ພູມະໂລງຈຸດຫມາຍປາຍທາງການທ່ອງທ່ຽວໃຫມ່

08/01/2025 09:57
Email Print 1768
ຂປລ ວັນທີ 2-3 ມັງກອນ 2025 ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສົມທົບພາກສ່ວນກ່ຽວຂ້ອງຂອງເມືອງໂພນທອງ, ບ້ານນາຫວ້າ ຮ່ວມກັບທີມງານວິຊາການຈາກບໍລິສັດ Green Discovery ແລະ ນັກຖ່າຍພາບໂຄສະ ນາການທ່ອງທ່ຽວ ໄດ້ຮ່ວມເດີນທາງສຳຫລວດ ແລະ ເກັບກຳຂໍ້ມູນເຂດພູມະໂລງ ເມືອງໂພນທອງ ແຂວງຈຳປາສັກ.

    *ວັນທີ 2-3 ມັງກອນ 2025 ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສົມທົບພາກສ່ວນກ່ຽວຂ້ອງຂອງເມືອງໂພນທອງ, ບ້ານນາຫວ້າ ຮ່ວມກັບທີມງານວິຊາການຈາກບໍລິສັດ Green Discovery ແລະ ນັກຖ່າຍພາບໂຄສະ ນາການທ່ອງທ່ຽວ ໄດ້ຮ່ວມເດີນທາງສຳຫລວດ ແລະ ເກັບກຳຂໍ້ມູນເຂດພູມະໂລງ ເມືອງໂພນທອງ ແຂວງຈຳປາສັກ ເຂົ້າຮ່ວມເດີນທາງໃນຄັ້ງນີ້ໂດຍມີ  ທ່ານ ປອ ວັນນະໄຊ ຊາດຕະກຸນ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ. 

   ຈຸດປະສົງເພືອເປັນການສຳຫລວດ ແລະ ເກັບກຳຂໍ້ມູນເບື້ອງຕົ້ນ ໃນການຂຽນແຜນພັດທະນາເສັ້ນທາງຍ່າງປ່າເຂດພູມະໂລງ ເມືອງໂພນທອງ ແຂວງຈຳປາສັກ ເພື່ອຈະກຳນົດເປັນກິດຈະກຳ ການທ່ອງທ່ຽວຍ່າງປ່າທຳມະຊາດ ແບບປະຊາຊົນມີສ່ວນຮ່ວມ ສຳລັບກຸ່ມທ່ອງທ່ຽວສະເພາະທີ່ມັກການທ່ອງທ່ຽວໃນຮູບແບບດັ່ງກ່າວ. 

    ເຊິ່ງໄດ້ກຳນົດເອົາເສັ້ນທາງຈາກບ້ານນາຫວ້າ ເມືອງໂພນທອງ ເປັນຈຸດເລີ່ມຕົ້ນການເດີນທາງໃນໄລຍະທາງໄປ-ກັບທັງໝົດ 15,4 ກິໂລແມັດ ກຳນົດເວລາ 2 ວັນ 1 ຄືນ ຜ່ານການເດີນທາງເຫັນວ່າເສັ້ນທາງດັ່ງກ່າວມີປ່າໄມ້ຫລາຍປະເພດ ທີ່ຍັງຄົງຄວາມອຸດົມສົມບູນ ມີຫ້ວຍນໍ້າທຳມະຊາດທີ່ສວຍງາມຫລາຍສາຍ, ມີພື້ນທີ່ສຳລັບເປັນບ່ອນຕັ້ງເຕັ້ນນອນທີ່ເໝາະສົມ ແລະ ມີຈຸດຊົມວິວຫລາຍບ່ອນທີ່ສວຍງາມ ໂດຍສະເພາະຈຸດສູງສຸດຂອງຈອມພູມະໂລງ ສາມາດແນມເຫັນທິວທັດທີ່ສວຍງາມຂອງນະຄອນປາກເຊ ແລະ ມູມ 360 ອົງສາຂອງແຂວງຈໍາປາສັກ  ໂດຍເຫັນວ່າເສັ້ນທາງທ່ອງທ່ຽວພູມະໂລງນີ້ ມີຄວາມເປັນໄປໄດ້ໃນການເປີດໃຫ້ ບໍລິການນັກທ່ອງທ່ຽວກຸ່ມນັກຍ່າງປ່າພະຈົນໄພ  ທັງຍັງເປັນທ່າແຮງທີ່ສາມາດຈັດກິດຈະກຳທ່ອງທ່ຽວພິຊິດຈອມພູມະໂລງ ທີ່ໄກ້ກັບເທດສະບານຂອງແຂວງຈໍາປາສັກທີ່ສຸດ ທີ່ສາມາດກໍານົດເປັນລາຍການທ່ອງທ່ຽວຍ່າງປ່າທຳມະຊາດອີກແຫ່ງໜື່ງຢູ່ແຂວງຈຳປາສັກ ໂດຍການມີສ່ວນຮ່ວມຂອງປະຊາຊົນໃນຊຸມຊົນ ໃນເຂດບ້ານນາຫວ້າ ແລະ ບ້ານໃກ້ຄຽງໄດ້ໃນອະນາຄົດ.

    ເຊິ່ງຈະສ້າງລາຍຮັບ ແລະ ມີຜົນປະໂຫຍດໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ ທັງເປັນການປູກຈິດສຳນຶກໃຫ້ປະຊາຊົນຮັກ ແລະ ປົກປັກຮັກສາປ່າໄມ້ທີ່ອຸດົມສົມບູນ ທີ່ເປັນຊັບພະຍາກອນທາງທໍາມະຊາດທີ່ສວຍງາມນີ້ໄວ້ຄຽງຄູ່ກັບການຊຸກຍູ້ສົ່ງເສີມສ້າງວຽກເຮັດງານທຳເປັນພະນັກງານນໍາທ່ຽວ ແລະ ບໍລິການປິ່ນອ້ອມການທ່ອງທ່ຽວໄລຍະຍາວ.  ອັນຈະເປັນການໂຄສະນາສົ່ງເສີມການທ່ອງທ່ຽວທາງທໍາມະຊາດ ທັງແຂກພາບໃນ ແລະ ຕ່າງປະເທດຫລາຍຂຶ້ນ ປະກອບສ່ວນອັນສຳຄັນໃນການປະຕິບັດວາລະຂອງແຂວງ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ໃນການພັດທະນາການທ່ອງທ່ຽວ ປີ 2024-2025 ໃຫ້ມີຜົນສຳເລັດຕາມຄາດຫມາຍ.

ພາບໂດຍ: ສີວິໄຊ ມະນີວົງ, ແອນ້ອຍ
KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top