫາລື ແລະ ແນະນຳໃຫ້ ທ່ານກົງສຸນ ກິຕິມະສັກລາວ ຊ່ວຍໃນການໂຄສະນາ ປະຊາສຳພັນກ່ຽວກັບ ສປປ ລາວ ເພື່ອດຶງດູດນັກທ່ອງທ່ຽວ, ທັງເປັນການສົ່ງເສີມການພົວພັນສອງຝ່າຍ ແລະ ຊ່ວຍຊຸກຍູ້ໃນການສ້າງກົນໄກ ທີ່ຈະສາມາດສົ່ງເສີມ ການຄ້າ-ການລົງທຶນ ສອງຝ່າຍ ຕື່ມອີກ.


ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025

      2/4/2025 10:11:45 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 3 ກຸມພາ ແລະ ອັດລົງໃນຕອນແລງວັນທີ 4 ກຸມພາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາ ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບ ຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.

    • ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ IIIການເມືອງ

      ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ III

      2/4/2025 10:05:11 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ III ສະມາຊິກພັກຂອງໜ່ວຍພັກຮາກຖານ ພະແນກການຕ່າງປະເທດ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ວົງໄຊ ພົມມີໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດ ນວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງ ນວ, ສະຫາຍ ຄຳມາ ແສງມີໄຊ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນວ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

    • ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024ການເມືອງ

      ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

      2/4/2025 9:52:47 PM

      ຂປລ. ວັນທີ 3 ກຸມພາ 2025 ນີ້, ຄະນະສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ປະຈໍາເຂດເລືອກຕັ້ງເມືອງຫາດຊາຍຟອງ ຈັດກອງປະຊຸມປະຈໍາປີ 2024 ເພື່ອເປັນການສະຫລຸບລາຍງານ ການເຄື່ອນ ໄຫວວຽກງານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍການເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານ ສະພາປະຊາຊົນ ນວ, ມີບັນດາຄະນະປະຈໍາ ສະພາປະຊາຊົນ ນວ, ສະມາຊິກ ສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງ ເມືອງຫາດຊາຍຟອງ ເຂົ້າຮ່ວມ.

    • ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງການເມືອງ

      ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      2/4/2025 9:44:43 PM

      ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກຳ ແລະ ປ່າໄມ້ ກໍຄື ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ, ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດເຂົ້າ, ການຜະລິດພືດ ສະບຽງອາຫານ, ການລ້ຽງສັດ-ການປະມົງ ແລະ ອື່ນໆ ເຊິ່ງປະກອບສ່ວນເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 4,1% (ລື່ນ ແຜນການ 1,5%) ກວມເອົາ 18,90% ຂອງ GDP.

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ອາເມລິກາ ປະຈໍາ ລາວການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ອາເມລິກາ ປະຈໍາ ລາວ

      2/4/2025 1:17:06 PM

      ຂປລ. ໃນວັນທີ 3 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ads
ads

Top