ຂປລ
ທ່ານ ຈອນ ດອນເນລລີ ຜູ້ອຳນວຍການ ສຳນັກງານດັບເພີງ ແລະ ຈັດການ ສະຖານະການ ສຸກເສີນ ໃນນະຄອນຫລວງ ວໍຊິງຕັນ ຖະແຫລງວ່າ: ເຈົ້າໜ້າທີ່ ພົບຮ່າງ ຜູ້ເສຍຊີວິດ 28 ຄົນ ໃນນີ້ແບ່ງເປັນ ເຮືອບິນ ໂດຍສານ 27 ຄົນ
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ, ທ່ານ ຈອນ ດອນເນລລີ ຜູ້ອຳນວຍການ ສຳນັກງານດັບເພີງ ແລະ ຈັດການ ສະຖານະການ ສຸກເສີນ ໃນນະຄອນຫລວງ ວໍຊິງຕັນ ຖະແຫລງວ່າ: ເຈົ້າໜ້າທີ່ ພົບຮ່າງ ຜູ້ເສຍຊີວິດ 28 ຄົນ ໃນນີ້ແບ່ງເປັນ ເຮືອບິນ ໂດຍສານ 27 ຄົນ ແລະ ແຮລິກົບແຕ້ 1 ຄົນ ຈາກ ເຫດການ ເຮືອບິນໂດຍສານ ບອມບາເດຍຣ ຊີອາຣເຈ-700 ຂອງ ອາເມລິກາ ແອຣລາຍ ຕຳກັບ ແຮລິກົບແຕ້ ແບລກຮອກ ຂອງ ກອງທັບ ສະຫະລັດ ຢູ່ແມ່ນໍ້າ ໂພໂທແມກ ໃນນະຄອນຫລວງ ວໍຊິງຕັນ.
ໂດຍຖ້ຽວບິນ ອາເມລິກາ ອີເກີລ ເດີນທາງ ມາຈາກເມືອງ ວິຊີຕາ ໃນລັດແຄນຊັສ ເພື່ອມຸ້ງໜ້າໄປຍັງ ນະຄອນ ຫລວງ ວໍຊິງຕັນ ພ້ອມທັງ ຜູ້ໂດຍສານ 60 ຄົນ ແລະ ຈຸບັນ 4 ຄົນ, ສ່ວນເຮລິກົບແຕ້ ແບລກຮວກ ຂອງກອງທັບສະຫະລັດ ມີເຈົ້າໜ້າທີ່ 3 ຄົນ ຢູ່ລະຫວ່າງ ການຝຶກຊ້ອມ ຊຶ່ງເດີນທາງມາຈາກ ຄ້າຍທະຫານ ຟອດຣ ເບລວໍຣ ໃນລັດເວີຣຈີເນຍ. ຂະນະທີ່ ສະພາບ ອາກາດ ໜາວເຢັນ ແລະ ການໄຫລ ຂອງ ກະແສນໍ້າ ໃນແມ່ນໍ້າໂພໂທແມກ ເປັນອຸປະສັກສຳຄັນ ໃນການຄົ້ນຫາ. /
KPL