ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກຄັ້ງທີ 9 ສະໄໝທີ XI

28/10/2024 17:41
Email Print 1072
ຂປລ ຂປລ. ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ໄຂຂຶ້ນເປັນທາງການ ໃນວັນທີ 28 ຕຸລາ 2024 ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຢູ່ຫ້ອງວ່າການສູນກາງພັກ.



ຂປລ. ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ
9 ສະໄໝທີ XI ໄດ້ໄຂຂຶ້ນເປັນທາງການ ໃນວັນທີ 28 ຕຸລາ 2024 ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຢູ່ຫ້ອງວ່າການ ສູນກາງພັກ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ໄຂຂຶ້ນໃນຈຸດເວລາທີ່ສະພາບແວດລ້ອມສາກົນ ແລະ ພາກພື້ນຍັງສືບຕໍ່ມີຄວາມບໍ່ແນ່ນອນ, ບັນຫາເສດຖະກິດຖົດຖອຍ, ໄພທໍາມະຊາດ, ການແຂ່ງຂັນດ້ານພູມີລັດຖະສາດ, ສະພາບຄວາມເຄັ່ງຮ້ອນ-ເຄັ່ງຕຶງ ດ້ານການເມືອງ, ການປະທະກັນດ້ານກໍາລັງ ເກີດຂຶ້ນຢູ່ຫລາຍພາກພື້ນຂອງໂລກ, ບັນດາຈຸດຮ້ອນຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ສືບຕໍ່ເປັນສິ່ງທ້າທາຍ, ກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງໂລກ. ສຳລັບ ສປປ ລາວ ໃນປີ 2024 ເຖິງວ່າພວກເຮົາມີຄວາມພະຍາຍາມ ໃນການນໍາພາ-ຊີ້ນໍາ ແລະ ການບໍລິຫານ-ຄຸ້ມຄອງຂອງພັກ, ລັດ ເລັ່ງໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ທີ່ປະເຊີນມາຫລາຍປີ ດ້ວຍຫລາຍມາດຕະການກໍ່ຕາມ, ແຕ່ກໍຕ້ອງຍອມຮັບນໍາກັນວ່າ ຍັງເຕັມໄປດ້ວຍຄວາມສ່ຽງ ແລະ ສິ່ງທ້າທາຍບໍ່ນ້ອຍ ທີ່ຈະຕ້ອງໄດ້ແກ້ໄຂ, ບວກໃສ່ຜົນກະທົບຈາກ ໄພພິບັດທໍາມະຊາດທີ່ຮ້າຍແຮງ ໄດ້ສ້າງຄວາມເສຍຫາຍໃນຫລາຍແຂວງ ຂອງປະເທດຢ່າງໜັກໜ່ວງ ແລະ ກວ້າງຂວາງພໍສົມຄວນ, ແຕ່ດ້ວຍຄວາມຮັບຜິດຊອບການເມືອງ ທົ່ວພັກ, ທົ່ວລັດ ແລະ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງທົ່ວປວງຊົນລາວທັງຊາດ ສາມາດແກ້ໄຂບັນຫາຫຍຸ້ງຍາກດ້ານຕ່າງໆໄດ້ ທັງແກ້ໄຂບັນຫາຫຍຸ້ງຍາກທີ່ມີມາກ່ອນ, ທັງແກ້ໄຂຜົນກະທົບທີ່ມາຈາກຄວາມບັງເອີນ, ທັງເຮັດໜ້າທີ່ເປັນປະທານອາ ຊຽນ ມາແຕ່ວັນທີ 1 ມັງກອນ 2024 ເຖິງປັດຈຸບັນນີ້, ສາມາດຮັບປະກັນ ຜົນສໍາເລັດ ຂອງການຈັດກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອື່ນໆ, ກອງປະຊຸມ AIPA ກໍສໍາເລັດຜົນ ເປັນຢ່າງດີ.




ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນຕື່ມວ່າ: ກອງປະຊຸມສູນກາງ ຄັ້ງທີ
9 ນີ້, ຈະໄດ້ໄຂຂຶ້ນ ແລະ ດໍາເນີນໄປໃນຈຸດເວລາ ທີ່ມີຄວາມໝາຍສະເພາະຕົວຂອງມັນ, ຍ້ອນວ່າ ພວກເຮົາ ຕີລາຄາວຽກງານປີ 2024 ນີ້ ເປັນປີທີ່ໄດ້ເຮັດວຽກຫລາຍທີ່ສຸດ ທັງວຽກພາຍໃນ ແລະ ວຽກຕ່າງປະເທດ, ເປັນປີທີ່ເລີ່ມກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ທັງເປັນປີມ້ວນທ້າຍ ຂອງສະໄໝທີ XI ຂອງພັກ, ທັງເປັນປີທີ່ສ້າງທ່ວງທ່າ ໃຫ້ແກ່ປີມ້ວນທ້າຍ ຄືປີ 2025 ທີ່ຈະມາເຖິງ. ສ່ວນການປຶກສາຫາລືວຽກງານ ປີ 2025 ທີ່ເປັນປີມ້ວນທ້າຍນັ້ນ ຍິ່ງມີຄວາມສໍາຄັນເປັນພິເສດ ເພາະເປັນປີຕັດສິນຊີ້ຂາດ ຂອງການສ້າງຂະບວນການທົ່ວພັກ, ທົ່ວລັດ, ທົ່ວປວງຊົນ ເພື່ອກ້າວສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ກອງປະຊຸມສູນກາງຄັ້ງນີ້, ໄດ້ບັນຈຸບັນດາຫົວຂໍ້ ແລະ ເນື້ອໃນສໍາຄັນ ຄື: ວາລະເປີດກວ້າງ ແລະ ວາລະພາຍໃນສູນກາງ ຄື: ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2024 ແລະ ທິດທາງ ປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ; ສະພາບ ແລະ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ວຽກງານຄວາມໝັ້ນຄົງ) ປະຈໍາປີ 2024 ແລະ ທິດທາງ ປີ 2025; ການດໍາເນີນກອງປະຊຸມໃຫຍ່ ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ກະກຽມດຳເນີນກອງປະຊຸມ ໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານ ອ້ອມຂ້າງແຂວງ-ນະຄອນຫລວງ ແລະ ຮາກຖານພັກອ້ອມຂ້າງກະຊວງ ແລະ ອົງການ; ສ່ວນ 4 ເອກະສານສໍາຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ໄດ້ແກ່ ໂຄງການການເມືອງ ຂອງພັກ ສະບັບທີ III, ລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII,  ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ການປັບປຸງກົດລະບຽບ ຂອງພັກ, ການປັບປຸງລັດຖະທໍາມະນູນ ປີ 2015 ບາງມາດຕາ ເພື່ອໃຫ້ສອດຄ່ອງກັບບັນດານະໂຍບາຍໃໝ່ ທີ່ໄດ້ຮັບຮອງໃນມະຕິ ຂອງຄະນະບໍລິຫານງານສູນກາງພັກ ທີ່ຜ່ານມາ; ດໍາເນີນຊີວິດການເມືອງ ປະຈໍາປີ 2024 ເພື່ອສຳຫລວດກວດກາການນຳພາລວມ ຂອງໝູ່ຄະນະ ແລະ ຄວາມຮັບຜິດຊອບການເມືອງ ຂອງບັນດາສະຫາຍສູນກາງ.

ເນື້ອໃນຂອງກອງປະຊຸມຄັ້ງນີ້, ມີຫລາຍຫົວຂໍ້ ແລະ ລ້ວນແຕ່ເປັນບັນຫາສໍາຄັນ, ແຕ່ດ້ານເວລາພັດຈໍາກັດ, ຈຶ່ງສະເໜີໃຫ້ບັນດາສະຫາຍສູນກາງພວກເຮົາ ຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ໃຫ້ຄໍາເຫັນ, ໃຫ້ທິດ ຕໍ່ແຕ່ລະວຽກໃຫ້ເລິກເຊິ່ງ, ພາວະວິໄສ ແລະ ເຈາະຈົງໃສ່ບັນຫາ ທີ່ຕັ້ງຂຶ້ນ ແລະ ບັນດາສະຫາຍ ຄວນໃຊ້ເວລາ ທີ່ຈໍາກັດນີ້ ອອກຄໍາເຫັນໃຫ້ເລິກເຊິ່ງ ແລະ ຖືກຈຸດ; ການລາຍງານຂອງພາກສ່ວນຕ່າງໆ ຕ້ອງໃຫ້ກະທັດຮັດ, ມີຈຸດສຸມ, ເນັ້ນຫລັກການ, ຈຸດໃຫຍ່ໆ, ເນື້ອໃນທີ່ຈຳເປັນ, ບັນຫາທີ່ຕ້ອງການຂໍທິດຊີ້ນໍາ ຈາກສູນກາງ ເປັນຕົ້ນຕໍ, ສ່ວນບັນຫາລະອຽດ ແມ່ນໄດ້ບັນຈຸໃນເອກະສານແລ້ວນັ້ນ ກໍແນະນໍາໃຫ້ມີການເອົາໃຈໃສ່ເນັ້ນໜັກ ໃນການຄົ້ນຄວ້າໃຫ້ເຂົ້າໃຈຈຸດປະສົງ ຂອງເນື້ອໃນທີ່ໄດ້ຂຽນໄວ້.

​ໂອກາດ​ນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ກຳມະການສູນກາງພັກ ເພີ່ມທະວີຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ວິເຄາະ, ວິໄຈ ເພື່ອກະກຽມປະ ກອບຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ແຕ່ລະບັນຫາ ໃຫ້ເລິກເຊິ່ງ, ພາວະວິໄສ ແລະ ຖືກເປົ້າ, ສະເໜີວິທີການ, ມາດຕະການແກ້ໄຂບັນຫາ ໃຫ້ຖືກຕ້ອງ ເພື່ອງ່າຍໃຫ້ແກ່ ການສະຫລຸບສັງລວມ, ງ່າຍໃຫ້ແກ່ການປັບປຸງເອກະສານ ແລະ ຖືກກັບຈຸດທີ່ຢາກໄດ້, ຢາກແກ້ໄຂແທ້ໆ. ພວກເຮົາ ຕ້ອງຢືນຢູ່ບົນຈິດໃຈປະຕິວັດບຸກ, ມີແບບແຜນລາຍງານ, ປະກອບຄວາມເຫັນແບບວິທະຍາສາດ, ກ້າຄິດ, ກ້າສະເໜີບັນຫາ ເພື່ອເຮັດໃຫ້ທຸກບັນຫາ ທີ່ນຳມາຄົ້ນຄວ້າ, ປຶກສາຫາລື ໃນກອງປະຊຸມຄັ້ງນີ້, ມີຄວາມຈະແຈ້ງ, ຊັດເຈນ ແລະ ມີຄວາມເປັນເອກະພາບກັນສູງ, ເມື່ອຮັບຮອງເອົາເປັນມະຕິແລ້ວ ກໍສາມາດຈັດຕັ້ງປະຕິບັດໄດ້ງ່າຍ, ໄດ້ດີ ແລະ ມີປະສິດທິຜົນສູງ. ສ່ວນເອກະສານ ສໍາຄັນ ທີ່ຈະນໍາເຂົ້າຜ່ານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕ້ອງຄໍານຶງເຖິງທັດສະນະການເມືອງ, ມີລັກສະນະປະຕິວັດບຸກ, ແທດກັບຄວາມເປັນຈິງ ຂອງພັກ ແລະ ຂອງປະເທດເຮົາ ແລະ ໃຫ້ເປັນເອກະສານທີ່ມີຫລັກທິດສະດີ, ວິທະຍາສາດ, ແທດຕົວຈິງ ກັບຄວາມສາມາດ ໃນການປະຕິບັດ ຂອງປະເທດຊາດ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top