ຂປລ
ຂປລ. ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ (3/2/1930-3/2/2025), ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ຂປລ. ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ (3/2/1930-3/2/2025), ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ສົ່ງພອນໄຊອັນປະເສີດ, ໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ພ້ອມດ້ວຍ ການນໍາ ພັກ, ລັດ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.
ຕະຫລອດໄລຍະ 95 ປີ ຜ່ານມາ, ພັກກອມມູນິດ ຫວຽດນາມ ອັນມີປະທານ ໂຮ່ຈີ່ມິງ ເປັນຜູ້ກໍ່ຕັ້ງ ແລະ ນຳພານັ້ນ ໄດ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະຂອງການປະຕິວັດ ຫວຽດນາມ ດ້ວຍການວາງແນວທາງທີ່ຖືກຕ້ອງ, ສະຫລາດສ່ອງໃສ ແລະ ປະດິດສ້າງ, ເດັດດ່ຽວໜຽວແໜ້ນ ນໍາພາປະຊາຊົນຫວຽດນາມອ້າຍນ້ອງ ສ້າງວິລະກໍາອັນລໍ້າເລີດໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດ ຕ້ານກັບລັດທິລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ ເພື່ອອິດສະລະພາບ ແລະ ຄວາມເປັນເອກະລາດແຫ່ງຊາດ, ສືບຕໍ່ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່, ຮອບດ້ານ, ກ້າວໄປເຖິງການປົດປ່ອຍ ແລະ ທ້ອນໂຮມປະເທດຊາດ ໄດ້ຢ່າງສົມບູນໃນປີ 1975. ພິເສດ, ພາຍຫລັງ ດໍາເນີນພາລະກິດປ່ຽນແປງໃໝ່ ໃນໄລຍະເກືອບ 40 ປີ ໂດຍແມ່ນ ພັກກອມມູນິດ ຫວຽດນາມ ເປັນຜູ້ລິເລີ່ມ ແລະ ນໍາພາ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ, ເປັນປະຫວັດສາດ ເຊິ່ງໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ມີຄວາມເຂັ້ມແຂງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນຂອງ ພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ, ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫລວງ, ຮອບດ້ານທີ່ ພັກກອມມູນິດຫວຽດນາມ ຍາດມາໄດ້ ຕະຫລອດໄລຍະທີ່ຜ່ານມາ. ບັນດາຜົນງານຂອງ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ມີຄວາມໝາຍສໍາຄັນ, ເລິກເຊິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມເທົ່ານັ້ນ, ແຕ່ຫາກຍັງເປັນບົດຮຽນອັນລໍ້າຄ່າ, ເປັນສິ່ງປຸກລະດົມກໍາລັງໃຈອັນແຮງກ້າໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ໃນການດໍາເນີນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະ ນາປະເທດຊາດຂອງຕົນ ໃນໄລຍະໃໝ່.
ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍການເສີມຂະຫຍາຍມູນເຊື້ອການປະຕິວັດ ອັນພິລະອາດຫານ ແລະ ບັນດາຜົນງານອັນໃຫຍ່ຫລວງ, ຮອບດ້ານ ທີ່ຍາດມາໄດ້ນັ້ນ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສຳເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນພາລະກິດ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຫວຽດນາມ, ຈັດຕັ້ງປະຕິບັດສໍາເລັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມ ໄດ້ຢ່າງມີໄຊ ແລະ ກະກຽມຈັດກອງປະຊຸມໃຫຍ່ແຕ່ລະຂັ້ນ ເພື່ອກ້າວເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃຫ້ສໍາເລັດຜົນ ເພື່ອສືບຕໍ່ສ້າງ ປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດ ອຸດສາຫະກຳ ຕາມທິດທັນສະໄໝ, ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ກ້າວຂຶ້ນຕາມທິດສັງຄົມນິຍົມ ຢ່າງໜັກແໜ້ນ.
ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຄຽງຄູ່ກັບບັນດາຜົນສໍາເລັດອັນສໍາຄັນທີ່ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມ ແລະ ໄດ້ຜ່ານການທົດສອບໃນແປວໄຟປະຕິວັດ ມາເປັນເວລາຫລາຍທົດສະວັດນັ້ນ ໄດ້ກາຍເປັນສາຍພົວພັນ ທີ່ບໍລິສຸດຜຸດຜ່ອງ, ເປັນມູນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງ ສອງຊາດ, ເປັນໜຶ່ງໃນປັດໄຈຕັດສິນ ໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນ ຍິ່ງໄດ້ຮັບການເອົາໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກ ໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.
ເນື່ອງໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍຄວາມສໍາຄັນນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອອັນລໍ້າຄ່າ, ໃຫຍ່ຫລວງ, ມີປະສິດທິຜົນ ແລະ ທັນການ ແກ່ພາລະກິດການປະຕິວັດລາວ ຕະຫລອດໄລຍະຜ່ານມາ. ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ເຮັດສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນ ທີ່ຫາຍາກນີ້ໃຫ້ໝັ້ນຄົງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງສອງຊາດ ກໍຄື ເພື່ອປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດ ທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຕະຫລອດໄປ.
KPL