ຟີລິບປິນ ປະກາດໃຊ້ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ

05/02/2025 13:12
ຂປລ ທ່ານ ຟຣານຊີໂກ ທີວ ລໍເຣລ (Francisco Tiu Laurel) ລັດຖະມົນຕີ ກະຊວງ ກະສິກຳ ຟີລິບປິນ ໄດ້ປະກາດໃຊ້ ສະພາວະສຸກເສີນ ກ່ຽວກັບ ຄວາມໝັ້ນຄົງ ດ້ານສະບຽງອາຫານ ສຳລັບ ເຂົ້າສານ ເພື່ອແນໃສ່ ຄວບຄຸມລາຄາ ແລະ ຮັບປະກັນ ແຫລ່ງສະໜອງ ໃຫ້ແກ່ ປະຊາຊົນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ຟຣານຊີໂກ ທີວ ລໍເຣລ (Francisco Tiu Laurel) ລັດຖະມົນຕີ ກະຊວງ ກະສິກຳ ຟີລິບປິນ ໄດ້ປະກາດໃຊ້ ສະພາວະສຸກເສີນ ກ່ຽວກັບ ຄວາມໝັ້ນຄົງ ດ້ານສະບຽງອາຫານ ສຳລັບ ເຂົ້າສານ ເພື່ອແນໃສ່ ຄວບຄຸມລາຄາ ແລະ ຮັບປະກັນ ແຫລ່ງສະໜອງ ໃຫ້ແກ່ ປະຊາຊົນ.ຕໍ່ໜ້າສະພາວະລາຄາ ເຂົ້າສານ ພາຍໃນປະເທດ ເພີ່ມຂຶ້ນສູງ ແບບຜິດປົກກະຕິ, ຕາມກົດໝາຍວ່າ ດ້ວຍພາສີ ອາກອນ ສຳລັບ ເຂົ້າສານແລ້ວ, ລັດຖະມົນຕີ ກະຊວງກະສິກຳ ມີສິດປະກາດ ສະພາວະສຸກເສີນ ກ່ຽວກັບ ຄວາມໝັ້ນຄົງ ດ້ານສະບຽງອາຫານ ເມື່ອລາຄາເຂົ້າສານ ເພີ່ມຂຶ້ນສູງ ແບບຜິດປົກກະຕິ, ອະນຸຍາດໃຫ້ NFA ແຊກແຊງ ດ້ວຍວິທີສະໜອງເຂົ້າສານແຮສາງໃຫ້ແກ່ ບັນດາກົມກອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ເພື່ອແນໃສ່ຫລຸດລາຄາ ແລະ ປົກປ້ອງຜູ້ບໍລິໂພກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top