ກອງປະຊຸມສຸດຍອດກຸ່ມບຣິກສ ໄດ້ຮັບຮອງເອົາຫລາຍບັນຫາທີ່ສຳຄັນ

25/10/2024 17:18
Email Print 193
ຂປລ ໃນກອງປະຊຸມ ສຸດຍອດ ກຸ່ມບຣິກສ (BRICS) ໄດ້ຈັດຂຶ້ນ ຢູ່ເມືອງ ຄາຊານ(Kazan) ຂອງ ຣັດເຊຍ, ການນຳ ບັນດາ ປະເທດ ສະມາຊິກ ໄດ້ຮັບຮອງເອົາ ຖະແຫລງ ການຮ່ວມ ໃນຫລາຍບັນຫາ ທີ່ສຳຄັນ, ໃນນັ້ນ ໄດ້ຍົກອອກ ການຕີລາຄາລວມ ກ່ຽວກັບ ສະພາບການໂລກ ກໍຄື ບັນດາເປົ້າໝາຍໄລຍະຍາວ ຂອງກຸ່ມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້,  ໃນກອງປະຊຸມ ສຸດຍອດ ກຸ່ມບຣິກສ (BRICS) ໄດ້ຈັດຂຶ້ນ ຢູ່ເມືອງ ຄາຊານ(Kazan) ຂອງ ຣັດເຊຍ, ການນຳ ບັນດາ ປະເທດ ສະມາຊິກ ໄດ້ຮັບຮອງເອົາ ຖະແຫລງ ການຮ່ວມ ໃນຫລາຍບັນຫາ ທີ່ສຳຄັນ, ໃນນັ້ນ ໄດ້ຍົກອອກ ການຕີລາຄາລວມ ກ່ຽວກັບ ສະພາບການໂລກ ກໍຄື ບັນດາເປົ້າໝາຍໄລຍະຍາວ ຂອງກຸ່ມ.ໂດຍການນຳ ບັນດາປະເທດ ໄດ້ກຳນົດ ບັນດາຄາດໝາຍ ແລະ ຂໍ້ກຳນົດ ທີ່ກ່ຽວຂ້ອງເຖິງ ບັນຊີລາຍການ ປະເທດ ຄູ່ຮ່ວມມື ຢ່າງຈະແຈ້ງ, ພ້ອມທັງ ສະແດງ ຄວາມຊົມເຊີຍ ຕໍ່ຄວາມສົນໃຈ ຂອງບັນດາ ປະເທດຢູ່ ຂົ້ວໂລກໃຕ້ ທີ່ມີຕໍ່ ບຣິກສ. ການນຳ ບັນດາປະເທດ ກໍໃຫ້ຄໍາໝັ້ນສັນຍາສືບຕໍ່ ຊຸກຍູ້ ການພັດທະນາ ລະບອບ ລະບຽບການ BRICS”. ການນຳບັນດາ ປະເທດ BRICS ກໍບັນລຸໄດ້ ຄວາມເຫັນດີ ເຫັນພ້ອມ ກ່ຽວກັບ ເລື່ອງສ້າງ ເງື່ອນໄຂ ສະດວກ ໃຫ້ແກ່ ການຄ້າ ລະຫວ່າງ ບັນດາ ປະເທດ ສະມາຊິກ. ຖະແຫລງການ ໄດ້ຢັ້ງຢືນເຖິງ ບົດບາດ ຂອງບັນດາເຄື່ອງມື ທີ່ຫັນເປັນ ມາດຖານ ໃນການຊຸກຍູ້ ການຄ້າ ແລະ ຕົກລົງເຫັນດີ ເພີ່ມທະວີ ການຮ່ວມມື ໃນຂົງເຂດ ພາສີ ເພື່ອສ້າງລະບົບພາສີ ສາກົນ ທີ່ກ້າວໜ້າ, ສະຖຽນລະພາບ ແລະ ມີປະສິດທິຜົນກວ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top