ສະຫລຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2024

03/02/2025 15:30
Email Print 139
ຂປລ ຂປລ. ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 3 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ
2024 ຈັດຂຶ້ນໃນວັນທີ 3 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາ, ບັນດາຄະນະພັກ, ອົງການນໍາແຕ່ລະຂັ້ນ ແລະ ອົງການຈັດຕັ້ງກວດກາພັກ-ລັດ ຢູ່ແຕ່ລະບ່ອນໄດ້ດໍາເນີນການເຄື່ອນໄຫວ ປະຕິບັດວຽກງານຢ່າງເຄັ່ງຮ້ອນຕາມພາລະບົດບາດ, ໄດ້ສຸມໃສ່ວຽກງານ ຕາມມະຕິຂອງສະພາແຫ່ງຊາດ, ປະຕິບັດການກວດກາຕາມປະກົດການ ການລະເມີດ ຕາມຄໍາຮ້ອງ-ຄໍາສະເໜີ ແລະ ຕາມການຕົກລົງມອບໝາຍຂອງຂັ້ນເທິງ. ກອງປະຊຸມຄັ້ງນີ້, ຈະໄດ້ສະຫລຸຕີລາຄາຄືນຜົນໄດ້ຮັບທັງໝົດ, ນັບທັງດ້ານດີຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ເຊິ່ງຈະໄດ້ຄົ້ນຄວ້າປຶກສາຫາລືບັນຫາຕ່າງໆ ໃຫ້ເລິກເຊິ່ງເຮັດໃຫ້ຜົນສໍາເລັດ ທີ່ຍາດມາໄດ້ກໍຄືດ້ານທີ່ຍັງອ່ອນ-ຄົງຄ້າງ, ໄດ້ຮັບການພິຈາ ລະນາ ຢ່າງຖືກຕ້ອງຊັດເຈນຕາມຄວາມເປັນຈິງ, ສາມາດຖອດຖອນໃຫ້ໄດ້ບົດຮຽນ ກໍຄື ບັນຫາຕົວຈິງ ເພື່ອເປັນບ່ອນອີງ ໃຫ້ການປັບປຸງແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ລົງເລິກຄົ້ນຄວ້າປຶກ ສາຫາລື ແລະ ປະກອບຄຳຄິດ-ຄຳເຫັນຕໍ່ຮ່າງບົດສະຫລຸບ ຕີລາຄາການເຄື່ອນໄຫວ ວຽກງານຕິດຕາມກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີ, ການຕິດຕາມ-ກວດກາ ການແກ້ໄຂຜົນຂອງການກວດກາ. ພ້ອມນີ້, ຍັງຈໄດ້ຕີລາຄາເຖິງການປັບປຸງພາຍໃນຂອງຄະນະກວດກາ ແລະ ອົງການກວດກາແຕ່ລະຂັ້ນ ໂດຍສະເພາະ ແມ່ນການປັບປຸງກົງຈັກການຈັດຕັ້ງ ປີ 2024 ລວມທັງການປຶກສາຫາລືກ່ຽວກັບ ທິດທາງແຜນການ ເຄື່ອນໄຫວ ວຽກຈຸດສຸມໃນປີ 2025 ຕື່ມອີກ.




ທ່ານ ຄໍາພັນ ພົມມະທັດ ຍັງໃຫ້ຮູ້ອີກວ່າ: ປີ
2025 ເປັນປີມ້ວນທ້າຍ ໃນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ຈຶ່ງມີຄວາມຈໍາເປັນຕ້ອງປະຕິບັດ ວຽກງານດ້ວຍຈິດໃຈບຸກບືນສູງສຸດ; ຕ້ອງຮັບການປະຕິບັດຢ່າງແຂງແຮງ ໃນຂົງເຂດວຽກງານ. ນອກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການສະເໜີ ແລະ ແນະນຳບາງເນື້ອໃນ ເອກະສານທີ່ສຳຄັນຈຳນວນໜຶ່ງ ເພື່ອເປັນບ່ອນອີງໃຫ້ ຄະນະກວດກາກະຊວງ-ອົງການ ແລະ ບັນດາແຂວງໃນການຈັດຕັ້ງປະຕິບັດ.

KPL

ຂ່າວອື່ນໆ

    • ປະຊາຊົນບ້ານດອນນາງລອຍ ເດັ່ນໃນການປູກພືດຜັກເປັນສິນຄ້າການເມືອງ

      ປະຊາຊົນບ້ານດອນນາງລອຍ ເດັ່ນໃນການປູກພືດຜັກເປັນສິນຄ້າ

      2/3/2025 3:41:21 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກຸ່ມການປູກພືດລົ້ມລຸກ, ພືດລະດູດຽວ ຂອງປະຊາຊົນບ້ານດອນນາງລອຍ ເມືອງມຸນລະປະໂມກ ແຂວງຈຳປາສັກ ໂດຍສະເພາະ ໝາກແຕງ, ໝາກພິກ, ໝາກເຂືອ, ຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ ມີທ່າຂະຫຍາຍຕົວ ລວມທັງ ດ້ານວິຊາການ ປັດຈຸບັນ ມີສະມາຊິກ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີ ໄດ້ເຖິງ 203,75 ໂຕນ ສາມາດຕອບສະໜອງໃຫ້ ຕະຫລາດພາຍໃນເມືອງ ແລະ ຕ່າງເມືອງ.

    • ລັດຖະບານ ດໍາເນິນກອງປະຊຸມ ສະໄໝສາມັນ ປະຈຳເດືອນມັງກອນການເມືອງ

      ລັດຖະບານ ດໍາເນິນກອງປະຊຸມ ສະໄໝສາມັນ ປະຈຳເດືອນມັງກອນ

      2/3/2025 3:35:20 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄດ້ໄຂຂຶ້ນໃນ ວັນທີ 3 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍ ຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ

    • ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ-ອຸປະທູດ ຕ່າງປະເທດ ປະຈໍາລາວການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ-ອຸປະທູດ ຕ່າງປະເທດ ປະຈໍາລາວ

      2/3/2025 1:39:43 PM

      ຂປລ. ໃນວັນທີ 31 ມັງກອນ 2025 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Ambassador Grata Endah Werdaningtyas) ເອກອັກຄະລັດຖະທູດ ແຫ່ງ ສ ອິນໂດເນເຊຍ ປະຈໍາ ສປປ ລາວ ໂດຍທ່ານໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມື ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ຕະຫລອດໄລຍະ 6 ທົດສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ສິງຫາ 1957.

    • ສະຫລອງວັນສ້າງຕັ້ງໜັງສືພິມ ກອງທັບປະຊາຊົນລາວ ຄົບຮອບ 60 ປີການເມືອງ

      ສະຫລອງວັນສ້າງຕັ້ງໜັງສືພິມ ກອງທັບປະຊາຊົນລາວ ຄົບຮອບ 60 ປີ

      2/3/2025 1:33:16 PM

      ຂປລ. ພິທີສະເຫລີມສະຫລອງວັນສ້າງຕັ້ງ ໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ (20/1/1965-20/1/2025) ຈັດຂຶ້ນໃນວັນທີ 31 ມັງກອນ 2025 ຜ່ານມາ ໂດຍມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຜູ້ຕາງໜ້າກົມ, ຫ້ອງການ, ກອງອ້ອມຂ້າງກະ ຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານອາວຸໂສບຳນານ ຕະຫລອດຮອດຄະນະພັກ-ຄະນະບັນນາ ທິການ, ພະນັກງານ-ນັກຮົບ ທົ່ວກອງບັນນາທິການ ໜັງສືພິມກອງທັບປະຊາຊົນລາວ ເຂົ້າຮ່ວມ.

    • ສານອວຍພອນ ວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີການເມືອງ

      ສານອວຍພອນ ວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ

      2/3/2025 10:58:47 AM

      ຂປລ. ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ (3/2/1930-3/2/2025), ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ads
ads

Top