ເອີຣົບ ມີມະຕິເຫັນດີຮັບ ຣູມານີ-ບູນກາລີ ເປັນສະມາຊິກຄວາມຕົກລົງເຊງເກນ

13/12/2024 13:06
Email Print 1187
ຂປລ ກອງປະຊຸມ 27 ປະເທດ ສະມາຊິກ ສະຫະພາບ ເອີຣົບ (ອີຢູ) ມີມະຕິເຫັນດີຮັບ ຣູມານີ ແລະ ບູນກາລີ ເຂົ້າເປັນສະມາຊິກ ຂອງສັນຍາ ເຊັງເກນ(Schengen) ຊຶ່ງຈະຊ່ວຍ ອຳນວຍຄວາມສະດວກ ໃຫ້ກັບການເດີນທາງ ລະຫວ່າງ ສະມາຊິກ, ໂດຍບໍ່ຈຳເປັນຕ້ອງ ສະແດງໜັງສື ເດີນທາງ ແລະ ຂໍວິຊ້າ.

ຂປລ.ສຳນັກ​ຂ່າວ ​ຕ່າງປະ​ເທດ ລາຍ​ງານ​ວ່າ: ວັນ​ທີ 12 ທັນວານີ້, ກອງ​ປະຊຸມ 27 ປະ​ເທດ ສະມາຊິກ ສະຫະພາບ ​ເອີຣົບ (ອີ​ຢູ) ​ມີ​ມະຕິ​ເຫັນ​ດີ​ຮັບ ຣູມາ​ນີ ​ແລະ ບູນກາລີ ​ເຂົ້າ​ເປັນ​ສະມາຊິກ​ ຂອງ​ສັນຍາເຊັງ​ເກນ(Schengen) ຊຶ່ງ​ຈະ​ຊ່ວຍ ​ອຳນວຍ​ຄວາມ​ສະດວກ​ ໃຫ້​ກັບ​ການ​ເດີນທາງ​ ລະຫວ່າງ ສະມາຊິກ, ​ໂດຍ​ບໍ່​ຈຳ​ເປັນຕ້ອງ ສະ​ແດງ​ໜັງສື ​ເດີນທາງ ​ແລະ ຂໍ​ວິ​ຊ້າ.

ການ​ເປັນ​ສະມາຊິກ ​ຄວາມ​ຕົກລົງ ​ເຊັງ​ເກນ​ ຂອງ​ທັງ​ສອງ​ປະ​ເທດ ຈະ​ມີ​ຜົນ​ ຕັ້ງ​ແຕ່​ວັນ​ທີ 1 ມັງກອນ 2025,​​ໃນ​ຂະນະ​ທີ່ ຣູມາ​ນີ ​ແລະ ບູນກາລີ ​ເປັນ​ສະມາຊິກ ອີ​ຢູ ​ຕັ້ງ​ແຕ່​ປີ 2007 ​ເຂົ້າ​ສູ່​ຂະ​ບວນການ ບູລະນະການ ຂອງ​ເຊ​ງ​ເກນ ​ເມື່ອ​ເດືອນ​ມີນາ​ ທີ່​ຜ່ານ​ມາ ​ເປີດ​ຊາຍ​ແດນ​ ທາງ​ອາກາດ ​ແລະ ທາງ​ທະ​ເລ ຍົກ​ເວັ້ນວີຊາ ສຳລັບ​ຜູ້​ຖື​ໜັງສື​ ເດີນທາງ​ຂອງ​ກຸ່ມ​ ເຊັງ​ເກນ.

ແຕ່ຢ່າງ​ໃດ​ກໍ່ຕາມ ຕະຫລອດ​ໄລຍະ​ ເວລາ​ທີ່​ຜ່ານ​ມາ ອົດ​ສະຕຣາລີ ​ເປັນ​ປະ​ເທດ​ດຽວ ທີ່​ບໍ່​ເຫັນ​ດີ ​ຂອງ​ການ​ເຂົ້າ​ຮ່ວມ ຄວາມ​ຕົກລົງ​ ເຊັ​ງ​ເກນ​ຂອງ ຣູມາ​ນີ ​ແລະ ບູນກາລີ ​ໂດຍ​ໃຫ້​ເຫດຜົນ​ກ່ຽວ​ກັບ ຄວາມ​ກັງວົນ ​ເລື່ອງ​ສະຖາ​ນະ​ການ​ ຜູ້​ອົບ​ພະຍົບ ທີ່​ທັງ​ສອງ​ປະ​ເທດ ຍັງ​ບໍ່​ສາມາດ ຈັດການ​ໄດ້ ຢ່າງ​ມີ​ປະສິດທິພາບ./.

KPL

ຂ່າວອື່ນໆ

    • ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງຂ່າວຕ່າງປະເທດ

      ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງ

      7/15/2026 3:23:51 PM

      ຄະ​ນະຊີ້ນຳ ການ​ສຳຫລວດ​ ເສດ​ຖະ​ກິດ​ປີ 2026 ສູນ​ກາງ ໄດ້​ຈັດ​ກອ​ງ​ປະ​ຊຸມ ​ສະຫລຸບ​ ການ​ສຳຫລວດ ​ເສດ​ຖະ​ກິດ​ປີ 2026. ນີ້​ແມ່ນ 1 ໃນ 3 ການ​ສຳຫລວດ​ ສະ​ຖິ​ຕິ​ແຫ່ງ​ຊາດ ​ດ້ວຍຂະ​ໜາດ​ໃຫຍ່, ເຊິ່ງ​ມີ​ຄວາມ​ໝາຍ​ ຍຸດ​ທະ​ສາດ​ສຳ​ລັບ ​ການ​ປັບ​ປຸງ​ລະ​ບົບ ​ຂໍ້​ມູນ​ດ້ານ​ເສດ​ຖະ​ກິດ​ ແຫ່ງ​ຊາດ​ໃຫ້​ສົມ​ບູນ​ແບບ.

    • ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງຂ່າວຕ່າງປະເທດ

      ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງ

      7/15/2026 3:09:16 PM

      ກຸ່ມ​ບໍ​ລິ​ສັດ ​ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ຈຳ​ກັດ​ ສາ​ຂາ​ໜານ​ໜິງ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄຕ​ມາດ​ທີ 2 ຂອ​ງ​ປີ​ນີ້, ຂະ​ບວນ​ລົດ​ໄຟ​ຈີນ-ຫວຽດ​ນາມ ​ຈາກ​ເຂດກວາງ​ຊີ​ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ 8.940 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ 13,5% ເມື່ອ​ທຽບ​ໃສ່ ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ຂອງ​ຂະ​ບວນ​ລົດ​ໄຟຈີນ-ຫວຽດ​ນາມ ​ຟື້ນ​ຕົວ​ດີ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ.

    • ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%ຂ່າວຕ່າງປະເທດ

      ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%

      7/15/2026 2:53:24 PM

      ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນ ບັນລຸ ຫລາຍກວ່າ 69.000 ຕື້ຢວນ, ຂະຫຍາຍຕົວ ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ ປີກາຍ ຖ້າຄິດໄລ່ ດ້ວຍລາຄາ ທີ່ບໍ່ປ່ຽນແປງ.

    • ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກຂ່າວຕ່າງປະເທດ

      ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກ

      7/15/2026 2:53:15 PM

      ທ່ານ ວາງຮູ້ນິງ ກໍາມະການປະຈໍາ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ປະທານສະພາ ປຶກສາການ ເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ພົບປະຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ທີ່ນໍາພາໂດຍ ທ່ານ ເລມິງຈີ ກໍາມະການ ກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ.

    • ສ.ອາເມລິກາ  ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍຂ່າວຕ່າງປະເທດ

      ສ.ອາເມລິກາ ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍ

      7/15/2026 2:51:58 PM

      ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິກາ ໄດ້​ລົງ​ບົດ​ຄວາມ​ ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ບົນ​ພື້ນ​ຖານ​ ການ​ສົນ​ທະ​ນາ ​ກັບ​ຜູ້​ນຳ​ປະ​ເທດ ​ຕາ​ເວັນ​ອອກ​ກາງ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕົນ​ໄດ້​ຕົກ​ລົງ​ ຈະ​ໃຊ້​ສັນ​ຍາ​ການ​ຄ້າ​ ແລະ ການ​ລົງ​ທຶນ ​​ທີ່​ບັນ​ດາ​ປະ​ເທດ ​ອ່າວ​ເປີ​ເຊຍ ເຊັນ​ກັບ ສ.​ອາ​ເມ​ລິກາ​ ມາປ່ຽນ​ແທນ​​ເກັບ ຄ່າ​ຂົນ​ສົ່ງ​ສິນ​ຄ້າ ​ຜ່ານ​ຊ່ອງ​ແຄບ​ ຮໍ​ມຸ​ສ​ ເປັນ 20%

ads
ads

Top