ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

25/10/2024 15:24
Email Print 427
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງ ພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ



ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ
, ທ່ານ ທອງລຸນ  ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງ ພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ໃນວັນທີ 22-24 ຕຸລາ 2024.

ກອງປະຊຸມຄັ້ງນີ້, ເພື່ອສ້າງແຮງຊຸກຍູ້ ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ການແກ້ໄຂບັນຫາຕົວຈິງຂອງພາກພື້ນ ກໍຄື ທົ່ວໂລກ ລວມທັງການສ້າງຄວາມເຂັ້ມແຂງ ແລະ ຄວາມພະຍາຍາມຮ່ວມກັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ສ້າງລະບຽບໂລກ ທີ່ມີຄວາມເທົ່າທຽມ, ຍຸຕິທຳ ແລະ ເປັນປະຊາທິປະໄຕ. ກອງປະຊຸມສຸດຍອດດັ່ງກ່າວ, ມີຂັ້ນປະມຸກລັດ ແລະ ຫົວໜ້າລັດຖະບານ ຈາກ 25 ປະເທດ ໃນຈໍານວນ 36 ປະເທດທີ່ຖືກເຊີນ ແລະ 2 ອົງການຈັດຕັ້ງສາກົນ ຄື: ອົງການ ສະຫະປະຊາຊາດ ແລະ ທະນາຄານພັດທະນາໃໝ່ (New Development Bank) ເຂົ້າຮ່ວມ.



ໂອກາດນີ້
, ທ່ານ ປະທານປະເທດ ໄດ້ມີຄຳເຫັນ ຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນວ່າ: ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການຮ່ວມມືຫລາຍຝ່າຍ ເພື່ອການພັດທະນາແບບຍືນຍົງ ແລະ ການສົ່ງເສີມການຮ່ວມມືກັບ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ໂດຍຍຶດຖືຫລັກການ ການຮ່ວມມືຫລາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງເທົ່າທຽມ. ພ້ອມນີ້, ຍັງໄດ້ຕີລາຄາເຖິງຄວາມສຳຄັນຂອງ ກຸ່ມ BRICS ເຊິ່ງເປັນກົນໄກການຮ່ວມມືໜຶ່ງ ທີ່ເຂັ້ມແຂງ,  ມີບົດບາດ ແລະ ອິດທິພົນ ໃນເວທີສາກົນ, ພ້ອມທັງໄດ້ສະເໜີຕໍ່ ກຸ່ມ BRICS ເພື່ອເພີ່ມບົດບາດຂອງຕົນ ໃນການຂັບເຄື່ອນໂລກ ໃຫ້ເກີດການພັດທະນາຢ່າງເທົ່າທຽມ ໄປຄຽງຄູ່ກັບການຍົກສູງ ການຮ່ວມມື ໃນລະດັບຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ແລະ ເອົາໃຈໃສ່ສືບຕໍ່ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໂດຍສະເພາະ ຊ່ວຍເຫລືອປະເທດ ໃນພາກພື້ນເຂດໂລກໃຕ້ ລວມທັງເປີດກວ້າງການຮ່ວມມື ໃນບັນດາຂົງເຂດບຸລິມະສິດ ເຊັ່ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ, ການຫັນເປັນດີິຈິຕອນ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເຂົ້າສູ່ລວງເລິກ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ ການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ໃຫ້ປະກົດຜົນເປັນຮູບປະທໍາ ໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫລັງ. ໃນໂອກາດ ກອງປະຊຸມສຸດຍອດ BRICS ຄັ້ງນີ້, ສປປ ລາວ  ຍັງໄດ້ສະແດງເຈດຈຳນົງ ໃນການສະໝັກເຂົ້າເປັນສະມາຊິກຂອງກຸ່ມ BRICS ເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ຮ່ວມກັບບັນດາປະເທດສະມາຊິກ.  




ໃນໂອກາດດັ່ງກ່າວ
, ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ທ່ານ ປະທານາທິບໍດີກາຊັກສະຖານ, ທ່ານ ປະທານາທິບໍດີ ອາແຊັກໄບຊານ, ທ່ານ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ຍົກລະດັບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ.

ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີ ເຊິ່ງເລີ່ມມາແຕ່ປີ 2009, ກອງປະຊຸມຄັ້ງຜ່ານມາ ແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ປັດຈຸບັນ, ກຸ່ມ BRICS ປະກອບດ້ວຍ ສະມາຊິກ 9 ປະເທດ ຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ ແລະ ສະຫະນະຄອນອາເມຣັດອາຣັບ ແລະ ມີອີກຫລາຍກວ່າ 45 ປະເທດ ທີ່ສະແດງເຈດຈຳນົງໃນການເຂົ້າຮ່ວມກຸ່ມດັ່ງກ່າວ. ສຳລັບ ກອງປະຊຸມສຸດຍອດ ກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ ປະເທດບຣາຊິນ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນການເມືອງ

      ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ

      10/25/2024 3:15:45 PM

      ຂປລ. ​ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານການລົງທຶນ ຂອງເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍໄດ້ຮັບການຕ້ອນຈາກ ທ່ານ ໂຈຄຸນ ປະທານກຸ່ມບໍລິສັດ ພັດທະນາເຂດ ເສດຖະກິດພິເສດບໍ່ເຕ່ນ ພ້ອມດ້ວຄະນະ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

ads
ads

Top