ສປຈີນ ຈະຊື້ພະລັງງານຈາກ ສ.ອາເມລິກ

02/11/2025 10:58
Email Print 103
ຂປລ ທ່ານ ຄຣີສ ໄຣ ລັດຖະມົນຕີ ພະລັງງານ ແລະ ທ່ານ ດັກ ເນີຣກັມ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ໄທ ຈະເປັນຕົວແທນ ຂອງ ລັດຖະບານ ສ.ອາເມລິກາ ໃນການເຈລະຈາ ກັບ ລັດຖະບານ ຈີນ ກ່ຽວກັບ ການທີ່ຈີນ ຈະຊື້ພະລັງງານ ຈາກ ສ.ອາເມລິກາ ອີກຄັ້ງ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 31 ຕຸລາວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໃຫ້ຮູ້ ກ່ຽວກັບ ການປຶກສາຫາລື ກັບ ປະທານປະເທດຈີນ ທ່ານ ສີຈິ້ນຜິງ  ໃນເມືອງປູຊານຂອງ ສ.ເກົາຫລີ ວ່າ: ທ່ານ ຄຣີສ ໄຣ ລັດຖະມົນຕີ ພະລັງງານ ແລະ ທ່ານ ດັກ ເນີຣກັມ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ໄທ ຈະເປັນຕົວແທນ ຂອງ ລັດຖະບານ ສ.ອາເມລິກາ ໃນການເຈລະຈາ ກັບ ລັດຖະບານ ຈີນ ກ່ຽວກັບ ການທີ່ຈີນ ຈະຊື້ພະລັງງານ ຈາກ ສ.ອາເມລິກາ ອີກຄັ້ງ ແຕ່ຍັງບໍ່ໄດ້ໃຫ້ ຂໍ້ມູນລາຍລະອຽດ.

ໃນຂະນະທີ່ ຈີນ ໄດ້ຢຸດຕິ ການນຳເຂົ້າ ນໍ້າມັນດີບ ຈາກ ສ.ອາເມລິກາ ແລະ ມີການຂາຍຕໍ່ ແກັສທຳມະຊາດປະເພດແຫລວ (ແອລເອັນຈີ) ຂອງ ສ.ອາເມລິກາ ນັບຕັ້ງແຕ່ ຕົ້ນປີນີ້, ເນື່ອງຈາກ ທັງສອງປະເທດ ໄດ້ກຳນົດ ອັດຕາພາສີສູງຕໍ່ກັນ ເຮັດໃຫ້ ການຄ້າຂາຍ ສິນຄ້າ ເກືອບທຸກຊະນິດ ບໍ່ສາມາດເກີດຂຶ້ນໄດ້ ມານນານແລ້ວ. ສ່ວນຂໍ້ມູນ ດ້ານພາສີຂອງຈີນ ລະບຸວ່າ: ແອລເອັນຈີ ແລະ ນໍ້າມັນດີບ ຂອງ ສ.ອາເມລິກາ ກວມເອົາ ອັດຕາສ່ວນ ການນຳເຂົ້າປະມານ 5% ແລະ 2% ຕາມລຳດັບ ເມື່ອປີກາຍ./

KPL

ຂ່າວອື່ນໆ

ads
ads

Top