ຮສສ ເຜີຍແຜ່ເຊື່ອມຊຶມ 4 ເອກະສານ ສໍາຄັນຂອງພັກ

31/10/2024 14:34
Email Print 724
ຂປລ ຂປລ. ວັນທີ 30 ຕຸລາ 2024, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານອົບຮົມການເມືອງ-ແນວຄິດ, ສໍາລັບສະມາຊິກພັກ-ພະນັກງານຫລັກແຫລ່ງ ເພື່ອດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ຂປລ. ວັນທີ 30 ຕຸລາ 2024, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານອົບຮົມການເມືອງ-ແນວຄິດ, ສໍາລັບສະມາຊິກພັກ-ພະນັກງານຫລັກແຫລ່ງ ເພື່ອດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ​ໃນ​ນັ້ນ ປະກອບ​ມີ: ຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫລໍ່ຫລອມ ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ, ສະມາຊິກພັກ. ໂດຍການເຜີຍແຜ່ຂອງ ທ່ານ ລີປ່າວ ຢ່າງ ຮອງລັດຖະມົນຕີກະຊວງ ຮສສ,  ມີບັນດາສະມາຊິກພັກ-ພະນັກງານ ເຂົ້າຮ່ວມຮັບຟັງ.

ການເຜີຍແຜ່-​ເຊື່ອມ​ຊຶມ​ເອກະສານ​ຄັ້ງ​ນີ້, ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄວາມສໍາຄັນຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ເຂົ້າໃຈກ່ຽວກັບເນື້ອໃນຕ້ອງກຳແໜ້ນ ໃນການດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ເປັນເຈົ້າການນໍາເອົາມະຕິກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຈິງ, ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການກໍ່ສ້າງພັກຕາມ 5 ຫລັກການ ແລະ 3 ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບພັກ; ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂຕາມທີ່ກຳນົດໄວ້ປະກອບ ເຂົ້າໃນການຈັດຕັ້ງແຕ່ລະຂັ້ນ ໃນລະບົບການເມືອງ, ເພື່ອບຸກທະລຸການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານຂອງຂະແໜງການ, ທ້ອງຖິ່ນ, ສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່ ແລະ ເພື່ອສ້າງຄວາມເຊື່ອໝັ້ນ, ສັດທາຂອງມະຫາຊົນ ຕໍ່ການນໍາພາຂອງຄະນະພັກ ແຕ່ລະຂັ້ນ ກໍຄື ພະນັກງານ, ສະມາຊິກພັກ.

KPL

ຂ່າວອື່ນໆ

ads
ads

Top