ຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ສປປ ລາວ ຢ່າງຕັ້ງໜ້າ

06/12/2024 11:01
Email Print 2515
ຂປລ ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ໄດ້ຮັບການຊ່ວຍເຫລືອຈາກບັນດາປະເທດບ້ານໄກ້ເຮືອນຄຽງ, ເພື່ອນມິດສາກົນ ແລະ ອົງການຈັດຕັ້ງຕ່າງໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງ ຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຕັ້ງໜ້າ.

     *ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ໄດ້ຮັບການຊ່ວຍເຫລືອຈາກບັນດາປະເທດບ້ານໄກ້ເຮືອນຄຽງ, ເພື່ອນມິດສາກົນ ແລະ ອົງການຈັດຕັ້ງຕ່າງໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງ ຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຕັ້ງໜ້າ. ຫລ້າສຸດ ປະເທດຍີ່ປຸ່ນກຳລັງເພີ່ມຄວາມພະຍາຍາມໃນການສະໜອງສະບຽງອາຫານສຸກເສີນ ເພື່ອໃຊ້ໃນການບັນເທົາທຸກໃຫ້ແກ່ ເຂດພື້ນທີ່ມີຄວາມສ່ຽງໄພພິບັດໃນ ສປປ ລາວ ຊຶ່ງໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການສະໜັບສະໜູນທ່ີຈຳເປັນ ໂດຍສະບຽງອາຫານສຸກເສີນຈະຖືກມອບໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນຖານະທີ່ເປັນອົງການແຫ່ງຊາດຮັບຜິດຊອບ ໃນການຄຸ້ມຄອງການບັນເທົາທຸກຈາກໄພພິບັດ ແລະ ປັບປຸງສະຫວັດດີການສັງຄົມ ຜ່ານອົງການອາຫານ ໂລກແຫ່ງສະຫະປະຊາຊາດ (WFP) ປະຈໍາ ສປປ ລາວ ເປັນຜູ້ປະສານງານການກໍານົດເປົ້າໝາຍ ແລະ ການແຈກຢາຍໃນເວລາສຸກເສີນ.

    ພິທີລົງນາມຂໍ້ຕົກລົງວ່າດ້ວຍການສະໜັບສະໜູນທີ່ຈໍາເປັນຕ່ໍການບັນເທົາທຸກຈາກໄພພິບັດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງ ສປປ ລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂ້າງເທິງນັ້ນ ໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ສຳນັກງານ WFP ປະຈໍາ ສປປ ລາວ ໂດຍການລົງນາມລະຫວ່າງ ທ່ານ ຊຸໂຕມຸ ໂກອິຊູມິ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ຊຶ່ງມີ ທ່ານ ລີປາວຢາງ ຮອງລັດຖະມົນຕີກະຊວງ ຮສສ ເປັນສັກຂີພິຍານ ໂດຍມີທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການລົງນາມຂໍ້ຕົກລົງຄັ້ງນີ້ມີຄວາມໝາຍສຳຄັນຫລາຍ ຊຶ່ງເປັນການສືບຕໍ່ຈາກການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຜູ້ປະສົບໄພພິບັດ ທີ່ຍັງບໍ່ທັນສາມາດເຂົ້າເຖິງໂຄງການສະບຽງອາຫານໃນປີຜ່ານມາ; ການຊ່ວຍເຫລືອດັ່ງກ່າວນີ້ ກໍເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍທີ 4 ແລະ ແຜນວຽກຈຸດສຸມທີ 3 ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ເປັນການປະກອບສ່ວນການຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດການຫລຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ (2021-2030) ເວົ້າລວມ, ເວົ້າສະເພາະແມ່ນເປັນການຊ່ວຍເຫລືອໂດຍກົງ ໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດໃນປີຜ່ານມາ ໃຫ້ສາມາດປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ໄດ້ກັບສູ່ສະພາບປົກກະຕິໂດຍໄວ.

    ການຊ່ວຍເຫລືອດ້ານສະບຽງອາຫານສຸກເສີນ ແລະ ການຟື້ນຟູໃຫ້ແກ່ຊຸມຊົນທີ່ມີຄວາມສ່ຽງທີ່ໄດ້ຮັບຜົນກະທົບຈາກວິກິດການຕ່າງໆ ເຊັ່ນ ໄພນໍ້າຖ້ວມ ແລະ ການຂາດແຄນສະບຽງອາຫານ ເນື່ອງມາຈາກການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ການອ່ອນຄ່າລົງຂອງເງິນຕາພາຍໃນ ຊ່ຶງອົງການອາຫານໂລກມີແຜນທີ່ຈະຈັດຊື້ເຂົ້າສານຈຳນວນ 440 ໂຕນ ແລະ ປາກະປ໋ອງ 90 ໂຕນ ທີ່ຜະລິດຢູ່ຍີ່ປຸ່ນ ແລະ ສົມທົບກັບທາງການລາວ ເພື່ອແຈກຢາຍສະບຽງອາຫານໃຫ້ແກ່ປະຊາຊົນປະມານ 38.000 ຄົນ ທີ່ຖືກຜົນກະທົບຈາກໄພພິບັດ. ຍີ່ປຸ່ນມີສ່ວນສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການກຽມຄວາມພ້ອມ ແລະ ຕອບສະໜອງສະຖານະການສຸກເສີນຢູ່ສະເໝີ ຊຶ່ງລວມເຖິງການຕອບສະໜອງຄວາມ ຕ້ອງການຮີບດ່ວນຂອງຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ເງິນທຶນຈາກໂຄງການຊ່ວຍເຫລືອດ້ານສະບຽງອາຫານຂອງລັດຖະບານຍີ່ປຸ່ນ ເພື່ອຂໍ້ລິເລີ່ມນີ້ມີປະມານ 1,3 ລ້ານໂດລາ.

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top