ຊາວອາເມລິກາ 25 ລ້ານຄົນ ເລືອກຕັ້ງປະທານາທິບໍດີ ລ່ວງໜ້າ

25/10/2024 15:47
Email Print 191
ຂປລ ຊາວອາເມລິກາ ຜູ້ມີສິດ ເລືອກຕັ້ງ ເກືອບ 25 ລ້ານຄົນ ໄປລົງຄະແນນສຽງ ເລືອຕັ້ງ ປະທານາທິບໍດີ ສ.ອາເມລິກາ ລ່ວງໜ້າ ກ່ອນວັນເລືອກຕັ້ງ ຢ່າງເປັນທາງການ ໃນວັນທີ5 ພະຈິກປີນີ້.

ຂປລ.ສຳນັກຂ່າວ ຣອຍເຕີ, ວັນທີ25 ຕຸລານີ້, ຂໍ້ມູນຈາກ ຫ້ອງປະຕິບັດ ການເລືອກຕັ້ງ ຂອງມະຫາ ວິທະຍາໄລ ຟລໍຣີດາ ຂອງ ສ.ອາເມລິກາ ພົບວ່າ: ຊາວອາເມລິກາ ຜູ້ມີສິດ ເລືອກຕັ້ງ ເກືອບ 25 ລ້ານຄົນ ໄປລົງຄະແນນສຽງ ເລືອຕັ້ງ ປະທານາທິບໍດີ ສ.ອາເມລິກາ ລ່ວງໜ້າ ກ່ອນວັນເລືອກຕັ້ງ ຢ່າງເປັນທາງການ ໃນວັນທີ5 ພະຈິກປີນີ້. ສຳລັບ ການເລືອກຕັ້ງ ລ່ວງໜ້າ ດັ່ງກ່າວ ເປັນການເດີນທາງ ໄປລົງຄະແນນສຽງ ດ້ວຍຕົວເອງ ແລະ ການລົງຄະແນນ ທາງໄປສະນີ ຫລາຍລັດ ລວມທັງ ລັດແຄໂຣໂລນາ ແລະ ລັດ ຈໍເຈຍ ໄດ້ສ້າງສະຖິຕິໃໝ່ ໃນວັນທຳອິດຂອງກສນລົງຕະແນນສຽງລ່ວງໜ້າ ໂດຍຫລ້າສຸດພົບວ່າ: ທ່ານ ນາງ ຄາເມລາ ແຮຣີສ ຍັງມີຄະແນນ ນຳໜ້າ ທ່ານ ໂດນັນ ທຣຳ ດ້ວຍຄະແນນສຽງ 46% ຕໍ່ 43% ແລະ ຍັງມີອີກຫລາຍລັດ ທົ່ວປະເທດ ສຶບຕໍ່ ລົງຄະແນນສຽງ ໃຫ້ສຳເລັດ ຕາມເວລາ ທີ່ກຳນົດໄວ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top