ຜົນການຮ່ວມມືທີ່ອຸດົມສົມບູນໄດ້ສ່ອງແສງເຖິງຄວາມມີຊີວິດຊີວາແຫ່ງການພັດທະນາໃນພາກພື້ນແມ່ນ້ຳຂອງ

14/11/2024 12:45
Email Print 16750
ຂປລ ແຕ່ວັນທີ 6-7 ພະຈິກນີ້ 2024 , ກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ

*ແຕ່ວັນທີ 6-7 ພະຈິກນີ້ 2024 , ກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ຫລື GMS ໄດ້ ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ. ທ່ານ ຫລີສຽງ ນາຍົກ ລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສວ່າ: ນັບແຕ່ກົນໄກ GMS ສ້າງຕັ້ງຂຶ້ນຕະຫລອດໄລຍະ 30 ກວ່າປີມານີ້, ກໍນັບມື້ນັບກາຍເປັນເວທີສຳຄັນທີ່ຈີນ ແລະ ປະເທດລຸ່ມແມ່ນ້ຳຂອງປຶກສາຫາລືການຮ່ວມມື ແລະ ຊຸກຍູ້ການພັດທະນາພ້ອມກັນ, ຜົນງານການຮ່ວມມືທີ່ອຸດົມສົມບູນໄດ້ສ່ອງແສງເຖິງຄວາມມີຊີວິດຊີວາແຫ່ງການພັດທະນາ ແລະ ຄວາມແຂງແກ່ນໝັ້ນໜຽວຂອງກົນໄກ GMS.

ນັບແຕ່ເລີ່ມຕົ້ນການຮ່ວມມື GMS ເມື່ອປີ 1992 ເປັນຕົ້ນມາ, ຈີນ ແລະ ປະເທດລຸ່ມແມ່ນ້ຳຂອງໄດ້ສຸມໃສ່ການປັບປຸງພື້ນຖານໂຄງລ່າງຂອງພາກພື້ນໃຫ້ດີຂຶ້ນ, ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ເຊັ່ນ: ການຄ້າ-ການລົງທຶນ, ການສ້າງຄວາມສະດວກໃຫ້ແກ່ການຂົນສົ່ງຂ້າມຊາດ ແລະ ອື່ນໆມາໂດຍຕະຫລອດ. ໃນ 6 ເດືອນຕົ້ນປີ 2024, ມູນຄ່າການຄ້າລະ ຫວ່າງຈີນກັບປະເທດລຸ່ມແມ່ນ້ຳຂອງໄດ້ລື ່ນກາຍ 200 ຕື້ໂດລາ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນດ້ານການປັບປຸງພື້ນຖານໂຄງລ່າງຂອງພາກພື້ນ, ໃນ 10 ປີຜ່ານມາ, ເຄືອຂ່າຍທາງຫລວງ ຂອງອະນຸພາກພື້ນແມ່ນ້ຳຂອງໄດ້ ເພີ່ມຂຶ້ນປະມາມ 2 ແສນກິໂລແມັດ, ປະລິມານການຂົນສົ່ງທາງບົກໄດ້ ເພີ່ມຂຶ້ນເກືອບເທົ່າຕົວ ເຊິ່ງເປັນການຄ້ຳຊູທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດຂອງພາກພື້ນ. ນັບແຕ່ເສັ້ນທາງລົດໄຟຈີນ-ລາວ ເປີດບໍລິການເມື່ອທ້າຍປີ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງ ຜູ້ໂດຍສານເຮັດໄດ້ຫລາຍກວ່າ 41,7 ລ້ານເທື່ອຄົນ, ປະລິມານຂົນສົ່ງສິນຄ້າຮູບປະທຳມີເຖິງ 46,7 ລ້ານໂຕນ, ໃນນັ້ນໄດ້ຂົນສົ່ງສິນຄ້າຂ້າມຊາດເປັນຈຳນວນ 10,7 ລ້ານໂຕນ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນອັນ ໃໝ່ໃຫ້ແກ່ຄວາມຈະເລີນຮຸ່ງເຮືອງດ້ານການຄ້າ ແລະ ການພັດທະນາເສດຖະກິດຂອງອະນຸພາກພື້ນແມ່ ນ້ຳຂອງ.

ສັນຍາການສ້າງຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານຂ້າມຊາດຢູ່ອະນຸພາກພື້ນແມ່ນ້ຳຂອງ ຫລື CBTA ທີ່ເລີ່ມທົດລອງປະຕິບັດໃນເດືອນມິຖຸນາປີ 2024 ນີ້ ໄດ້ປະຢັດເວ ລາ ແລະ ຕົ້ນທຶນການຂົນສົ່ງຜະລິດຕະພັນຂອງປະເທດຕ່າງໆເຂົ້າຈຳໜ່າຍຢູ່ຈີນ. ພາຍໃນຂອບສັນຍາ CBTA, ຂະບວນລົດຈໍລະຈອນ ສິນຄ້າບໍ່ຕ້ອງປ່ຽນລົດ ບໍ່ຕ້ອງເປີດຫີບ, ກໍສາມາດບັນລຸການຂົນສົ່ງ ຂ້າມຊາດຢູ່ພາຍໃນອະນຸພາກພື້ນ ໄດ້, ຂະບວນລົດຂົນສົ່ງສາມາດບັນທຸກຜັກ, ວັດສະດຸກໍ່ສ້າງ ແລະ ຜະ ລິດຕະພັນອື່ນໆຂອງຈີນໄປຈຳໜ່າຍຢູ່ລາວ ແລະ ໄທ, ຈາກນັ້ນກໍສາມາດບັນທຸກຜະລິດຕະພັນກະສິກຳຕ່າງໆເຊັ່ນ: ໝາກໄມ້, ກາເຟ ແລະອື່ນໆຂອງລາວກຳປູເຈຍ ແລະ ປະເທດອື່ນໆກັບຄືນສູ່ປະເທດຈີນ.

ການພັດທະນາວິທະຍາສາດເຕັກໂນໂລຊີຂອງຈີນໃນຂົງເຂດຕ່າງໆ ກໍໄດ້ນຳເອົາຜົນປະໂຫຍດຕົວ ຈິງໃຫ້ແກ່ບັນດາປະເທດອ້ອມຂ້າງ. ໃນຊຸມປີມໍ່ໆມານີ້, ວິສາຫະກິດລົດຍົນຕ່າງໆຂອງຈີນ, ເຊັ່ນ: BYD , GWM, GEELY ແລະອື່ນໆໄດ້ ພາກັນໄປລົງທຶນສ້າງຖານການຜະລິດຢູ່ໄທ ແລະ ປະເທດອື່ນໆ ເຊິ່ງບໍ່ພຽງແຕ່ໄດ້ຫລຸດຕົ້ນທຶນການ ຜະລິດໃຫ້ຕ່ຳລົງ, ແຕ່ຍັງໄດ້ຍົກສູງຄວາມສາມາດການແຂ່ງຂັນຂອງຜະລິດ ຕະພັນອີກດ້ວຍ. ສຳລັບທຸລະກິດຢູ່ຕ່າງປະເທດຂອງບໍລິສັດຜະລິດໝໍ້ໄຟທີ່ຊື່ດັງຂອງຈີນເຊັ່ນ: CATL, SVOLT ແລະອື່ນໆ ກໍໄດ້ເລັ່ງລັດຈັດຕັ້ງການຜະລິດຢູ່ໄທ ກຳປູເຈຍ ແລະ ປະເທດອື່ນໆ. ໃນດ້ານການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ, ຫວຽດນາມໄດ້ເຜີຍແຜ່ “ແຜນພັດທະນາພະລັງງານໄຟຟ້າສະບັບທີ 8” ໂດຍມີແຜນຈະເພີ່ມທະວີການຮ່ວມມືກັບບໍລິສັດຜະລິດໄຟຟ້າພະລັງງານແສງຕາເວັນຂອງຈີນ ແລະ ມີເປົ້າໝາຍວ່າເມື່ອຮອດປີ 2030 ຈະພັດທະນາໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນ ແລະ ພະລັງງານແບບເກັບສະສົມໃຫ້ມີຈຳນວນເພີ່ມຂຶ້ນຢ່າງຫລວງຫລາຍ. ວິສາຫະກິດພະລັງງານໃໝ່ຂອງຈີນກໍຕັ້ງໜ້າ ຮ່ວມມືກັບວິສາຫະກິດຂອງປະເທດ ລຸ່ມແມ່ນ້ຳຂອງ, ໄປລົງທຶນສ້າງໂຮງງານຢູ່ປະເທດທີ່ກ່ຽວຂ້ອງ, ສ້າງຜະລິດຕະພັນໃໝ່, ປະກອບສ່ວນເຂົ້າ ໃນການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວຢູ່ປະເທດລຸ່ມແມ່ນ້ຳຂອງ.

ທຸກວັນນີ້, ເມື່ອຍ່າງເລາະຫລິ້ນ ຕາມຖະໜົນຕ່າງໆໃນນະຄອນຄຸນໝິງເທດສະບານແຂວງຢຸນນານ ຈີນ, ຈະໄດ້ກິ່ນຫອມໝາກນາວຈາກຮ້ານອາຫານໄທ ຫລື ກິ່ນຫອມກາ ເຟຈາກລາວ; ຢູ່ໃນຕະຫລາດຂອງ ລາວ-ໄທ ແລະ ປະເທດອື່ນໆ, ກໍສາມາດພົບເຫັນສິນຄ້າຄຸນນະພາບດີ ແລະ ລາຄາຖືກຂອງຈີນຢູ່ເລື້ອຍໆ. ນັບແຕ່ການສ້າງຕັ້ງກົນໄກການຮ່ວມມື GMS ເປັນຕົ້ນມາ, ການຮ່ວມມືພາກພື້ນໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ. ໃນກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກ GMS, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ໃຫ້ ຄຳເຫັນຢ່າງເປັນເອກະພາບກັນວ່າ, ຍິນດີສຸມຄວາມພະຍາຍາມຮ່ວມກັນ, ເພີ່ມທະວີການແລກປ່ຽນແລະ ເຊື່ອມຕໍ່ຍຸດທະສາດການພັດທະນາຂອງປະເທດໃນພາກພື້ນ, ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ ແລະ ການພັດທະນາແບບກວມລວມ ແລະ ຍືນຍົງຂອງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດໃນພາກພື້ນລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

KPL

ຂ່າວອື່ນໆ

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກເສດຖະກິດ

      ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

      10/19/2026 10:17:39 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

    • ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່ເສດຖະກິດ

      ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

      10/14/2026 9:49:34 AM

      ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

ads
ads

Top