ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກ

16/01/2025 11:54
Email Print 545
ຂປລ “ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້.

   *“ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້, ເມື່ອຫວນຄືນຫລັງບໍ່ວ່າຈະເປັນບຸນປະເພນີ, ງານແຕ່ງດອງ ແລະ ງານສ້າງສັນຕ່າງໆແມ່ນບໍ່ເຄີຍປະຖິ້ມລາບ, ຈະເຫັນລາບຢູ່ເທິງໂຕະ, ພາເຂົ້າໂດຍສະເພາະແມ່ນລາບປາ, ລາບຊີ້ນງົວ, ລາບເປັດ, ລາບໄກ່ງວງ... ສະນ້ັນ ເພ່ືອໃຫ້ລາບກາຍເປັນເອກະລັກວັດທະນະທໍາ ອາຫານລາວຕະຫລອດໄປ ຫລາ້ສຸດ, ສະມາຄົມນັກທຸລະກິດແມ່ຍິງໄດ້ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຍື່ນໜັງສືເຖິງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນທີ່ຮຽບຮ້ອຍແລ້ວເພື່ອສະເໜີເອົາອາຫານລາວ ກໍຄື “ລາບ” ເຂົ້າຈົດທະບຽນເປັນມໍລະດົກໂລກໃນອະນາຄົດ.

   ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ທັງເປັນປະທານສະມາຄົມນັກທຸລະກິດ ແມ່ຍິງກ່າວວ່າ: ການທີ່ສະເໜີເອົາ “ລາບ” ເຊິ່ງເປັນອາຫານພື້ນເມືອງຂອງລາວເຂົ້າໄປຈົດທະບຽນເປັນມໍລະດົກໂລກ ກໍຍ້ອນວ່າ “ລາບ” ເປັນອາຫານທີ່ຢູ່ຄູ່ກັບຄົນລາວ ແລະ ມີຄວາມເປັນມາເປັນເວລາດົນນານ ແລະ ມີເອກະລັກບໍ່ຄືກັບປະເທດອື່ນ, ເວລາຈັດງານສໍາຄັນຕ່າງໆເຊັ່ນ: ແຕ່ງດອງ, ງານລ້ຽງ, ຂຶ້ນເຮືອນໃໝ່, ສູ່ຂວັນ ແລະ ອື່ນໆ ຕ້ອງມີ “ລາບ” ຢູ່ດ້ວຍທຸກຄັ້ງເຮັດໃຫ້ໝັ້ນໃຈໄດ້ວ່າ “ລາບ” ອາຫານພື້ນເມືອງຂອງລາວເປັນເອກະລັກ ແລະ ການປຸງແຕ່ງທີ່ບ່ໍຄືກັບປະເທດອື່ນໆ ແລະ ສາມາດສະເໜີຂໍຈົດທະບຽນເປັນມໍລະດົກໂລກໄດ້ໃນຕໍ່ໜ້າ.

   ໂດຍ: ລູກສາວຫລ້າ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top