ສຶກສາຄວາມເປັນໄປໄດ້ ທົດລອງນໍາໃຊ້ ເຕັກໂນໂລຊີ ປະເມີນ ແລະ ວັດແທກປ່າໄມ້

29/10/2024 14:16
Email Print 796
ຂປລ ຂປລ. ພິທີເຊັັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດຂຶ້ນ ໃນວັນທີ 28 ຕຸລາ 2024 ເພື່ອສຶກສາຄວາມເປັນໄປໄດ້ ໃນການຮ່ວມມືທົດລອງນໍາໃຊ້ເຕັກໂນໂລຊີ ເຂົ້າໃນການປະເມີນ ແລະ ວັດ ແທກປ່າໄມ້



ຂປລ. ພິທີເຊັັນບົດບັນທຶກຄວາມເຂົ້າໃຈ (
MOU) ລະຫວ່າງ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດຂຶ້ນ ໃນວັນທີ 28 ຕຸລາ 2024 ເພື່ອສຶກສາຄວາມເປັນໄປໄດ້ ໃນການຮ່ວມມືທົດລອງນໍາໃຊ້ເຕັກໂນໂລຊີ ເຂົ້າໃນການປະເມີນ ແລະ ວັດ ແທກປ່າໄມ້, ຕາງໜ້າລົງນາມໂດຍ ທ່ານ ສົມຫວັງ ພິມມະວົງ ຫົວໜ້າ ກົມປ່າໄມ້ ແລະ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ບໍ່ວຽງຄໍາ ວົງດາລາ ລັດ​ຖະ​ມົນ​ຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຮອງລັດຖະມົນຕີ, ຄະນະກົມ, ຄະນະຜູ້ບໍລິ ຫານ ແລະ ພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມ.

ການຮ່ວມມືໃນຄັ້ງນີ້, ແມ່ນສືບເນື່ອງມາຈາກທີ່ ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທຳມະຊາດ-ປ່າໄມ້ ທີ່ມີພື້ນທີ່ກວມເອົາເຖິງ 57% ຂອງພື້ນທີ່ທົ່ວປະເທດ, ປ່າໄມ້ເຫລົ່ານີ້ມີຄວາມສຳຄັນເປັນຍ່າງຍິ່ງ ຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ນັບໄດ້ວ່າເປັນແຫລ່ງກຳເນີດ ຂອງຊັບພະຍາກອນ ທີ່ມີມູນຄ່າ ທາງດ້ານເສດຖະກິດເປັນອັນດັບຕົ້ນໆ ຂອງປະເທດ ທີ່ທຸກຝ່າຍຈະຕ້ອງໄດ້ຮ່ວມມືກັນ ໃນການປົກປັກຮັກສາໃຫ້ຍືນຍົງ. ໃນຂະນະທີ່ ລາວ ໂທ ລະຄົມ ແລະ ໄທຄົມ ເປັນບໍລິສັດໂທລະຄົມມະນາຄົມ ຄົບວົງຈອນ ແລະ ມີເຕັກໂນໂລຊີ ຮັບຮູ້ທາງໄກ (Remote Sensing) ໂດຍນຳໃຊ້ເຕັກໂນໂລຊີ ອາວະກາດ (Space Tech) ທີ່ພັດທະນາໂດຍບໍລິ ສັດ ໄທຄົມ ມະຫາຊົນ ທີ່ສາມາດນໍາໃຊ້ເຂົ້າໃນ ວຽກງານການສຳຫລວດປ່າໄມ້ ເພື່ອການພັດທະນາກະ ສິກຳ ແລະ ປົກປັກຮັກສາປ່າໄມ້ໃຫ້ຍືນຍົງ ເຊິ່ງເປັນສ່ວນໜຶ່ງຂອງເປົ້າໝາຍ ການພັດທະນາ ດ້ານກະສິກໍາຂອງປະເທດ.   




ພາຍ​ໃຕ້​ການ​ຮ່ວມ​ມື​ດັ່ງກ່າວ
, ທັງ​ສອງ​ຝ່າຍ​ຈະ​ຮ່ວມ​ກັນສຶກສາ​ຄົ້ນຄວ້າ ​​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຮັບຮູ້ທາງໄກ ຂອງ​ໄທ​ຄົມ ເຂົ້າໃນການສຶກສາທົດລອງ ​ເພື່ອ​ຄຸ້ມ​ຄອງ​ເນື້ອ​ທີ່​ປ່າ​ໄມ້ 2.889 ​ເຮັກຕາ ທີ່​ບ້ານ​ໂພນ​ສູງ ​ເມືອງ​ວັງ​ວຽງ ແຂວງວຽງຈັນ ເປັນເຂດທົດລອງ​ປະສິດທິພາບ ຂອງການນໍາໃຊ້ ເຕັກໂນໂລຊີ ເຂົ້າໃນວຽກງານກວດກາປ່າໄມ້, ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທໍາ​ມະ​ຊາດປ່າໄມ້ ​ແລະ ​​ສົ່ງ​ເສີມ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ດີ​ຈິ​ຕອນ ໂດຍ​ສະ​ເພາະ​ແມ່ນ​ການ​ນໍາ​ໃຊ້​ເຕັກໂນໂລຊີ ​ໃນ​ການ​ຄຸ້ມ​ຄອງ​ສິ່ງ​ແວດລ້ອມຂອງເຂດປ່າໄມ້ ເປັນຕົ້ນ ການຊອກຫາຈຸດ ຄວາມຮ້ອນ ແລະ ເຂດຮອຍເຜົາໄໝ້ຂອງໄຟປ່າ ເພື່ອລະບຸຈຸດຄວາມຮ້ອນ ຈະຊ່ວຍໃນການກວດຫາ ແລະ ຕິດຕາມໄຟໄໝ້ປ່າໄດ້ໄວ, ຂໍ້​ມູນ​ທີ່​ໄດ້​ມາ​ຈະຊ່ວຍ ​ໃນ​ການ​ປະ​ເມີນ​ສະ​ພາບ​ການ ​ແລະ​ ​ດໍາ​ເນີນກະກຽມຄວາມພ້ອມ ໃນການປ້ອງກັນຄວບຄຸມໄຟປ່າ​ ໃຫ້ທ່ວງ​ທັນ​ກັບເຫດການ; ການຊອກຫາພື້ນທີ່ປ່າໄມ້ ທີ່ມີການບຸກລຸກຈະຊ່ວຍໃນການ ກວດກາການປ່ຽນແປງຂອງປ່າໄມ້, ລວມທັງການບຸກລຸກ ຫລື ການຕັດໄມ້ທຳລາຍປ່າໄດ້ຢ່າງມີປະສິດທິຜົນ ແລະ ປະເມີນການສະສົມ ກາກບອນປ່າໄມ້ ເພື່ອຊ່ວຍໃຫ້ການປະເມີນປະລິມານ ການສະສົມກາກບອນປ່າໄມ້ ມີຄວາມຖືກຕ້ອງສູງ, ການປະເມີນນີ້ຈະຖືກສົມທຽບ ຄຽງຄູ່ກັບຂໍ້ມູນຈາກ ການສໍາຫລວດພາກພື້ນດິນ ເພື່ອໃຫ້ໄດ້ທັດສະນະລວມ ແລະ ຄວາມເຂົ້າໃຈຢ່າງລະອຽດ ໂດຍການຄາດຄະເນທີ່ຖືກຕ້ອງ ແລະ ຊັດເຈນ ລວມເຖິງການສະໜັບສະໜູນນະວັດຕະກໍາ ໃນການພັດທະນາສີຂຽວແບບຍືນຍົງ ເຊິ່ງ ປັດຈຸບັນ, ບັນດາປະເທດທົ່ວໂລກ ຕ່າງກໍໄດ້ໃຫ້ຄວາມສຳຄັນ ໃນວຽກງານສິ່ງແວດລ້ອມສີຂຽວ ແບບຍືນຍົງເຊັ່ນດຽວກັນ.

KPL

ຂ່າວອື່ນໆ

ads
ads

Top