ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກຸ່ມການປູກພືດລົ້ມລຸກ, ພືດລະດູດຽວ ຂອງປະຊາຊົນບ້ານດອນນາງລອຍ ເມືອງມຸນລະປະໂມກ ແຂວງຈຳປາສັກ ໂດຍສະເພາະ ໝາກແຕງ, ໝາກພິກ, ໝາກເຂືອ, ຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ ມີທ່າຂະຫຍາຍຕົວ ລວມທັງ ດ້ານວິຊາການ ປັດຈຸບັນ ມີສະມາຊິກ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີ ໄດ້ເຖິງ 203,75 ໂຕນ ສາມາດຕອບສະໜອງໃຫ້ ຕະຫລາດພາຍໃນເມືອງ ແລະ ຕ່າງເມືອງ.
ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກຸ່ມການປູກພືດລົ້ມລຸກ, ພືດລະດູດຽວ ຂອງປະຊາຊົນບ້ານດອນນາງລອຍ ເມືອງມຸນລະປະໂມກ ແຂວງຈຳປາສັກ ໂດຍສະເພາະ ໝາກແຕງ, ໝາກພິກ, ໝາກເຂືອ, ຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ ມີທ່າຂະຫຍາຍຕົວ ລວມທັງ ດ້ານວິຊາການ ປັດຈຸບັນ ມີສະມາຊິກ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີ ໄດ້ເຖິງ 203,75 ໂຕນ ສາມາດຕອບສະໜອງໃຫ້ ຕະຫລາດພາຍໃນເມືອງ ແລະ ຕ່າງເມືອງ.
ທ່ານ ກິປ໋ອງ ຈຽມຈັນເພັງ ອາຍຸ 41 ປີ ປະຊາຊົນ ບ້ານດອນນາງລອຍ ເມືອງມຸນລະປາໂມກ ແຂວງຈໍາປາສັກ ຕາງໜ້າກຸ່ມຜະລິດພືດຜັກເປັນສິນຄ້າ ບ້ານດອນນາງລອຍ ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ເມືອງມຸລະປາໂມກ ຄັ້ງທີ IX ເມື່ອບໍ່ດົນມານີ້ວ່າ: ບ້ານດອນນາງລອຍ ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງມຸນລະປາໂມກ ມີເນື້ອທີ່ 674,4 ເຮັກຕາ ປະກອບມີ 4 ຄຸ້ມ ມີ 317 ຄົວເຮືອນ, ພົນລະເມືອງ 1.958 ຄົນ ຍິງ 992 ຄົນ ປະຊາຊົນສ່ວນໃຫຍ່ແມ່ນ ຕັ້ງເຮືອນລຽບຕາມແຄມນໍ້າຂອງ ເຮັດນາເປັນອາຊີບຕົ້ນຕໍ ປູກຝັງ-ລ້ຽງສັດ, ຫາປາ ແລະ ຄ້າຂາຍເປັນອາຊີບສໍາຮອງ. ຮູບແບບດໍາລົງຊີວິດແມ່ນ ອາໄສທໍາມະຊາດເປັນຕົ້ນຕໍ ມີບາງປີກໍໄດ້ຮັບຜົນກະທົບ ຈາກໄພທໍາມະຊາດເຊັ່ນ: ນໍ້າຖ້ວມ, ແຫ້ງແລ້ງ ແລະ ສັດຕູພືດທໍາລາຍ, ແຕ່ເຖິງຢ່າງໃດກໍຕາມ ພາຍໃຕ້ການນໍາພາຂອງພັກ-ລັດ ໂດຍອີງໃສ່ ມະຕິກອງປະຊຸມໃຫຍ່ສະໄໝທີ VIII ຂອງອົງຄະນະພັກເມືອງວາງອອກ, ອົງການປົກຄອງບ້ານ ແລະ ກຸ່ມຜະລິດ ໄດ້ຕັ້ງໜ້າບຸກບືນ ສຸມໃສ່ການປູກພືດຜັກ ເປັນສິນຄ້າຢ່າງກວ້າງຂວາງ ສາມາດສ້າງລາຍຮັບໃຫ້ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.
ເມື່ອກ່ອນການປູກພືດຜັກ ຂອງປະຊາຊົນເມືອງມຸນລະປະໂມກ ແມ່ນປູກແບບຄອບຄົວ ກະແຈກກະຈາຍຕາມເນື້ອທີ່ຂອງໃຜລາວ, ຂາດການວາງແຜນຜະລິດຮ່ວມກັນ ເຮັດໃຫ້ສິນຄ້າລົ້ນຕະຫລາດ, ລາຄາຖືກ. ໃນປີ 2020 ຜ່ານມາ ໂດຍໄດ້ຮັບການຊຸກຍູ້ ຈາກອົງການປົກຄອງບ້ານ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ບວກກັບຄວາມຮຽກຮ້ອງຕ້ອງການຂອງຄອບຄົວຜູ້ຜະລິດພາຍໃນບ້ານ ໃຫ້ມີການຈັດຕັ້ງກຸ່ມຜະລິດພືດຜັກເປັນສິນຄ້າຂຶ້ນ ໂດຍມີເປົ້າໝາຍສົ່ງເສີມແບບມີຈຸດສຸມ, ຮ່ວມກັນວາງແຜນການຜະລິດ, ການຕະຫລາດ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຊິ່ງໃນເບື້ອງຕົ້ນມີ 10 ຄອບຄົວ, ມີເນື້ອທີ່ການຜະລິດ 4,5 ເຮັກຕາ (ຢູ່ດອນພວນ) ປູກພືດລົ້ມລຸກ, ພືດລະດູດຽວ ປະເພດ ໝາກແຕງ, ໝາກພິກ, ໝາກເຂືອ, ຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ, ເຊິ່ງຜົນຜະລິດໄດ້ 22,75 ໂຕນ ເຫັນວ່າກຸ່ມຜະລິດດັ່ງກ່າວ ມີທ່າຂະຫຍາຍຕົວ, ດ້ານວິຊາການດີຂຶ້ນກວ່າເກົ່າ ປັດຈຸບັນ ສາມາດຂະຫຍາຍສະມາຊິກເປັນ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີສາມາດຂະຫຍາຍຕົວໄດ້ເຖິງ 203,75 ໂຕນ ສາມາດຕອບສະໜອງໃຫ້ ຕະຫລາດພາຍໃນເມືອງ ແລະ ຕ່າງເມືອງໄດ້ເປັນຢ່າງດີ.
ທ່ານ ກິປ໋ອງ ຈຽມຈັນເພັງ ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ກຸ່ມຜະລິດຂອງບ້ານດອນນາງລອຍ ໄດ້ຮັບການສົ່ງເສີມຈາກອົງການປົກຄອງເມືອງ ເປັນຕົ້ນເຄື່ອງປັ່ນດິນຂະໜາດນ້ອຍ 1 ເຄື່ອງ, ໂປ່ມນ້ຳ 1 ໜ່ວຍ, ແນວພັນພືດຊະນິດຕ່າງໆ ມູນຄ່າປະມານ 30 ລ້ານກວ່າກີບ. ພ້ອມນັ້ນ, ຍັງໄດ້ຮັບການຝຶກອົບຮົມດ້ານວິຊາການ ກ່ຽວກັບການປູກ, ການບົວລະບັດຮັກສາ ແລະ ການປ້ອງກັນສັດຕູພືດຕ່າງໆ, ເຊິ່ງບັນດາປັດໄຈພື້ນຖານ ທີ່ເຮັດໃຫ້ການຜະລິດ ຂອງປະຊາຊົນໄດ້ຮັບຜົນດີ, ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ກໍເນື່ອງມາຈາກຄວາມດຸໝັ່ນ ຂະຫຍັນພຽນ ແລະ ຄວາມເອົາໃຈໃສ່ທາງດ້ານ ການບົວລະບັດຮັກສາ ເຮັດຕາມຄຳແນະນຳຂອງວິຊາການ ໃນທຸກໆດ້ານທີ່ລົງຊຸກຍູ້ຕິດຕາມຢ່າງໃກ້ຊິດ. ສຳລັບໃນຕໍ່ໜ້າເຊື່ອວ່າ ມະຕິກອງປະຊຸມໃຫຍ່ສະໄໝທີ 9 ຂອງຄະນະບໍລິຫານງານພັກເມືອງຄັ້ງນີ້ ຈະໄດ້ຮັບການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ໃຫ້ຂະຫຍາຍຕົວອອກຢ່າງກວ້າງຂວາງ ພາຍໃນຂອບເຂດທົ່ວເມືອງມຸນລະປາໂມກຕື່ມອີກ.
ຂ່າວ: ເກດສະໜາ
KPL