ຂປລ
ໂດຍສົມທົບກັບການປຸກລະດົມ ແລະ ການຊຸກຍູ້ການຕໍ່ສູ້ ຢ່າງແຂງແຮງທາງດ້ານການເມືອງຂອງມະຫາຊົນ ກັບການຜັນຂະຫຍາຍກຳລັງການເມືອງ ແລະ ການທະຫານພາກສ່ວນໜຶ່ງທີ່ສຳຄັນເຂົ້າໃນສອງນະຄອນເປັນກາງ.
*ໂດຍສົມທົບກັບການປຸກລະດົມ ແລະ ການຊຸກຍູ້ການຕໍ່ສູ້ ຢ່າງແຂງແຮງທາງດ້ານການເມືອງຂອງມະຫາຊົນກັບການຜັນຂະຫຍາຍກຳລັງການເມືອງ ແລະ ການທະຫານພາກສ່ວນໜຶ່ງທີ່ສຳຄັນເຂົ້າໃນສອງນະຄອນເປັນກາງ, ຊຸກຍູ້ການຂົນຂວາທະຫານສັດຕູ ແລະ ການຕໍ່ສູ້ຢ່າງເດັດດ່ຽວທາງດ້ານກົດໝາຍຢູ່ໃນບັນດາອົງການປະສົມ, ພວກເຮົາສາມາດສ້າງທ່າສະໜາມປະຕິວັດໃໝ່ຢູ່ໃນຕົວເມືອງ ແລະ ຊົນນະບົດໃນເຂດກວດກາຊົ່ວຄາວຂອງຝ່າຍວຽງຈັນ. ຕາມສັນຍາວຽງຈັນ 21 ກຸມພາ 1973 ສະຫະລັດອາເມລິກາ ຕ້ອງຖອນທີ່ປຶກສາ ແລະ ກຳລັງທະ ຫານທັງໝົດຂອງເຂົາອອກຈາກລາວ. ພວກເຂົາໄດ້ຄົບຄິດກຳລັງປະຕິການ ແລະ ໃຊ້ລູກມືຂອງເຂົາລະເມີດສັນຍາວຽງຈັນ, ພວກເຂົາຍັງສືບຕໍ່ຮັກສາລັດທິລ່າເມືອງຂຶ້ນແບບໃໝ່ຢູ່ລາວ. ພວກເຂົາໄດ້ສືບຕໍ່ຖີ້ມລະເບີດຍິງທຳລາຍ ແລະ ເປີດບັ້ນຮົບບຸກຕີບຽດຢຶດເຂົ້າເຂດປົດປ່ອຍຂອງບັນດາກຳລັງຮັກຊາດ, ໃຊ້ທະຫານ, ຕຳຫລວດເກາະຜິດນາບຂູ່ພະນັກງານຂອງແນວລາວຮັກຊາດທີ່ເຂົ້າໄປເຈລະຈາກັບຝ່າຍວຽງຈັນ.
ວັນທີ 20 ສິງຫາ 1973 ອາເມລິກາ ໄດ້ໃຊ້ພວກລູກມືຂວາຈັດຈາກດິນໄທ ເຂົ້າມາເຮັດລັດຖະປະຫານຢູ່ວຽງຈັນ, ໝາຍຈະລົບລ້າງສັນຍາວຽງຈັນ ແລະ ມ້າງເພການປະຕິບັດສັນຍາດ່ັງກ່າວ ແຕ່ການລັດຖະປະຫານນັ້ນຖືກກຳລັງຮັກຊາດ ແລະ ປະຊາຊົນວຽງຈັນ ດັບມອດໃຫ້ທັນທີ. ໃນວັນທີ 14 ກັນຍາ 1973 ທັງສອງຝ່າຍໄດ້ເຊັນອະນຸສັນຍາຂອງສັນຍາວຽງຈັນເຊິ່ງໄດ້ກຳນົດວ່າ: ລັດຖະບານປະສົມ ແລະ ຄະນະມົນຕີແຫ່ງຊາດນັ້ນ ທັງສອງຝ່າຍຕ້ອງມີຈຳນວນເທົ່າທຽມກັນ ແລະ ແຫ່ງບ່ອນນັ່ງຈຳນວນໜຶ່ງໃຫ້ຜູ້ຊົງຄຸນວຸດທິ ບໍ່ສັງກັດພັກການເມືອງໃດ; ໄດ້ຕົກລົງລະອຽດກ່ຽວກັບການປັກຫລັກໝາຍຢຸດຍິງ; ຈັດສົ່ງຜູ້ຖືກຈັບ ແລະ ການຊອກຫາການຫາຍສາບສູນໃນປາງສົງຄານ; ຊ່ວຍເຫລືອຜູ້ອົບພະຍົບກັບຄືນບ້ານເກີດເມືອງນອນຂອງເຂົາເຈົ້າ; ຕົກລົງຈັດຕັ້ງຕຳຫລວດປະສົມທີ່ປະກອບດ້ວຍຈຳນວນພົນ ແລະ ການປະກອບອາວຸດເທົ່າກັນເຂົ້າວຽງຈັນ ແລະ ຫລວງພະບາງເພ່ືອປົກປັກຮັກສາ ສອງນະຄອນເປັນກາງ.
ພາຍຫລັງອານຸສັນຍາໄດ້ຮັບການລົງນາມ, ຢູ່ເຂດປົດປ່ອຍໄດ້ ມີການກະກຽມຢ່າງຂຸ້ມຂ້ຽວ ເພື່ອເຂົ້າສອງນະຄອນເປັນກາງ ແລະ ເຂົ້າໄປເຂດກວດກາຊົ່ວຄາວຂອງຝ່າຍວຽງຈັນ. ພ້ອມກັນນັ້ນ, ກໍຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາວຂອງສັດຕູ, ເດັດດ່ຽວລົງໂທດທຸກການກະທຳຂອງພວກເຂົາທີ່ບຸກລຸກລ່ວງລ້ຳເຂົ້າເຂດປົດປ່ອຍ, ລະເມີດສັນຍາວຽງຈັນ. ໃນວັນທີ 24 ມັງກອນ 1974, ກຳລັງທະຫານຂອງຝ່າຍປະຕິວັດພ້ອມດ້ວຍພາຫານະຕ່າງໆ ໄດ້ເຄື່ອນເຂົ້າສອງນະຄອນເປັນກາງຢ່າງໄວ ແລະ ຢຶດທີ່ຕັ້ງຕາມຈຸດຍຸດທະສາດທີ່ສຳຄັນ. ເດືອນເມສາ 1974 ສູນກາງພັກ ໄດ້ມີມະຕິຊີ້ໃຫ້ເຫັນຈຸດພິເສດຂອງສະພາບການຢູ່ລາວຄື: ການປະຕິວັດໄດ້ຫັນຈາກການຕໍ່ສູ້ດ້ວຍອາວຸດມາເປັນການຕໍ່ສູ້ດ້ວຍການເມືອງ, ມາຮອດໄລຍະນີ້ຢູ່ໃນລາວໄດ້ເກີດມີສາມເຂດທີ່ມີອຳນາດການປົກຄອງຕ່າງກັນຄື: ເຂດປົດປ່ອຍກວມເນື້ອທີ່ 4/5 ຂອງທົ່ວປະເທດ, ເຂດກວດກາຂອງຝ່າຍວຽງຈັນ ແລະ ເຂດເປັນກາງຢູ່ໃຕ້ອຳນາດການປົກຄອງປະສົມຂັ້ນສູນກາງ. ສະຖານະການໂລກກໍຄືພາກພື້ນ, ເປັນຕົ້ນສະຖານະການຢູ່ອິນດູຈີນ ໄດ້ມີການຂະຫຍາຍຕົວເປັນຜົນດີ ໃຫ້ແກ່ການປະຕິວັດລາວ.ໂດຍເລີ່ມຈາກຈຸດພິເສດຂອງສະພາບການດັ່ງກ່າວ, ສູນກາງພັກໄດ້ກຳນົດທິດທາງ ແລະ ໜ້າທີ່ລວມຂອງການປະຕິວັດອອກ ຄື: ຍົກສູງຄັນທຸງສັນຕິພາບ, ເອກະລາດ, ປະຊາທິປະໄຕ ຄວາມຖືກຕ້ອງປອງດອງ ແລະ ເອກະ ພາບຂອງຊາດ; ເພີ່ມທະວີຄວາມສາມັກຄີປວງຊົນ, ຄວາມສາມັກຄີສາກົນ, ເພີ່ມທະວີກຳລັງປະຕິວັດໃນທຸກດ້ານ, ເດັດດ່ຽວປົກປັກຮັກສາ ແລະ ກໍ່ສ້າງເຂດປົດປ່ອຍໃຫ້ເປັນຄືລັດໜຶ່ງ, ປັບປຸງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ເຮັດໃຫ້ເຂດປົດປ່ອຍກາຍເປັນ ທີ່ໝັ້ນອັນແໜ້ນແກນຂອງການ ປະຕິວັດທົ່ວປະເທດ. ໂຄສະນາ ສຶກສາອົບຮົມ, ປຸກລະດົມທຸກກຳລັງ, ຍູ້ແຮງຂະບວນການປະຕິວັດຂອງ ມະຫາຊົນຢູ່ໃນເຂດກວດກາຊົ່່ວ ຄາວຂອງຝ່າຍກົງກັນຂ້າມ, ທວງໃຫ້ ປົວແປງຊີວິດການເປັນຢູ່, ທວງເອົາ ສິດເສລີພາບປະຊາທິປະໄຕ, ທວງໃຫ້ປະຕິບັດສັນຍາວຽງຈັນຢ່າງເຂັ້ມງວດ, ເຮັດໃຫ້ນະຄອນຫລວງວຽງຈັນ ແລະ ນະຄອນຫລວງພະບາງເປັນກາງຢ່າງແທ້ຈິງ, ເດັດດ່ຽວປົກປັກຮັກສາສັນຕິພາບ, ປົກປັກຮັກສາລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງ ແຫ່ງຊາດ,ປະຕິບັດຄວາມຖືກຕ້ອງປອງດອງຊາດ; ຕ້ັງໜ້າເສີມຂະຫຍາຍຄຸນປະໂຫຍດຂອງບັນດາກຳລັງຮັກຊາດຢູ່ສອງນະຄອນເປັນກາງ ແລະ ຄຸນປະໂຫຍດຂອງສອງສະຖາບັນປະສົມ; ເດັດດ່ຽວຕໍ່ສູ້ຕ້ານທຸກກົນອຸບາຍ ແລະ ທຸກການກະທຳມ້າງເພທຳລາຍຂອງພວກຈັກກະພັດ ແລະ ປະຕິການ.
ວັນທີ 7 ພຶດສະພາ 1974 ຊາວໜຸ່ມນັກຮຽນ-ນັກສຶກສາ, ຊາວນະຄອນຫລວງວຽງຈັນ ຫລາຍໝື່ນຄົນພາກັນຫລັ່ງໄຫລອອກສູ່ ຖະໜົນເດີນຂະບວນຮ້ອງຄຳຂວັນ “ສັນຕິພາບ ແລະ ຄວາມຖືກຕ້ອງປອງດອງຊາດໝັ້ນຍືນ”, “ສະໜັບສະໜູນລັດຖະບານປະສົມແຫ່ງຊາດ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ”, “ໂຄ່ນລົ້ມພວກດືື້ດ້ານທຳລາຍສັນຕິພາບ” ແລະ ອື່ນໆ. ຖັດຈາກນັ້ນ ແມ່ນຂະບວນການຕໍ່ສູ້ອັນແຂງແຮງຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆ ເປັນຕົ້ນແມ່ນການຕໍ່ສູ້ຂອງສະຫະພັນແຮງງານ, ຂອງ ກຳມະກອນເຮັດວຽກຢູ່ໃນອົງການຕ່າງໆຂອງອາເມລິກາ, ຂອງຂ້າລາຊະການ ແລະ ກຳມະກອນໂຮງໝໍໂອບີ, ຂອງຂ້າລາຊະການຢູ່ວຽງຈັນ, ຂອງກຳມກອນໂຮງເລື່ອນ ແຂວງຄຳມ່ວນ ແລະ ແຫ່ງອື່ນໆໃນທົ່ວປະເທດ.
KPL