ປີ 2025 ແຂວງວຽງຈັນ ວາງຄາດໝາຍ ດຶງດູດນັກທ່ອງທ່ຽວໃຫ້ໄດ້ 1,3 ລ້ານເທື່ອຄົນ

28/10/2024 17:54
Email Print 1410
ຂປລ ຂປລ. ໃນ​ປີ 2025 ທີ່​ຈະ​ມາ​ເຖິງນີ້, ​ແຂວງ​ວຽງ​ຈັນ ກໍ​ຄື ພະແນກຖະແຫລງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ ວາງ​ຄາດໝາຍ​ສູ້​ຊົນ ດຶງ​ດູ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າ​ມາ​ທ່ອງ​ທ່ຽວ​ແຂວງ​ວຽງ​ຈັນ ໃຫ້ໄດ້ຈໍານວນ 1,3 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ ຫລາຍກ່ວາ 782 ຕື້ກີບ.


ຂປລ. ໃນ​ປີ 2025 ທີ່​ຈະ​ມາ​ເຖິງນີ້, ​ແຂວງ​ວຽງ​ຈັນ ກໍ​ຄື ພະແນກຖະແຫລງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ ວາງ​ຄາດໝາຍ​ສູ້​ຊົນ ດຶງ​ດູ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າ​ມາ​ທ່ອງ​ທ່ຽວ​ແຂວງ​ວຽງ​ຈັນ ໃຫ້ໄດ້ຈໍານວນ 1,3 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ ຫລາຍກ່ວາ 782 ຕື້ກີບ. ​ໃນ​ຂະນະ​ທີ່ 9 ເດືອນປີ 2024 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແຂວງວຽງຈັນ ທັງໝົດ 1.031.756 ເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 281.891 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີ 2023 ເພີ່ມຂຶ້ນ 366.917 ຄົນ, ສ້າງລາຍຮັບທົ່ວສັງຄົມໄດ້ທັງໝົດ 707 ຕື້ກ່ວາກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 489 ຕື້ກີບ.

ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫລງ, ຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ(ຖວທ) ​ໄດ້​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ​ ສໍານັກ​ຂ່າວສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 24 ຕຸລາ 2024 ຜ່ານ​ມາວ່າ: ​ແຂວງ​ວຽງຈັນ  ຖື​ເອົາ​ວຽກງານ​ທ່ອງ​ທ່ຽວ ​ເປັນ​ຂະ​ແໜງການ​ທີ່​ສໍາ​ຄັນ  ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ເສດຖະກິດ ​ແຂວງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ທັງ​ນີ້ກໍ​ເພື່ອ​ເຮັດ​ໃຫ້​ເງິນຕາ​ຕ່າງປະ​ເທດ ໝູນວຽນ​ໃນ​ລະບົບ​ເສດຖະກິດ​ໄດ້​ເປັນ​ຢ່າງ​ດີ, ສາມາດຕອບ​ສະໜອງການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ປະຊາຊົນ ​ໃນຕົວ​ເມືອງ ​ແລະ ຊົນນະບົດ. ສະ​ນັ້ນ, ວຽກງານການທ່ອງທ່ຽວ ຈຶ່ງເປີດກວ້າງ​ການ​ຮ່ວມ​ມື​ກັບພາກ​ພື້ນ ​ແລະ ​ສາກົ​ນ  ​ເພື່ອ​​ເຮັດ​ໃຫ້ເສດຖະກິດ ​​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຕາມທິດ​ສົ່ງ​ເສີມ​ການທ່ອງທ່ຽວທາງ​ທໍາ​ມະ​ຊາດ, ປະຫວັດສາດ, ວັດທະນະ​ທໍາ ​ແລະ ກະສິກໍາ ​ໂດຍ​ລວມ​ແລ້ວ ທົ່ວແຂວງມີແຫລ່ງທ່ອງທ່ຽວ ທີ່ຂຶ້ນບັນຊີຄຸ້ມຄອງແລ້ວ 211 ແຫ່ງ. ໃນນີ້, ມີແຫລ່ງທ່ອງທ່ຽວ ທາງທໍາມະຊາດ 180 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 9 ແຫ່ງ, ໄດ້ພັດທະນາ ແລະ ເປີດນຳໃຊ້ບໍລິການເປັນ ສະຖານທີ່ທ່ອງທ່ຽວແລ້ວ 60 ແຫ່ງ, ສະຖານທີ່ທ່ອງທ່ຽວທຳມະຊາດ  55  ແຫ່ງ, ວັດທະນະທຳ 5 ແຫ່ງ, ໃນນັ້ນພາກ ເອກະຊົນລົງທຶນ 55 ແຫ່ງ, ປະຊາຊົນເປັນຜູ້ພັດທະນາ ແລະ ຄຸ້ມຄອງ  5 ແຫ່ງ ໂດຍມອບໃຫ້ຫ້ອງການ ຖວທ ເມືອງ ເປັນຜູ້ຄຸ້ມຄອງຕິດຕາມກວດກາ ໃນດ້ານວິຊາການ, ໃນຕົ້ນປີ 2024 ໄດ້ສົມທົບກັບຂະແໜງການກ່ຽວຂ້ອງລົງສໍາຫລວດ ເພື່ອປັກຫລັກໝາຍ ຂອບເຂດ ແຫລ່ງທ່ອງທ່ຽວ 2 ແຫ່ງຢູ່ເມືອງເຟືອງ. 

ສໍ​າລັບ ຫົວໜ່ວຍທຸລະ​ກິດການທ່ອງທ່ຽວ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ດໍາ​ເນີນທຸລະ​ກິດຢ່າງ​ຖືກ ຕ້ອງ​ຕາມ​ກົດໝາຍ ມີ​ທັງໝົດ 1.052 ຫົວໜ່ວຍ. ​ໃນ​ນັ້ນ, ​ມີ​ທຸລະ​ກິດ​ໂຮງ​ແຮມ 45 ​ແຫ່ງ, ຣີ​ສອດ 28 ​ແຫ່ງ, ​ເຮືອນ​ພັກ 365 ​ແຫ່ງ, ຮ້ານ​ອາຫານ​ກິນ​ດື່ມ 377 ​ແຫ່ງ, ຮ້ານ​ບັນ​ເທີ​ງ 34 ​ແຫ່ງ, ບໍລິສັດທ່ອງ​ທ່ຽວ 55 ບໍລິ​ສັດ ​ແລະ ໜ່ວຍບໍລິການ​ທ່ອງ​ທ່ຽວ 73 ໜ່ວຍ  ​ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ ທີ່​ຈະ​ເຂົ້າ​ມາ​ທ່ອງ​ທ່ຽວ​ແຂວງ​ວຽງຈັນ.

 

ທ່ານ ສີສະຫວາດ ແສງພະຈັນ ຍງັ​ໃຫ້​ຮູ້​ອີກ​ວ່າ: ແຂວງ​ວຽງຈັນ ​ເປັນ​ແຂວງໜຶ່ງທີ່​ມີ​ສະຖານ​ທີ່​ທ່ອງ​ທ່ຽວ ທາງ​ທໍາ​ມະ​ຊາດ, ປະຫວັດສາດ, ວັດທະນະ​ທໍາ ​ແລະ ກະສິກໍາ ທີ່​ສວຍ​ງາມ ສາມາດດຶງ​ດູດ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໃຫ້​ເຂົ້າ​ມາ​ທ່ຽວຊົມ​ແຂວງ​ວຽງຈັນ​ ນັບ​ມື້​ຫລາຍ​ຂຶ້ນ​ໃນ​ແຕ່ລະ​ປີ ​ແລະ ​ໃນປີ 2024 ​ກໍເປັນ​ປີໜຶ່ງທີ່​ມີ​ຄວາມໝາຍສໍາຄັນ ທີ່​ພັກ-​ລັດຖະບານ ​ໄດ້​ກໍານົດ​ໃຫ້​ເປັນ​ປີ ທ່ອງ​ທ່ຽວລາວ ເຊິ່ງ​ໄລຍະ 9 ຜ່ານ​ມາ ​ເຫັນ​ວ່າມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ ມີ​ຈໍານວນ​ເພີ່ມ​ຂຶ້ນ ທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານ​ມາຈໍານວນ 366.917 ຄົນ  ​ແລະ ​ໃນ​ປີ  2025 ຈະສູ້ຊົນ ໃຫ້ມີນັກທ່ອງທ່ຽວເຂົ້າມາທ່ອງ​ທ່ຽວ ແຂວງວຽງຈັນ ໃຫ້ໄດ້ 1,3 ລ້ານເທື່ອຄົນ.


ຂ່າວ: ມາ​ລິ​ດາ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

ads
ads

Top