ການຫາ-ລ່າ ສັດນໍ້າ-ສັດປ່າ ຕ້ອງມີຂອບເຂດ

17/01/2025 12:00
Email Print 1014
ຂປລ ຄໍລຳ “ຂຽວສົດ ສະອາດ ງົດງາມ ຫລື ສິ່ງແວດລ້ອມ” ໜັງສືພິມປະເທດລາວສະບັບວັນສຸກຜ່ານມາ, ໄດ້ສະເໜີບົດຫົວຂໍ້ “ແຫລ່ງທ່ອງທ່ຽວທີ່ດຶງດູດຄວາມສົນໃຈ ຕ້ອງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ”.

      *ຄໍລຳ “ຂຽວສົດ ສະອາດ ງົດງາມ ຫລື ສິ່ງແວດລ້ອມ” ໜັງສືພິມປະເທດລາວສະບັບວັນສຸກຜ່ານມາ, ໄດ້ສະເໜີບົດຫົວຂໍ້ “ແຫລ່ງທ່ອງທ່ຽວທີ່ດຶງດູດຄວາມສົນໃຈ ຕ້ອງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາສະບັບນີ້ ຂໍສະເໜີກ່ຽວກັບຫົວຂໍ້ “ການຫາ-ລ່າ ສັດນໍ້າ-ສັດປ່າຕ້ອງມີຂອບເຂດ” ໃຫ້ທ່ານຜູ້ອ່ານຕື່ມອີກ.

ກະແສຂອງການພັດທະນາຂອງໂລກ ໄດ້ຫລິງເຫັນຄວາມສໍາຄັນຄວາມຍືນຍົງ ແລະ ສີຂຽວ. ຂະນະທີ່ປະເທດລາວເຮົາ ໄດ້ຖືເອົາການຂະຫຍາຍເນື້ອທີ່ປ່າໄມ້ໃຫ້ກວມອັດຕາສ່ວນໃຫຍ່ໃນລະດັບ 70%, ນອກຈາກການເພີ່ມເນື້ອທີ່ເຂດສີຂຽວແລ້ວ ໃນຕົວຂອງມັນກໍ່ແມ່ນໃຫ້ຊັບພະຍາກອນທໍາມະຊາດ ກໍ່ຄືສິ່ງທີ່ມີຊີວິດອຸດົມສົມບູນ, ໃນນັ້ນ ກໍ່ລວມທັງສັດນໍ້າ-ສັດປ່າບໍ່ໃຫ້ສູນພັນ, ກາຍເປັນມໍລະດົກອັນລໍ້າຄ່າໄວ້ໃຫ້ລູກຫລານຕໍ່ໄປ.ເວົ້າເຖິງວຽກງານອະນຸລັກສັດນໍ້າ-ສັດປ່າ ຢູ່ປະເທດເຮົາ ຕະຫລອດໄລຍະຜ່ານມາ ແມ່ນໄດ້ຮັບຄວາມເອົາໃຈໃສ່ ແລະ ປະຕິບັດໄດ້ດີ ມີຜົນສໍາເລັດໃນລະດັບໜຶ່ງທີ່ໜ້າພໍໃຈ ເຊິ່ງໄດ້ເປັນພື້ນຖານອັນສໍາຄັນ ປະກອບສ່ວນໃຫ້ແກ່ການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ. ສະແດງອອກບັນດາພັນສັດນໍ້າ-ສັດປ່າ ໄດ້ຮັບການອະນຸລັກຮັກສາ ແລະ ຂະຫຍາຍຕື່ມ ຕາມສະພາບເງື່ອນໄຂຕົວຈິງຂອງເຂດອະນຸລັກ... ແຕ່ລະປີຍັງມີການຈັດພິທີປ່ອຍສັດນໍ້າ-ສັດປ່າສູ່ແຫລ່ງທໍາມະຊາດ ເພື່ອການຂະຫຍາຍພັນ ເຊິ່ງການປ່ອຍປາ ແລະ ສັດປ່າ ໄດ້ເປັນຂະບວນຟົດຟື້ນໃນທົ່ວປະເທດ, ຂະນະດຽວກັນ ກໍ່ໄດ້ມີການເອົາໃຈໃສ່ໃນວຽກງານໂຄສະນາ ປຸກລະດົມທົ່ວສັງຄົມ ໃນການອະນຸລັກສັດນໍ້າ-ສັດປ່າ ດ້ວຍຫລາຍຮູບການ ແລະ ເນື້ອໃນ. ສໍາຄັນໃນນັ້ນ ກໍ່ແມ່ນການປຸກລະດົມ ປະຕິບັດກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ເປັນຕົ້ນການຫາປາ, ການລ່າສັດ ແມ່ນເດັດຂາດ ຫ້າມໃນລະດູຂະຫຍາຍພັນ, ການຫາປາ ແລະ ສັດປ່າເປັນອາຫານ ທີ່ສ່ຽງຕໍ່ການສູນພັນ, ລວມທັງການຄ້າຂາຍສັດນໍ້າ-ສັດປ່າ ພັນຕ່າງໆຕາມລະບຽບກົດໝາຍ.

ຢ່າງໃດກໍ່ຕາມບັນຫາທີ່ຖືກຕັ້ງຂຶ້ນ ກ່ຽວກັບສັດນໍ້າກໍ່ຄືສັດປ່າ ເພື່ອບໍ່ໃຫ້ພວກມັນສູນພັນ, ສໍາຄັນອັນໜຶ່ງໂດຍອີງໃສ່ສະພາບເງື່ອນໄຂ ແລະ ຈຸດພິເສດການດໍາລົງຊີວິດຂອງຄົນລາວຄວນປ່ຽນແປງພຶດຕິກໍາທີ່ເປັນການສ່ຽງ ເຮັດໃຫ້ສັດນໍ້າ-ສັດປ່າສູນພັນ, ເປັນຕົ້ນການຫາປາ-ລ່າສັດ ມາເປັນອາຫານທີ່ໃຊ້ເຄື່ອງມືມີລັກສະນະດັບກ້ຽງ, ການຄ້າຂາຍສັດນໍ້າ-ສັດປ່າຫາຍາກ, ຫວງຫ້າມ...ການຫາເພື່ອບໍລິໂພກຄອບຄົວກໍ່ອາດຈະບໍ່ພໍເທົ່າໃດ, ແຕ່ດຽວນີ້ ກາຍເປັນການຫາມາຂາຍ, ໂຕເລັກໂຕນ້ອຍ ບໍ່ເລືອກ, ຍາມຖືພາບໍ່ລະເວັ້ນ, ຍາມປາໄຂ່ກໍ່ຫາ ແລະ ຫາແບບບໍ່ມີຂອບເຂດຈໍາກັດ, ໄດ້ຫລາຍເທົ່າໃດຍິ່ງດີ ເຊິ່ງບັນຫານີ້ກໍ່ມີບາງຄໍາເຫັນວ່າ ເຮົາຍັງຄາຂອດກວດກາຕິດຕາມທີ່ດີ? ປ່ອຍປະໃຫ້ຫາຢ່າງເສລີ?.ແນວໃດກໍ່້ດີ ເພື່ອເຮັດໃຫ້ສັດນ້ຳ-ສັດປ່າຖຶືກຄຸ້ມຄອງ, ປົກປັກຮັກສາ ຈຸດສໍາຄັນໜຶ່ງຄວນຫັນພຶດຕິກໍາ ການຫາປາຂອງຄົນເຮົາເອງ ເຊິ່ງຄວນປ່ຽນແປງທັງແນວຄິດ, ການບໍລິໂພກ ແລະ ການນໍາໃຊ້ເຄື່ອງມືຫາປາ ບວກໃສ່ເວລາໃດຄວນຫາ, ຫາສໍ່າໃດ.

ການອະນຸລັກສັດນໍ້າ-ສັດປ່າ ແມ່ນສໍາຄັນ ແລະ ມີຄຸນຄ່າຕໍ່ການພັດທະນາ, ນອກຈາກຈະສ້າງຄວາມອຸດົມສົມບູນ ໃຫ້ທໍາມະຊາດໂດຍກົງ, ຕໍ່ໄປຍັງສາມາດສ້າງເປັນແຫລ່ງທ່ອງທ່ຽວ ທີ່ຈະສາມາດສ້າງລາຍຮັບໃຫ້ປະເທດກໍ່ຄືປະຊາຊົນບ້ານໃນເຂດໃຫ້ຄຽງ ທີ່ໄດ້ມີສ່ວນຮ່ວມ ອັນຖືເປັນກະແສການພັດທະນາແບບສີຂຽວ-ຍືນຍົງ. ພວກເຮົາຕ້ອງປຸກລະດົມກັນ, ທຸກຄົນທີ່ຍັງບໍລິໂພກສັດນໍ້າ-ສັດປ່າ ກໍ່ຈໍາເປັນຕ້ອງຫັນປ່ຽນພຶດຕິກໍາ ທີ່ມີລັກສະນະສົ່ງເສີມການຫາປາ-ລ່າສັດທີ່ສ່ຽງຕໍ່ການສູນພັນຂອງສັດນໍ້າ-ສັດປ່າ.
KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top