ບໍລິສັດ ອາລີອັນສ໌ ປະກັນໄພລາວ ປ່ຽນຊື່ໃໝ່ເປັນ ບໍລິສັດ ປະກັນໄພ ແຫ່ງປະເທດລາວ ຈໍາກັດ

12/12/2024 19:27
Email Print 758
ຂປລ ຂປລ. ພິທີປະກາດການປ່ຽນແປງຜູ້ຖືຫຸ້ນ ແລະ ປ່ຽນຊື່ຈາກ ບໍລິສັດ ອາລີອັນສ໌ ປະກັນໄພລາວ ຈໍາກັດ ມາເປັນ ບໍລິສັດ ປະກັນໄພ ແຫ່ງປະເທດລາວ ຈໍາກັດ (ບປລ) ຫລື Assurances General Laos (AGL) ຈັດຂຶ້ນໃນວັນທີ 11 ທັນວາ 2024 ພາຍໃຕ້ການເປັນເຈົ້າຂອງກໍາມະສິດ 100% ໂດຍກະຊວງການເງິນ ແຫ່ງ ສປປ ລາວ, ແຕ່ຍັງຄົງຮັກສາມາດຕະຖານ ແລະ ນະໂຍບາຍຕໍ່ລູກຄ້າຄືເກົ່າ, ພ້ອມທັງກຽມຂະຫຍາຍຜະລິດຕະພັນ ການບໍລິການໃນຕໍ່ໜ້າ ເພື່ອຕອບສະໜອງຄວາມຕ້ອງການແທດເໝາະ ກັບຍຸກປັດຈຸບັນ ແລະ ອະນາຄົດ.




ຂປລ. ພິທີປະກາດການປ່ຽນແປງຜູ້ຖືຫຸ້ນ ແລະ ປ່ຽນຊື່ຈາກ ບໍລິສັດ ອາລີອັນສ໌ ປະກັນໄພລາວ ຈໍາກັດ ມາເປັນ ບໍລິສັດ ປະກັນໄພ ແຫ່ງປະເທດລາວ ຈໍາກັດ (ບປລ) ຫລື
Assurances General Laos (AGL) ຈັດຂຶ້ນໃນວັນທີ 11 ທັນວາ 2024 ພາຍໃຕ້ການເປັນເຈົ້າຂອງກໍາມະສິດ 100% ໂດຍກະຊວງການເງິນ ແຫ່ງ ສປປ ລາວ, ແຕ່ຍັງຄົງຮັກສາມາດຕະຖານ ແລະ ນະໂຍບາຍຕໍ່ລູກຄ້າຄືເກົ່າ, ພ້ອມທັງກຽມຂະຫຍາຍຜະລິດຕະພັນ ການບໍລິການໃນຕໍ່ໜ້າ ເພື່ອຕອບສະໜອງຄວາມຕ້ອງການແທດເໝາະ ກັບຍຸກປັດຈຸບັນ ແລະ ອະນາຄົດ.

ໃນໂອກາດນີ້, ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ ໄດ້ກ່າວວ່າ: ການປ່ຽນຊື່ໃໝ່ ຂອງບໍລິສັດປະກັນໄພ ແຫ່ງປະເທດລາວ ແມ່ນມີຜົນບັງຄັບໃຊ້ ນັບແຕ່ວັນທີ 21 ພະຈິກ 2024 ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ເພື່ອສືບຕໍ່ໃຫ້ ບໍລິການປະກັນໄພ ຢ່າງມີຄຸນນະພາບ ແລະ ຄົບວົງຈອນ ແກ່ລູກຄ້າ ທັງປະເພດບຸກຄົນທົ່ວໄປ, ປະເພດທຸລະກິດ, ອົງກອນ ຫລື ຊຸມຊົນ ໃນຂອບເຂດທົ່ວປະເທດ. ເຖິງວ່າຈະມີການປ່ຽນຊື່ໃໝ່ກໍຕາມ, ແຕ່ຍັງສືບຕໍ່ໃຫ້ບໍລິການເປັນປົກກະຕິ, ຮັກສາມາດຕະຖານ ແລະ ນະໂຍບາຍຕໍ່ລູກຄ້າຄືເກົ່າ ທັງນີ້ກໍເພື່ອຮັບປະກັນ ຜົນປະໂຫຍດສູງສຸດຂອງລູກຄ້າ ເຊິ່ງການປ່ຽນແປງຄັ້ງນີ້ ເປັນການສ້າງເງື່ອນໄຂ ແລະ ກາລະໂອກາດໃນການຂະຫຍາຍຕົວ ທາງທຸລະກິດຂອງຂະແໜງປະກັນໄພ ທັງພາຍໃນ ແລະ ຕ່າງປະເທດ.

ການປ່ຽນຊື່ໃໝ່ຄັ້ງນີ້, ສະແດງໃຫ້ເຫັນເຖິງການສືບຕໍ່ທຸ່ມເທປັບປຸງ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດປະກັນໄພໃນລາວ, ຍົກສູງຄຸນນະພາບການບໍລິການ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາເທດຊາດ. ນອກຈາກນີ້, ຍັງເປັນການເອື້ອອຳນວຍ ໃຫ້ບໍລິສັດມີການສ້າງແຜນ ຍຸດທະສາດ ໃນການດຳເນີນທຸລະກິດ ໃຫ້ສອດຄ່ອງ ກັບແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ແລະ ເກາະຫ້ອຍກັບການປະຕິບັດ ວາລະແຫ່ງຊາດ.

ທ່ານ ກີ້ ອາໂປວີ ຜູ້ອໍານວຍການໃຫຍ່ ບໍລິສັດ ປະກັນໄພແຫ່ງປະເທດລາວ ໄດ້ຍົກໃຫ້ເຫັນເຖິງແຜນຍຸດທະສາດ ແລະ ວຽກງານຈຸດສຸມ ທິດທາງແຜນການໃນປີ 2025 ແນໃສ່ເພື່ອຮັບປະກັນການສືບຕໍ່ຂອງທຸລະກິດ ໂດຍສະເພາະ ການສ້າງຄວາມເຊື່ອໝັ້ນຕໍ່ລູກຄ້າເກົ່າ ແລະ ລູກຄ້າໃໝ່, ຄູ່ຮ່ວມທຸລະກິດ, ຕົວແທນປະກັນໄພ ລວມໄປເຖິງພະນັກງານທຸກພາກສ່ວນ.

 ຂ່າວ: ກິດຕາ, ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

    • ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

      1/20/2025 3:11:44 PM

      ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

    • ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນວັດທະນະທຳ-ສັງຄົມ

      ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນ

      1/20/2025 2:10:43 PM

      ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມ ກິດຈະກຳສະເຫລີມສະ ຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງວັນທີ 18-19 ມັງກອນ 2025 ແບບບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບລາງວັນ ຈາກສູນວັດທະນະທຳຈີນ.

    • ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025ວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

      1/20/2025 1:46:37 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

ads
ads

Top