ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກຶຶອດຫ້າມລະເບີດຝັງດີນຕ້ານບຸກຄົນ ຄັ້ງທີ 5

04/12/2024 10:38
Email Print 2075
ຂປລ ວັນທີ 29 ພະຈິກ 2024, ທ່ານ ທອງຜ່ານ ສະຫວັັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກຶຶອດຫ້າມລະເບີດຝັງດີນຕ້ານບຸກຄົນ ຄັ້ງທີ 5.

      *ວັນທີ 29 ພະຈິກ 2024, ທ່ານ ທອງຜ່ານ ສະຫວັັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກຶຶອດຫ້າມລະເບີດຝັງດີນຕ້ານບຸກຄົນ ຄັ້ງທີ 5 (The Fifth Review Conference of the Anti-Personal Mine Ban Convention), ທີ່ ສຽມລຽບ, ປະເທດ ກຳປູເຈຍ.

    ຈຸດປະສົງຂອງກອງປະຊຸມໃນຄັ້ງນິ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດສົນທິສັນຍາໃນໄລຍະຫ້າປີຜ່ານມາ, ສົ່ງເສີມການຮ່ວມມືລະຫວ່າງປະເທດໃນການຕ້ານລະເບີດຝັງດີນຕ້ານບຸກຄົນ, ການແກ້ໄຂບັນຫາລະເບີດຝັງດິນ ກໍ່ຄືການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ), ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການໂຄສະນາສຶກສາທາງຄວາມສ່ຽງໄພຈາກ ລບຕ ແລະ ການສົ່ງເສີມການຮ່ວມມື ແລະ ການຊ່ວຍເຫຼືອສາກົນເພື່ອສືບຕໍ່ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດຝັງດິນຕ້ານບຸກຄົນ ຫຼື Ottawa Convention ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ກອງປະຊຸມໃນຄັ້ງນີ້, ໄດ້ມີປະເທດຜູ້ເຂົ້າຮ່ວມທັງໝົດ 164 ປະເທດໃນທົ່ວໂລກ. ເຊິ່ງໃນນັ້ນ, ມີຜູ້ແທນຂັ້ນສູງເຂົ້າຮ່ວມ 14 ປະເທດ ລວມທັງ ສປປ ລາວ (ໃນນາມປະເທດສັງເກດການ).

      ກອງປະຊຸມໃນຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂື້ນກ່າວບົດປາໄສໃນພາກກອງປະຊຸມລະດັບສູງ ໂດຍໄດ້ມີຄຳເຫັນໃນນາມປະເທດສັງເກດການສົນທິສັນຍາດັ່ງກ່າວ  ແລະ ແລກປ່ຽນບົດຮຽນການແກ້ໄຂບັນຫາລະເບີດບໍ່ທັນແຕກຂອງ ສປປ ລາວ ທີ່ຍັງເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ ແລະ ຂັດຂວາງການພັດທະນາເສດຖະກິດ-ສັງຄົມ. ເຖິງວ່າ ສປປ ລາວ ຍັງບໍ່ທັນເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍລະເບີດຝັງດິນຕ້ານບຸກຄົນ ແຕ່ລັດຖະບານລາວ ກໍ່ເລັງເຫັນເຖິງຄວາມສຳຄັນ ແລະ ສະໜັບສະໜູນທາງດ້ານເປົ້າໝາຍລວມຂອງສົນທິສັນຍາກໍ່ຄື ການສະໜັບສະໜູນທາງດ້ານມະນຸດສະທຳ ເພື່ອຮັບປະກັນຊີວິດ ແລະ ການດຳລົງຊີວິດຂອງປະຊາຊົນໃຫ້ປອດໄພຈາກຜົນກະທົບຂອງສິ່ງເສດເຫລືອປາງສົງຄາມ ໂດຍໄດ້ສືບຕໍ່ພະຍາຍາມຈັດຕັ້ງບາງເນື້ອໃນຂອງສົນທິສັນຍາດັ່ງກ່າວ ພ້ອມທັງໄດ້ສົ່ງຜູ້ແທນຂັ້ນສູງ ແລະ ຂັ້ນວິຊາການເຂົ້າຮ່ວມກອງປະຊຸມຕາມການເຊື້ອເຊີນ ຢ່າງສະໝໍ່າສະເໝີ ແລະ ຊ່ວຍໂຄສະນາເຖິງຜົນກະທົບອັນຮ້າຍແຮງຂອງອາວຸດດັ່ງກ່າວເປັນປະຈຳ.

     ນອກຈາກການເຂົ້າຮ່ວມກອງປະຊຸມແລ້ວ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະສອງຝ່າຍຮ່ວມກັບຫລາຍພາກສ່ວນ ເພື່ອແລກປ່ຽນທັດສະນະໃນການສົ່ງເສີມວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ, ການຈັດຕັ້ງປະຕິບັດພັນທະຕໍ່ບັນດາສົນທິສັນຍາສາກົນຕ່າງໆ, ແລະ ສືບຕໍ່ຂົນຂວາຍ ຂະຫຍາຍການຮ່ວມມືກັບຄູ່ຮ່ວມພັດທະນາຕ່າງໆໃນການໃຫ້ການຊ່ວຍເຫລືອ ສປປ ລາວ ຈັດຕັ້ງປະຕິບັດການແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂື້ນເປັນກ້າວໆ.

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top