ສສ ຫວຽດນາມ ພວມກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃນຂະແໜງເຄິ່ງຊັກນຳໄຟຟ້າ

25/10/2024 17:34
Email Print 185
ຂປລ ໃນສະພາບການ ຂະແໜງ ເຄິ່ງຊັກນຳໄຟຟ້າ ສືບຕໍ່ ພັດທະນາ, ສສ ຫວຽດນາມ ພວມກາຍເປັນ ຈຸດໝາຍ ປາຍທາງ ທີ່ດຶງດູດ ໃນຂະແໜງ ເຄິ່ງຊັກນຳໄຟຟ້າ, ດ້ວຍແງ່ຫວັງ ການເຕີບໂຕ ຢ່າງເຂັ້ມແຂງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນສະພາບການ ຂະແໜງ ເຄິ່ງຊັກນຳໄຟຟ້າ ສືບຕໍ່ ພັດທະນາ, ສສ ຫວຽດນາມ ພວມກາຍເປັນ ຈຸດໝາຍ ປາຍທາງ ທີ່ດຶງດູດ ໃນຂະແໜງ ເຄິ່ງຊັກນຳໄຟຟ້າ, ດ້ວຍແງ່ຫວັງ ການເຕີບໂຕ ຢ່າງເຂັ້ມແຂງ. ຕະຫລາດ ເຄິ່ງຊັກນຳ ໄຟຟ້າ ຂອງ ສສ ຫວຽດນາມ ຄາດວ່າ ຈະບັນລຸ 7,01 ຕື້ໂດລາ ສະຫະລັດ ໃນປີ 2028, ດ້ວຍລະດັບການເຕີບໂຕ ສະເລ່ຍ ຂະແໜງ ຕໍ່ປີ ແມ່ນປະມານ 6,69% ໃນໄລຍະ 2023 – 2028. ນີ້ແມ່ນຂໍ້ສັງເກດ ຂອງນັກຊ່ຽວຊານ, ຄູ່ຮ່ວມມືສາກົນ ໃນສະພາບການທີ່ ສສ ຫວຽດນາມ ສົມທົບກັບ ສະຫະສະມາຄົມ ຂະແໜງ ເຄິ່ງຊັກນຳໄຟຟ້າ ທົ່ວໂລກ ຈັດງານວາງສະແດງ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ ຫວຽດນາມ ປີ 2024 (SEMIExpo Vietnam 2024) ຢູ່ຮ່າໂນ້ຍ ໃນຕົ້ນເດືອນ ພະຈິກປີນີ້. ທ່ານ ຄຣີສຕົບ ພຣອມເມີສະເບີເກີ (Christoph Prommersberger), ຮອງເອກອັກຄະລັດຖະທູດ ໂຮນລັງ ປະຈຳ ສສ ຫວຽດນາມ ຢັ້ງຢືນວ່າ: ປັດຈຸບັນ, ສສ ຫວຽດນາມ ພວມຢືນຢູ່ ຕໍ່ໜ້າໂອກາດ ເຂົ້າຮ່ວມ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ ຢ່າງເລິກເຊິ່ງ ແລະ ສະແດງ ໃຫ້ເຫັນ ຄວາມຄາດຫວັງ ກາຍເປັນຕ່ອງໂສ້ ໜຶ່ງໃນລະບົບ ສະໜອງ ເຄິ່ງຊັກນຳໄຟຟ້າ ທົ່ວໂລກ ຢ່າງຈະແຈ້ງ. ຂະນະທີ່ ໂຮນລັງ ແມ່ນປະເທດນຳໜ້າ ໃນຂະແໜງ ເຄິ່ງຊັກນຳໄຟຟ້າ ແລະ ສສ ຫວຽດນາມ ມີກຳລັງ ບົ່ມຊ້ອນ ອັນໃຫຍ່ຫລວງ ໃນຂົງເຂດນີ້. ໂຮນລັງ ພ້ອມແລ້ວ ທີ່ຈະສືບຕໍ່ ຮ່ວມມືກັບ ສສ ຫວຽດນາມ ແລະ ການຮ່ວມມືນີ້ ບໍ່ພຽງແຕ່ ນຳມາເຊິ່ງຜົນປະໂຫຍດ ໃຫ້ແກ່ ສອງປະເທດ ເທົ່ານັ້ນ ຫາກຍັງ ນັບທັງ ທົ່ວຂະແໜງ ເຄິ່ງຊັກນຳໄຟຟ້າ ຂອງໂລກ ອີກດ້ວຍ ແລະ ພ້ອມສົມທົບກັບ ບັນດາ ຄູ່ຮ່ວມມືຂອງ ສສ ຫວຽດນາມ ເພື່ອສ້າງລະບົບນິເວດ ເຄິ່ງຊັກນຳໄຟຟ້າຢູ່ ສສ ຫວຽດນາມ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top