ສະຫລອງວັນສ້າງຕັ້ງໜັງສືພິມ ກອງທັບປະຊາຊົນລາວ ຄົບຮອບ 60 ປີ

03/02/2025 13:33
Email Print 192
ຂປລ ຂປລ. ພິທີສະເຫລີມສະຫລອງວັນສ້າງຕັ້ງ ໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ (20/1/1965-20/1/2025) ຈັດຂຶ້ນໃນວັນທີ 31 ມັງກອນ 2025 ຜ່ານມາ ໂດຍມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຜູ້ຕາງໜ້າກົມ, ຫ້ອງການ, ກອງອ້ອມຂ້າງກະ ຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານອາວຸໂສບຳນານ ຕະຫລອດຮອດຄະນະພັກ-ຄະນະບັນນາ ທິການ, ພະນັກງານ-ນັກຮົບ ທົ່ວກອງບັນນາທິການ ໜັງສືພິມກອງທັບປະຊາຊົນລາວ ເຂົ້າຮ່ວມ.



ຂປລ. ພິທີສະເຫລີມສະຫລອງວັນສ້າງຕັ້ງ ໜັງສືພິມກອງທັບປະຊາຊົນລາວ ຄົບຮອບ
60 ປີ (20/1/1965-20/1/2025) ຈັດຂຶ້ນໃນວັນທີ 31 ມັງກອນ 2025 ຜ່ານມາ ໂດຍມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຜູ້ຕາງໜ້າກົມ, ຫ້ອງການ, ກອງອ້ອມຂ້າງກະ ຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານອາວຸໂສບຳນານ ຕະຫລອດຮອດຄະນະພັກ-ຄະນະບັນນາ ທິການ, ພະນັກງານ-ນັກຮົບ ທົ່ວກອງບັນນາທິການ ໜັງສືພິມກອງທັບປະຊາຊົນລາວ ເຂົ້າຮ່ວມ.




ໃນພິທີ ສະຫາຍ ພັນໂທ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການ ໜັງສືພິມກອງທັບປະຊາຊົນລາວ ໄດ້ຫວນຄືນມູນເຊື້ອປະຫວັດແຫ່ງການກຳເນີດ
, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງໜັງສືພິມກອງທັບປະຊາຊົນລາວ ສ້າງໄດ້ຕະຫລອດ 60 ປີ. ໃນວັນທີ 20 ມັງກອນ 1965 ໜັງສືພິມກອງທັບ ປົດປ່ອຍປະຊາຊົນລາວ ສະບັບທຳອິດ ກໍໄດ້ຮັບການຜະລິດ ແລະ ພິມຈໍາໜ່າຍອອກສູ່ສາຍຕາ ຂອງມະຫາຊົນຢູ່ທີ່ເຂດທີ່ໝັ້ນ ເມືອງວຽງໄຊ ແຂວງຫົວພັນ ດ້ວຍລະບົບການພິມແບບຕີໂປ. ການກໍາເນີດຂຶ້ນຂອງໜັງສືພິມ ກອງທັບປົດປ່ອຍປະຊາຊົນລາວ ແມ່ນເຫດການປະຫວັດ ສາດ ທີ່ມີຄວາມໝາຍ ອັນເລິກເຊິ່ງ ແລະ ເປັນຂີດໝາຍ ຂອງການເຕີບໃຫຍ່ຂະຫຍາຍຕົວ ຂອງ ກອງທັບປົດປ່ອຍປະຊາຊົນລາວ ສະທ້ອນໃຫ້ເຫັນຄວາມເອົາໃຈໃສ່ ຂອງຄະນະພັກການທະຫານສູນກາງ ທີ່ມີຕໍ່ວຽກງານການເມືອງແນວຄິດ. ຕະຫລອດໄລຍະ 60 ປີຜ່ານມາ ໜັງສືພິມກອງທັບປະຊາຊົນລາວ ໄດ້ຮັບການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນ ດ້ານຄວາມໄວ ໄດ້ກ້າວຈາກລາຍເດືອນເປັນລາຍອາທິດ, ສອງຄັ້ງຕໍ່ອາທິດ ແລະ ກ້າວມາເປັນລາຍວັນ, ດ້ານເນື້ອໃນ ໄດ້ຮັບການພັດທະນາຈາກຄວາມຍາວ 4 ໜ້າເພີ່ມຂຶ້ນເປັນ 8 ໜ້າ, ປະກອບມີຫລາຍກວ່າ 40 ຄໍລໍາ, ດ້ານຮູບຮ່າງສີສັນ ກໍໄດ້ພັດທະນາຈາກຂາວດໍາມາເປັນສອດສີ, ດ້ານປະລິມານ ກໍໄດ້ເພີ່ມຂຶ້ນຕາມ ຄວາມຮຽກຮ້ອງຕ້ອງ ການ ຂອງຜູ້ອ່ານທັງພາຍໃນ ແລະ ນອກກອງທັບ. ພິເສດ ຍັງໄດ້ອອກໜັງສືພິມເອເລັກໂຕຣນິກ ຫລື ເວັບໄຊ ເຊິ່ງມີທັງພາສາລາວ, ພາສາອັງກິດ ແລະ ມີເຟດບຸກ ທີ່ມີຊື່ວ່າ: Lao People’s Army News.


ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ຍາດມາໄດ້ຕະຫລອດໄລຍະ 60 ປີຜ່ານມາ, ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນນາທິການ, ພະນັກງານ-ນັກຮົບ ທົ່ວກອງບັນນາທິການໜັງສືພິມ ກອງທັບປະຊາຊົນ ລາວ ຫລາຍບັນຫາສໍາຄັນ ເປັນຕົ້ນ ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກະຕິ ເຮັດໃຫ້ເຂົາເຈົ້າຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອການຕໍ່ ສູ້ພິລະອາດຫານ ຂອງກອງທັບ ກໍຄື ມູນເຊື້ອຂອງໜັງສືພິມກອງທັບປະຊາຊົນລາວ ໄປຄຽງຄູ່ກັບການສ້າງແບບ ແຜນວິທີເຮັດວຽກທີ່ມີວິທະຍາສາດ ເພື່ອສືບຕໍ່ປັບປຸງໜັງສືພິມ ກອງທັບປະຊາຊົນລາວ ໃຫ້ມີສີສັນຈົບງາມ, ມີເນື້ອໃນອຸດົມສົມບູນເລິກເຊິ່ງ ໂດຍນໍາສະເໜີບັນຫາທີ່ສັງຄົມໃຫ້ຄວາມສົນໃຈເພີ່ມຂຶ້ນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ບໍ່ຜິດພາດທາງດ້ານການເມືອງ, ສະເໜີຂ່າວໃຫ້ວ່ອງໄວທັນເວລາ, ປັບປຸງວິທີການນໍາສະເໜີຂ່າວ, ຮູບແບບໂຄງສ້າງຂ່າວ ທີ່ກະທັດຮັດກົງກັບປະເດັນ, ຫລາກຫລາຍ, ປະດິດສ້າງ ແລະ ຊວນອ່ານ. ພ້ອມນີ້, ກໍໃຫ້ແລກປ່ຽນບົດຮຽນ ນໍານັກຂ່າວຮຸ່ນອາວຸໂສ, ສື່ຂອງກອງທັບກັບສື່ມວນຊົນອ້ອມຂ້າງສູນກາງໃນການຂຽນຂ່າວ, ຂຽນບົດ, ຖ່າຍຮູບ ແລະ ເຕັກນິກການຈັດໜ້າ ອອກແບບໃຫ້ເຂົ້າສູ່ຫລັກການ ແລະ ມີຈຸດພິເສດເດັ່ນສະເພາະ ຂອງໜັງສືພິມກອງທັບປະຊາຊົນລາວ, ປັບປຸງເນື້ອໃນໜ້າເວັບໄຊຂອງໜັງສືພິມກອງທັບ ໃຫ້ທັນສະໄໝ ມີເນື້ອໃນດີ, ບັນຈຸຫລາຍຄໍລຳ ແລະ ເພີ່ມບັນດາກົດໝາຍທີ່ກ່ຽວຂ້ອງກັບກອງທັບ ແລະ ກົດໝາຍອື່ນໆ ທີ່ສຳຄັນ ເຂົ້າໃນເວັບໄຊໜັງສືພິມ ກອງທັບປະຊາຊົນລາວ, ການອັບເດດໃຫ້ວ່ອງໄວທັນເວລາ ແລະ ຖືກຕ້ອງຊັດເຈນ.ພ້ອມກັນນີ້, ຕ້ອງເອົາໃຈໃສ່ນໍາພາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກົມກອງຄວາມສະຫງົບ, ສ້າງ ແລະ ຮັກສາໃຫ້ໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ, ຄຽງຄູ່ກັນນີ້ກໍ່ຕ້ອງເຊີດຊູຈິດ ໃນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ຂຸດຂົ້ນທ່າແຮງບົ່ມຊ້ອນການຫາລາຍໄດ້ ຈາກການໂຄສະນາຜະລິດ ຕະພັນໃຫ້ບັນດາລັດວິຫາຫະກິດ, ບໍລິສັດຫ້າງຮ້ານ ແລະ ການຂາຍໜັງສືພິມສູ່ທາງນອກ ເພື່ອສ້າງແຫລ່ງທຶນ ມາພັດທະນາກົມກອງ ເຮັດໃຫ້ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ, ເຊື່ອມຊຶມກໍາແໜ້ນແນວທາງການຕ່າງປະເທດຂອງພັກ ແລະ ອື່ນໆ.


ໂອກາດດຽວກັນ, ຍັງໄດ້ມອບຫລຽນໄຊພິລະອາດຫານ ຊັ້ນ I ໃຫ້ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ແລະ ມອບຫລຽນໄຊພິລະອາດຫານ ຊັ້ນ III ໃຫ້ພະແນກການ ທີ່ຂຶ້ນກັບກອງບັນນາທິການ ໜັງສືພິມກອງທັບປະຊາຊົນລາວ ຈຳນວນ 7 ພະແນກຄື: ພະແນກຂ່າວພາຍໃນກອງທັບ, ພະແນກຂ່າວ ເສດຖະກິດ, ວັດທະນະທຳ-ສັງຄົມ, ພະແນກຂ່າວຕ່າງປະເທດ, ພະແນກຕານ່າງຂ່າວ ແລະ ເພື່ອນຮ່ວມງານ, ພະແນກໜັງສືພີມເອເລັກໂຕຣນິກ, ພະແນກເຕັກນິກ-ຈັດໜ້າ ແລະ ພະແນກບໍລິຫານ-ການເງິນ.

ຂໍ້ມູນ-ພາບ: ໜັງສືສິມກອງທັບ

KPL

ຂ່າວອື່ນໆ

    • ປະຊາຊົນບ້ານດອນນາງລອຍ ເດັ່ນໃນການປູກພືດຜັກເປັນສິນຄ້າການເມືອງ

      ປະຊາຊົນບ້ານດອນນາງລອຍ ເດັ່ນໃນການປູກພືດຜັກເປັນສິນຄ້າ

      2/3/2025 3:41:21 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກຸ່ມການປູກພືດລົ້ມລຸກ, ພືດລະດູດຽວ ຂອງປະຊາຊົນບ້ານດອນນາງລອຍ ເມືອງມຸນລະປະໂມກ ແຂວງຈຳປາສັກ ໂດຍສະເພາະ ໝາກແຕງ, ໝາກພິກ, ໝາກເຂືອ, ຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ ມີທ່າຂະຫຍາຍຕົວ ລວມທັງ ດ້ານວິຊາການ ປັດຈຸບັນ ມີສະມາຊິກ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີ ໄດ້ເຖິງ 203,75 ໂຕນ ສາມາດຕອບສະໜອງໃຫ້ ຕະຫລາດພາຍໃນເມືອງ ແລະ ຕ່າງເມືອງ.

    • ລັດຖະບານ ດໍາເນິນກອງປະຊຸມ ສະໄໝສາມັນ ປະຈຳເດືອນມັງກອນການເມືອງ

      ລັດຖະບານ ດໍາເນິນກອງປະຊຸມ ສະໄໝສາມັນ ປະຈຳເດືອນມັງກອນ

      2/3/2025 3:35:20 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄດ້ໄຂຂຶ້ນໃນ ວັນທີ 3 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍ ຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ

    • ສະຫລຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2024ການເມືອງ

      ສະຫລຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2024

      2/3/2025 3:30:11 PM

      ຂປລ. ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 3 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ-ອຸປະທູດ ຕ່າງປະເທດ ປະຈໍາລາວການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ-ອຸປະທູດ ຕ່າງປະເທດ ປະຈໍາລາວ

      2/3/2025 1:39:43 PM

      ຂປລ. ໃນວັນທີ 31 ມັງກອນ 2025 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Ambassador Grata Endah Werdaningtyas) ເອກອັກຄະລັດຖະທູດ ແຫ່ງ ສ ອິນໂດເນເຊຍ ປະຈໍາ ສປປ ລາວ ໂດຍທ່ານໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມື ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ຕະຫລອດໄລຍະ 6 ທົດສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ສິງຫາ 1957.

    • ສານອວຍພອນ ວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີການເມືອງ

      ສານອວຍພອນ ວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ

      2/3/2025 10:58:47 AM

      ຂປລ. ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ (3/2/1930-3/2/2025), ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ads
ads

Top