ຂປລ
ຍອດການ ສົ່ງອອກ ຂອງ ກຳປູເຈຍໄປຍັງ ເອີຣົບ(ອີຢູ) ແລະ ສະມາຄົມປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ເຕີບໂຕຂຶ້ນ ໃນໄລຍະ 10 ເດືອນຂອງ ປີ 2025.
ຂປລ. ກະຊວງ ການຄ້າ ກຳປູເຈຍ ລາຍງານ ເມື່ອບໍ່ດົນມານີ້ວ່າ: ຍອດການ ສົ່ງອອກ ຂອງ ກຳປູເຈຍໄປຍັງ ເອີຣົບ(ອີຢູ) ແລະ ສະມາຄົມປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ເຕີບໂຕຂຶ້ນ ໃນໄລຍະ 10 ເດືອນຂອງ ປີ 2025. ໂດຍສິນຄ້າ ກຳປູເຈຍ ສົ່ງໄປຍັງ ຕະຫລາດ ອີຢູ ກວມເອົາ ມູນຄ່າ 4,21 ຕື້ໂດລາ ສະຫະລັດ ໃນໄລຍະເດືອນມັງກອນ-ເດືອນຕຸລາ ຂອງປີນີ້, ເພີ່ມຂຶ້ນ 17,3% ເມື່ອທຽບປີຕໍ່ປີ.
ຂະນະດຽວກັນ ກຳປູເຈຍ ສົ່ງອອກສິນຄ້າ ໄປຍັງປະເທດ ອາຊຽນ ກວມເອົາມູນຄ່າ 4,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 16% ເມື່ອທຽບປີຕໍ່ປີ. ຕະຫລາດອີຢູ ກວມເອົາ ອັດຕາສ່ວນ16,2% ແລະ ຕະຫລາດອາຊຽນ ກວມເອົາອັດຕາສ່ວນ 18,5% ຂອງ ປະລິມານ ການສົ່ງອອກທັງໝົດ ຂອງ ກຳປູເຈຍທີ່ 2,59 ໝື່ນລ້ານໂດລາ ສະຫະລັດ ໃນໄລຍະ 10 ເດືອນຜ່ານມາ./
KPL