ເປີດໂຄງການຮ່ວມມື ເພື່ອປັບປຸງ ໂພຊະນາການໃນຊຸມຊົນ ຢູ່ເມືອງທ່າແຕງ

28/11/2024 16:51
Email Print 1240
ຂປລ ຂປລ. ອົງການອາຫານໂລກ ແຫ່ງສະຫະປະຊາຊາດ (WFP) ແລະ ສະຖານທູດຝຣັ່ງ ປະຈຳລາວ ເປີດໂຄງການຮ່ວມມື ເພື່ອປັບປຸງໂພຊະນາການໃນຊຸມຊົນ, ພ້ອມທັງຊຸກຍູ້ໃຫ້ກຸ່ມກະສິກອນ ສະໜອງສະບຽງອາຫານສົດ, ທີ່ຜະລິດໃນທ້ອງຖິ່ນໃຫ້ແກ່ໂຮງຮຽນ ຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍການສະໜັບສະໜູນທຶນ 500.000 ເອີໂຣ ຈາກໂຄງການຊ່ວຍເຫລືອດ້ານສະບຽງອາຫານ ຂອງປະ ເທດ ຝຣັ່ງ ​ເຊິ່ງຈະຈັດຕັ້ງປະຕິບັດໂດຍ ຫ້ອງການສຶກສາ ແລະ ກະສິກຳຂອງເມືອງ.



ຂປລ. ອົງການອາຫານໂລກ ແຫ່ງສະຫະປະຊາຊາດ (
WFP) ແລະ ສະຖານທູດຝຣັ່ງ ປະຈຳລາວ ເປີດໂຄງການຮ່ວມມື ເພື່ອປັບປຸງໂພຊະນາການໃນຊຸມຊົນ, ພ້ອມທັງຊຸກຍູ້ໃຫ້ກຸ່ມກະສິກອນ ສະໜອງສະບຽງອາຫານສົດ, ທີ່ຜະລິດໃນທ້ອງຖິ່ນໃຫ້ແກ່ໂຮງຮຽນ ຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍການສະໜັບສະໜູນທຶນ 500.000 ເອີໂຣ ຈາກໂຄງການຊ່ວຍເຫລືອດ້ານສະບຽງອາຫານ ຂອງປະ ເທດ ຝຣັ່ງ ​ເຊິ່ງຈະຈັດຕັ້ງປະຕິບັດໂດຍ ຫ້ອງການສຶກສາ ແລະ ກະສິກຳຂອງເມືອງ.




ແຂວງເຊກອງ ກໍາລັງປະສົບກັບບັນຫາຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ມີການຂາດສານອາຫານໃນລະດັບສູງ, ປະຊາກອນໃນແຂວງສະເລ່ຍ
29% ກໍາລັງຜະເຊີນກັບ ການຂາດແຄນອາຫານຕາມລະດູການ ແລະ ບໍ່ພຽງພໍ ເຊິ່ງສົ່ງຜົນກະທົບຕໍ່ຄວາມສາມາດ ຂອງນັກຮຽນໃນການຮຽນຮູ້ ແລະ ພັດທະນາການ ທາງດ້ານຮ່າງກາຍ ແລະ ສະໝອງ. ໂຄງການດັ່ງກ່າວ, ແນໃສ່ການແກ້ໄຂບັນຫາໂດຍກົງ ໂດຍການປະສົມປະສານຄວາມຄິດລິເລີ່ມ ໃນການປ່ຽນແປງພຶດຕິກໍາທາງສັງຄົມ ເຂົ້າກັບການສະໜັບສະໜູນກຸ່ມກະສິກອນ ໂດຍສະເພາະແມ່ຍິງ ເພື່ອຜະລິດອາຫານທີ່ມີໂພຊະນາການສໍາລັບຄອບ ຄົວ ແລະ ເດັກນ້ອຍໃນໂຮງຮຽນ. 




ທ່ານ ມາກ-ອ​ານເດ​ຣ ໂປ​ຣ​ສ ຜູ້​ຕາງ​ໜ້າ​ ອົງ​ການ​ອາ​ຫານ​ໂລກ ປະ​ຈຳ ສ​ປ​ປ ລາວ ​ໄດ້ໃຫ້ຮູ້ວ່າ: ພວກເຮົາກໍາລັງນຳໃຊ້ວິທີການທີ່ຍຶດຫລັກວິທະຍາສາດ ເພື່ອສ້າງການປ່ຽນແປງພຶດຕິກໍາ ຜ່ານການກະຕຸ້ນປະຕິກິລິຍາ ທາງດ້ານຈິດໃຈ ເພື່ອຊ່ວຍປັບປຸງໂພຊະນາການ
, ສຸຂະອະນາໄມ ແລະ ພຶດຕິກໍາ ໂດຍສະເພາະ ການໃຫ້ອາຫານ ເດັກນ້ອຍໃນຊຸມຊົນ. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ຍັງໄດ້ສົ່ງເສີມການ​ຜະລິດ​ອາ ຫານທ້ອງ​ຖິ່ນ ເພື່ອສະໜອງ​ໃຫ້​ແກ່​ໂຮງຮຽນ​ ໃນ​ການ​ປຸງ​ແຕ່ງ​ອາຫານ​ທ່ຽງ​ປະຈຳ​ວັນ​ ໃຫ້ແກ່​ນັກຮຽນ ເພື່ອເຮັດ​ໃຫ້​ໂຄງການ​ອາຫານທ່ຽງ ​ໃນ​ໂຮງຮຽນ​ມີ​ຄວາມ​ຍືນ​ຍົງ. ​ ຂະນະດຽວກັນ, ກໍເປັນການຊ່ວຍຫລຸດຜ່ອນ​ ການ​ລະບາຍ​ອາຍກາກໂບນິກນຳອີກ, ພ້ອມ​ທັງ​ສ້າງ​ໂອກາດ​ດ້ານ​ເສດຖະກິດ​ໃຫ້​ແກ່​ບັນດາແມ່ຍິງ, ຊຸກຍູ້​ເສດຖະກິດ​ທ້ອງ​ຖິ່ນ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ ທາງ​ໂພ​ຊະ​ນາ​ການຂອງອາຫານທ່ຽງ ດ້ວຍວັດຖຸດິບທີ່ສົດໃໝ່ຈາກທ້ອງຖິ່ນ.

ທ່ານ ນາງ ຊີວ-ແລັງ ຊູອອກ  ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ ປະ​ຈຳ ສ​ປ​ປ ລາວ ກ່າວວ່າ: ໃນໄລ ຍະ 5 ປີຜ່ານມາ, ປະເທດຝຣັ່ງ ໄດ້ລົງທຶນ 3,3 ລ້ານເອີໂຣ ເຂົ້າໃນໂຄງການຂອງອົງການອາຫານໂລກ ເພື່ອສະໜັບສະໜູນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການຢູ່ ສປປ ລາວ ທີ່ນອນໃນພື້ນເປົ້າໝາຍດຽວກັນ. ໃນຖານະທີ່ເປັນຜູ້ສົ່ງເສີມວຽກງານອາຫານໃນໂຮງຮຽນ ແລະ ເປັນຜູ້ກໍ່ຕັ້ງຂອງສະຫະພັນ ອາຫານທ່ຽງສາກົນ ທີ່ປະເທດລາວໄດ້ເຂົ້າເປັນສະມາຊິກເມື່ອບໍ່ດົນມານີ້, ປະເທດຝຣັ່ງ ຖືວ່າການສົ່ງເສີມໂພຊະນາການໃນໂຮງຮຽນ ເປັນເຄື່ອງມືທີ່ມີປະສິດທິພາບສູງ ໃນການຕໍ່ຕ້ານການຂາດສານອາຫານຂະໜາດໃຫຍ່.

KPL

ຂ່າວອື່ນໆ

ads
ads

Top