ມຊ ສະຫລອງວັນຄູແຫ່ງຊາດ ແລະ ເປີດສົກຮຽນໃໝ່

30/10/2024 16:13
Email Print 2255
ຂປລ ຂປລ. ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ (7 ຕຸລາ 1994-7 ຕຸລາ 2024) ຄົບຮອບ 30 ປີ, ສະຫລຸບຊຸດຮຽນ 2020-2024, ສະຫລຸບສົກຮຽນ 2023-2024 ແລະ ເປີດສົກຮຽນໃໝ່ 2024-2025 ໃນວັນ​ທີ 30 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການ​ບໍດີ ມຊ ​ໂດຍ​ມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ມີຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູ-ອາຈານ​ແລະ ນັກສຶກສາ ເຂົ້າຮ່ວມ.



ຂປລ. ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ (
7 ຕຸລາ 1994-7 ຕຸລາ 2024) ຄົບຮອບ 30 ປີ, ສະຫລຸບຊຸດຮຽນ 2020-2024, ສະຫລຸບສົກຮຽນ 2023-2024 ແລະ ເປີດສົກຮຽນໃໝ່ 2024-2025 ໃນວັນ​ທີ 30 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການ​ບໍດີ ມຊ ​ໂດຍ​ມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ມີຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູ-ອາຈານ​ແລະ ນັກສຶກສາ ເຂົ້າຮ່ວມ.

 

ທ່ານ ເດຊານຸລາດ ແສນດວງເດດ ​ໄດ້​ໃຫ້​ຮູ້ວ່າ: ການຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ  ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງຄູຜູ້ທີ່ເສຍສະຫລະ ແລະ ປະຕິບັດໜ້າທີ່ ອັນມີກຽດເພື່ອໃຫ້ຄວາມຮູ້ ແລະ ແສງສະຫວ່າງແກ່ລູກຫລານຂອງປະຊາຊົນລາວ ບັນດາເຜົ່າຕະຫລອດ ໄລຍະຜ່ານມາ ໂດຍກຳນົດເອົາວັນເຂົ້າສັງກັດຄູ ຂອງນາຍຄູຄຳ ຜູ້ທີ່ທັງສິດສອນຄວາມຮູ້ວິຊາການ, ທັງອົບຮົມບົ່ມເພາະ ແນວຄິດຮັກຊາດ ຮັກບ້ານເກີດເມືອງນອນ ໃນສະໄໝຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ ໃນຕົ້ນສະຕະ ວັດທີ
20.




ພ້ອມ​ນີ້, ໃນພິທີໄດ້ສະຫລຸບການຮຽນ-ການ​ສອນ ສົກ​ປີ
2020-2024, ສະຫລຸບສົກຮຽນ 2023-2024 ແລະ ເປີດສົກຮຽນ 2024-2025 ຂອງ ມຊ ​ ​ໂດຍ​ສົກຮຽນ 2023-2024 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 5.649 ຄົນ, ຍິງ 2.605 ຄົນ, ມີນັກສຶກສາ ໄດ້ຮັບກຽດນິຍົມທັງໝົດ 96 ຄົນ ຍິງ 59 ຄົນ. ພ້ອມ​ນີ້, ຍັງມີຄູດີເດັ່ນປະເພດນາມມະຍົດຈໍານວນ 1.220 ທ່ານ, ຍິງ 569 ທ່ານ, ຂັ້ນກະຊວງສຶກສາທິການ ແລະ ກິລາ ຈໍານວນ 670 ທ່ານ, ຍິງ 340 ທ່ານ, ຂັ້ນມະຫາ ວິທະຍາໄລແຫ່ງຊາດ ຈໍານວນ 214 ທ່ານ, ຍິງ 119 ຄົນ.




ມຊ ໄດ້ຮັບການສ້າງຕັ້ງໃນປີ
1996 ໂດຍການຮວມເອົາ 3 ມະຫາວິທະຍາໄລ ແລະ 7 ສະຖາບັນການສຶກສາຊັ້ນສູງທີ່ຂຶ້ນກັບຫລາຍກະຊວງ ມາເປັນມະຫາວິທະຍາໄລແຫ່ງດຽວເອີ້ນວ່າ: ມະຫາວິ ທະຍາໄລແຫ່ງຊາດ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 11 ຫ້ອງການ. ນອກນີ້, ຍັງມີບັນດາສູນ, ຫໍສະໝຸດກາງ ແລະ ໂຮງໝໍວິທະຍາເຂດ, ປັດຈຸບັນມີ​ຫລັກສູດການຮຽນ-ການສອນທັງ​ໝົດ 267 ຫລັກສູດ. ໃນນັ້ນ, ມີປະລິນຍາ​​ເອກ 11 ຫລັກສູ​ດ, ປະລິນຍາໂທ 70 ຫລັກສູດ, ປະລິນຍາຕີ 119 ຫລັກສູດ, ຫລັກສູດຕໍ່ເນື່ອງປະລິນຍາຕີ 44 ຫລັກສູດ ແລະ ຫລັກສູດອະນຸປະລິນຍາ 4 ຫລັກສູດ.

ຂ່າວ-ພາບ: ໜັງສືພິມປະຊາຊົນ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top