ກົມໃຫຍ່ການເມືອງກອງທັບ ປາຖະກະຖາວັນຊາດ 2 ທັນວາ ຄົບຮອບ 49 ປີ

29/11/2024 14:14
Email Print 1669
ຂປລ ຂປລ. ກົມໃຫຍ່ການເມືອງກອງທັບ ຈັດປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ (2/121975-2/12/2024) ໃນວັນທີ 29 ພະຈິກ 2024 ໂດຍການປາຖະກະຖາຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາກົມ, ກອງ ແລະ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.



ຂປລ. ກົມໃຫຍ່ການເມືອງກອງທັບ ຈັດປາຖະກະຖາ ວັນຊາດ ທີ
2 ທັນວາ ຄົບຮອບ 49 ປີ (2/121975-2/12/2024) ໃນວັນທີ 29 ພະຈິກ 2024 ໂດຍການປາຖະກະຖາຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາກົມ, ກອງ ແລະ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນ ແລະ ມູນເຊື້ອອັນອົງອາດກ້າຫານຂອງບັນພະບູລຸດ ຂອງປວງຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ການປົກຄອງຂອງ ຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975; ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍ ຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫລະພາບ ແລະ ເປັນເຈົ້າຂອງປະເທດຢ່າງແທ້ຈິງ, ເປັນວັນແຫ່ງການກ້າວສູ້ຍຸກສະໄໝໃໝ່ ແຫ່ງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ແລະ ມີຜົນສຳເລັດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນຕະຫລອດໄລຍະ 49 ປີທີ່ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ເຕີບໃຫຍ່ເຂັ້ມແຂງ ດ້ານການເມືອງ, ເສດຖະກິດ, ວັດທະນາທຳ-ສັງຄົມ ແລະ ການຕ່າງປະເທດ ນັບມື້ຂະຫຍາຍຕົວດີຂຶ້ນເປັນກ້າວໆ ໃນເວທີປະຊາຄົມໂລກ.




ການປາຖະກະຖາໃນຄັ້ງນີ້
, ກໍເພື່ອເປັນການສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກ ຮົບທົ່ວທົ່ວກົມໃຫຍ່ການເມືອງກອງທັບ ກໍາໄດ້ເນື້ອໃນ, ຄວາມໝາຍ ຄວາມສຳຄັນ ຂອງວັນຊາດທີ 2 ທັນວາ ເຊິ່ງເປັນວັນປະຫວັດສາດ ອັນສຳຄັນຂອງຊາດ, ຂອງພັກ ແລະ ເປັນການຮ່ຳຮຽນເອົາ ແບບຢ່າງຄຸນງາມ ຄວາມດີ, ຄຸນສົມ ບັດ, ສິນທຳປະຕິວັດຂອງນັກປະຕິວັດ, ທາດແທ້ມູນເຊື້ອປະຕິວັດ, ຄວາມຈົງຮັກພັກດີອັນສູງສົ່ງ, ຄວາມເດັດໜຽວ ແໜ້ນອັນສະຫລາດສ່ອງໃສ, ແບບແຜນການນຳພາ-ບັນຊາ ແລະ ແບບແຜນດຳລົງຊີວິດທີ່ປອດໃສ, ບົດຮຽນອັນລ້ຳຄ່າ ແລະ ພ້ອມກັນເສີມສ້າງມູນເຊື້ອຂອງຊາດຂອງພັກ ກໍຄື ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕະຫລອດໄປ.


ຂ່າວ: ສົມຫວັງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top