ລາວໂທລະຄົມ ເປີດໃຫ້ບໍລິການ 5G ຢູ່ ເເຂວງສະຫວັນນະເຂດ

03/12/2024 19:22
Email Print 718
ຂປລ ຂປລ. ພິທີເປີດໃຫ້ບໍລິການ 5G ຢ່າງເປັນທາງການ ຢູ່ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 28 ພະຈິກ 2024 ຜ່ານມາ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ເເລະ ການສື່ສານ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າເເຂວງສະຫວັນນະເຂດ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳ ນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ-ພະນັກງານ ບໍລິສັດໃນເຄືອ, ຮ້ານຕົວແທນຈໍາໜ່າຍ ແລະ ຄູ່ຮ່ວມທຸລະກິດ ເຂົ້າຮ່ວມ.



ຂປລ. ພິທີເປີດໃຫ້ບໍລິການ
5G ຢ່າງເປັນທາງການ ຢູ່ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 28 ພະຈິກ 2024 ຜ່ານມາ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ເເລະ ການສື່ສານ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າເເຂວງສະຫວັນນະເຂດ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳ ນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ-ພະນັກງານ ບໍລິສັດໃນເຄືອ, ຮ້ານຕົວແທນຈໍາໜ່າຍ ແລະ ຄູ່ຮ່ວມທຸລະກິດ ເຂົ້າຮ່ວມ.

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນໍາເຕັກໂນໂລຊີ 5G ເຂົ້າມາໃຫ້ບໍລິການສັງຄົມ, ປັດຈຸບັນ ໄດ້ຂະຫຍາຍບໍລິການ 5G ແລະ ເປີດນໍາໃຊ້ເຄືອຂ່າຍ 5G ເປັນທາງການ ຢູ່ແຂວງສະຫວັນນະເຂດ ຈຳນວນ 10 ຈຸດ ໃນເຂດນະຄອນ ໄກສອນພົມວິຫານ, ໃນອະນາຄົດຍັງມີແຜນ ຂະຫຍາຍຕາມເຂດທີ່ເຫັນວ່າແທດເໝາະກັບການນຳໃຊ້ 5G.

ໂອກາດດັ່ງກ່າວ, ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ຂະແໜງເຕັກນິກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ຮູ້ວ່າ: ໃນພິທີເປີດໃຫ້ບໍລິການ 5G ໃນຄັ້ງນີ້, ມີຮ້ານວາງສະແດງຂອງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ຄູ່ຮ່ວມທຸລະກິດ, ຕົວແທນ ຈໍາໜ່າຍ ແລະ ມີຫລາຍກິດຈະກໍາ ເພື່ອສາທິດການນໍາໃຊ້ເຕັກໂນໂລຊີ 5G ເປັນຕົ້ນ ເຕັກໂນໂລຊີສໍາຫລວດພື້ນທີ່ ໂດຍນໍາໃຊ້ Drone, iFarm solutions, Virtual Reality (ທ່ອງທ່ຽວ, ເກມ), M-Money X, My TPlus, Smart Rewards, ການທົດລອງນໍາໃຊ້ອິນເຕີເນັດຄວາມໄວສູງ 5G ແລະ ອີກຫລາຍບໍລິການທີ່ໄດ້ມີ ການວາງສະແດງພາຍໃນງານ. ພ້ອມນີ້, ຍັງໄດ້ໃຫ້ແພັກເກັດ ດາຕ້າ 5G ສຸດພິເສດ ໃຫ້ແຂກທີ່ເຂົ້າຮ່ວມງານ ແລະ ລູກຄ້ານໍາໃຊ້ບໍລິການ 5G ຢູ່ແຂວງສະຫວັນນະເຂດ ທົດລອງນໍາໃຊ້ຟຣີ.

ປັດຈຸບັນ ລາວ ໂທລະຄົມ ໄດ້ນໍາໃຊ້ບໍລິການລະບົບ 5G ຢູ່ນະຄອນຫລວງວຽງຈັນ, ເເຂວງ ບໍ່ເເກ້ວ, ຫລວງພະບາງ, ຈໍາປາສັກ ເເລະ ແຂວງສະຫວັນນະເຂດ ໂດຍກວມເອົາຂົງເຂດຕົວເມືອງ, ສະ ຖານທີ່ສໍາຄັນ, ແຫລ່ງທ່ອງທ່ຽວຕ່າງໆ ແລະ ມີແຜນຂະຫຍາຍໄປໃນທົ່ວປະເທດ ເຊິ່ງເຕັກໂນໂລຊີ 5G ແມ່ນເຕັກໂນໂລຊີ ທີ່ທັນສະໄໝ ນໍາຄວາມກ້າວໜ້າມາສູ່ສັງຄົມ ແລະ ນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ເຊັ່ນ: ທາງດ້ານທຸລະກິດ online, E-commerce, ນໍາໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫລາຍຂົງເຂດອຸດສາຫະກໍາ, ກະສິກໍາ, ວຽກງານສາທານະສຸກ ເຊິ່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ແລະ ຜູ້ຊົມໃຊ້ໄດ້ມີ ວິຖີຊີວິດນັບມື້ ນັບສະດວກສະບາຍຂຶ້ນດ້ວຍ ຄວາມວ່ອງໄວ, ມີຄວາມປອດໄພສູງ ແລະ ສອດຄ່ອງໃນການຈັດຕັ້ງຜັນ ຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ກໍຄື ວຽກງານຂອງກະຊວງ ເຕັກໂນໂລຊີ ເເລະ ການສື່ສານ ໃນການຫັນເປັນດີຈິຕອນ ຂອງ ສປປ ລາວ ຕາມ 3 ເສົາຄໍ້າຂອງລັດຖະບານຄື: ລັດຖະບານ ດີຈິຕອນ, ສັງຄົມດີຈິຕອນ ແລະ ເສດຖະກິດດີຈິຕອນ, ລາວ ໂທລະຄົມ ກໍເປັນສ່ວນໜຶ່ງໃນການນຳເອົາເຕັກໂນໂລຊີໃໝ່ໆ ເຂົ້າມານຳໃຊ້ເພື່ອຮອງຮັບກັບຄວາມຕ້ອງການຂອງສັງຄົມ,  ພ້ອມທັງຮັບປະກັນຄຸນນະພາບການໃຫ້ບໍລິການ ເພື່ອສະໜັບສະໜູນວຽກງານ ແຜນຍຸດທະສາດການສ້າງສາ ແລະ ພັດທະນາປະເທດຊາດ.

ພ້ອມນີ້, ລາວໂທລະຄົມ ຍັງສືບຕໍ່ມຸ່ງໝັ້ນໃນການພັດທະນາ ນໍາເອົາເຕັກໂນໂລຊີ ແລະ ນະວັດ ຕະກໍາໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະ ເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ​ທັນສະໄໝໃນຍຸກດີຈິຕອນ, ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂັວນທີ່ວ່າ: ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ, We are Family.

ຂ່າວ-ພາບ: ລາວໂທລະຄົມ

KPL

ຂ່າວອື່ນໆ

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

    • ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024ວັດທະນະທຳ-ສັງຄົມ

      ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024

      1/16/2025 1:15:06 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024

    • ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກວັດທະນະທຳ-ສັງຄົມ

      ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກ

      1/16/2025 11:54:40 AM

      “ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້.

    • ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວວັດທະນະທຳ-ສັງຄົມ

      ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ

      1/15/2025 8:35:50 PM

      ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກວັດທະນະທຳ-ສັງຄົມ

      ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

      1/14/2025 4:53:54 PM

      ຂປລ. ໃນປີ 2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.

ads
ads

Top