ຊົນເຜົ່າຫໍ້ ກັບ"ຮີດຄອງປະເພນີ-ຄວາມເຊື່ອ"

12/12/2024 10:40
Email Print 498
ຂປລ ຊົນເຜົ່າຫໍ້ ແມ່ນຊົນເຜົ່າໜຶ່ງທີ່ຂຶ້ນກັບວົງຄະນະຍາດແຫ່ງຊາດ ລາວ ແລະ ຈະອາໄສຢູ່ທາງພາກເໜືອຂອງປະເທດລາວ ໂດຍສະເພາະແມ່ນ ແຂວງອຸດົມໄຊ ເຊ່ິງພວກເຂົາມີພາສາປາກເວົ້າ ແລະ ມີຕົວໜັງສືຂຽນເປັນຂອງໂຕເອງໂດຍຊົນເຜົ່າຫໍ້ ຍັງຮັກສາຄວາມ ເຊ່ືອຖືທາງດ້ານຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.

*ຊົນເຜົ່າຫໍ້ ແມ່ນຊົນເຜົ່າໜຶ່ງທີ່ຂຶ້ນກັບວົງຄະນະຍາດແຫ່ງຊາດ ລາວ ແລະ ຈະອາໄສຢູ່ທາງພາກເໜືອຂອງປະເທດລາວ ໂດຍສະເພາະແມ່ນ ແຂວງອຸດົມໄຊ ເຊ່ິງພວກເຂົາມີພາສາປາກເວົ້າ ແລະ ມີຕົວໜັງສືຂຽນເປັນຂອງໂຕເອງໂດຍຊົນເຜົ່າຫໍ້ ຍັງຮັກສາຄວາມ ເຊ່ືອຖືທາງດ້ານຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ. ເວົ້າເຖິງຄອບຄົວ ແລະ ເຊື້ອສາຍ: “ຊົນເຜົ່າຫໍ້” ແມ່ນສືບທອດຕະກຸນທາງພໍ່ເປັນຫລັກ, ໃນຄອບຄົວພໍ່ຈະເປັນຜູ້ທີ່ມີສິດອໍານາດໃນການບໍລິຫານທັງໝົດ, ການສືບທອດມູນມໍລະດົກຂອງພໍ່ແມ່ ແມ່ນລູກຊາຍເທົ່ານັ້ນ! ແລະ ລູກຊາຍກົກຈະເປັນຜູ້ທີ່ມີສິດໄດ້ຮັບມູນມໍລະດົກ ແລະ ຊັບສົມບັດຂອງພໍ່ແມ່ຫລາຍກວ່າລູກຜູ້ອື່ນໆໃນຄອບຄົວ.

   ການແຕ່ງດອງຂອງຊົນເຜົ່າຫໍ້: ຈະແຕກຕ່າງກັບຊົນເຜົ່າອື່ນ ຍ້ອນວ່າສ່ວນຫລວງຫລາຍ ແມ່ນຂຶ້ນກັບການຕັດສິນຂອງພໍ່ແມ່, ເຊິ່ງຜູ້ເປັນພໍ່ແມ່ມັກຈະໃຫ້ບັນດາລູກໆຂອງຕົນແຕ່ງດອງ ໃນໄວທ່ີຍັງໜຸ່ມນ້ອຍທີ່ສຸດ. ພາຍຫລັງແຕ່ງດອງແລ້ວລູກຍິງຕ້ອງໄປຢູ່ ເຮືອນຂອງພໍ່ແມ່ຜົວ ເພື່ອເບິ່ງແຍງລ້ຽງດູຄອບຄົວຂອງຜົວເປັນສ່ວນໃຫຍ່ໃນຊົນເຜົ່າຫໍ້, ຈຸດພິເສດອີກອັນໜຶ່ງຂອງຊົນເຜົ່າຫໍ້ ມັກຈະໃຫ້ລູກແຕ່ງດອງກັບຄົນທີ່ຮັ່ງມີເປັນສ່ວນຫລາຍ. ປະເພນີ ແລະ  ພິທີກໍາຕ່າງໆ: ໃນໜຶ່ງປີຂອງຊົນເຜົ່າຫໍ້ຈະມີພິທີ ແລະ ງານບຸນປະເພນີຫລາຍຄັ້ງຕໍ່ປີ.

   ແຕ່ບຸນປະເພນີສໍາຄັນກວ່າໝູ່ແມ່ນບຸນກິນຈຽງ ຫລື ບຸນປີໃໝ່ຂອງທຸກໆປີຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍການຂ້າໝູເພ່ືອລ້ຽງຜີເຮືອນ (ຜີພໍ່ແມ່), ຮີດຄອງການກິນຈຽງຂອງເຜົ່ານີ້ແມ່ນມັກຫລິ້ນດອກໄມ້ໄຟ, ໝາກກະໂພກ, ບັ້ງໄຟດອກທ່ີມີສຽງດັງແຮງ. ດ້ານສີລະປະວັດທະນະທຳຂອງຊົນເຜົ່າຫໍ້: ແມ່ນຈະມັກຮ້ອງເພງເປັນສ່ວນໃຫຍ່ ເຊິ່ງເນື້ອໃນທຳນອງເພງຮ້ອງ ຈະພັນລະນາເຖິງຄວາມຮັກມັກຂອງຄູ່ບ່າວສາວ, ວິຖີຊີວິດປະຈໍາວັນ, ເວົ້າເຖິງດິນແດນແຫ່ງການກໍາເນີດຂອງຊົນເຜົ່າຕົນ, ເວົ້າເຖິງການຕໍ່ສູ້ກັບສັດຕູ, ໄພທໍາມະຊາດ, ສັດຕູຜູ້ຮຸກຮານດ້ວຍຄວາມອົດທົນຕ່ໍສູ້ຂອງຊົນເຜ່ົາຫ້ໍ ກັບທໍາມະຊາດ ແລະ ອື່ນໆ.

    ນອກນີ້ຍັງມີເຄື່ອງດົນ ຕີພື້ນເມືອງຫລາຍຊະນິດ ຄື: ປີ່,  ກະຈັບປີ່, ຂຸ່ຍ ແລະ ອື່ນໆ ດ້ານປະເພນີການເກີດລູກຂອງຊົນເຜົ່າຫໍ້:  ແມ່ນເກີດຢູ່ເຮືອນ, ມີແມ່ຂອງຜົວ ເປັນຜູ້ເບິ່ງແຍງດູແລ ແລະ ຜູ້ເຖົ້າທີ່ມີປະສົບການຄອຍໃຫ້ການຊ່ວຍເຫລືອເບິ່ງແຍງເປັນຢ່າງດີ, ມີຂໍ້ຫ້າມ ແລະ ການຄະລໍາອາຫາການກິນທີ່ມີລົດເຜັດ, ລົດເຄັມ, ລົດຄາວເປັນຕົ້ນ. ຊົນເຜົ່າຫໍ້ ມັກລູກຊາຍຜູ້ຫລາຍກວ່າຍິງ, ເນື່ອງຈາກວ່າລູກຊາຍເປັນຜູ້ສືບທອດຕະກຸນຂອງພໍ່ ແລະ ມູນມໍລະດົກຂອງຄອບຄົວຫລາຍກວ່າແມ່ຍິງ. ສຳລັບການເຮັດພິທີກຳຂອງຄົນຕາຍ ຊົນເຜົ່າຫໍ້: ແມ່ນມີພິທີຫລາຍຂັ້ນຕອນ ເພື່ອເຮັດໃຫ້ວິນຍານຂອງຜູ້ຕາຍໄປສູ່ສະຫວັນດ້ວຍຄວາມປອດໄພ ຊົນເຜົ່າຫໍ້ ມັກຈະຝັງສົບຜູ້ທີ່ຕາຍຕາມຄວາມພໍໃຈຂອງພໍ່ແມ່ ແລະ ຍາດຕິພີ່ນ້ອງ, ເມື່ອເປັນແນວນັ້ນ, ສ່ວນຫລວງຫລາຍຊົນເຜົ່າຫໍ້ ຈະບໍ່ມີປ່າຊ້າຝັງສົບເປັນບ່ອນຄືຊົນເຜົ່າອື່ນໆ.

ຮຽບຮຽງໂດຍ: ມາລີດາຮຽບຮຽງໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

    • ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

      1/20/2025 3:11:44 PM

      ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

    • ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນວັດທະນະທຳ-ສັງຄົມ

      ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນ

      1/20/2025 2:10:43 PM

      ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມ ກິດຈະກຳສະເຫລີມສະ ຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງວັນທີ 18-19 ມັງກອນ 2025 ແບບບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບລາງວັນ ຈາກສູນວັດທະນະທຳຈີນ.

    • ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025ວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

      1/20/2025 1:46:37 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

ads
ads

Top