ສຳນັກພິມດີບຸກ ມອບປື້ມໃຫ້ຫ້ອງສະໝຸດ ທົ່ວ ນວ

25/10/2024 15:06
Email Print 265
ຂປລ ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ສຳນັກພິມດີບຸກ ໄດ້ມອບປື້ມ “ຈົນກວ່າຟ້າຈະສົດໃສ” ຈຳນວນ 150 ຫົວ ໃຫ້ຫ້ອງສະໝຸດ ທົ່ວນະຄອນຫລວງວຽງຈັນ (ນວ) ເຊິ່ງເປັນປື້ມທີ່ສ້າງແຮງບັນດານໃຈ ໃຫ້ກັບຜູ້ອ່ານ ທີ່ມີເນື້ອໃນສະທ້ອນໃຫ້ເຫັນເຖິງພະລັງຂອງຄວາມຫວັງ, ຄວາມເຊື່ອໝັ້ນ ແລະ ການບໍ່ຍອມແພ້ຕໍ່ອຸປະສັກຕ່າງໆ ໃນຊີວິດ, ຕາງໜ້າມອບໂດຍ ທ່ານ ສົມໝາຍ ພົມມະຈັນ ອຳນວຍການສຳນັກພິມດີບຸກ, ທັງເປັນຜູ້ຂຽນປຶ້ມດັ່ງກ່າວ, ໂດຍມີຜູ້ຕາງໜ້າຈາກຫໍສະໝຸດຕ່າງໆໃນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຂຽນປຶ້ມ ເຂົ້າຮ່ວມ.



ຂປລ. ໃນວັນທີ 24 ຕຸລາ 2024 ນີ້
, ສຳນັກພິມດີບຸກ ໄດ້ມອບປື້ມ “ຈົນກວ່າຟ້າຈະສົດໃສ” ຈຳນວນ 150 ຫົວ ໃຫ້ຫ້ອງສະໝຸດ ທົ່ວນະຄອນຫລວງວຽງຈັນ (ນວ) ເຊິ່ງເປັນປື້ມທີ່ສ້າງແຮງບັນດານໃຈ ໃຫ້ກັບຜູ້ອ່ານ ທີ່ມີເນື້ອໃນສະທ້ອນໃຫ້ເຫັນເຖິງພະລັງຂອງຄວາມຫວັງ, ຄວາມເຊື່ອໝັ້ນ ແລະ ການບໍ່ຍອມແພ້ຕໍ່ອຸປະສັກຕ່າງໆ ໃນຊີວິດ, ຕາງໜ້າມອບໂດຍ ທ່ານ ສົມໝາຍ ພົມມະຈັນ ອຳນວຍການສຳນັກພິມດີບຸກ, ທັງເປັນຜູ້ຂຽນປຶ້ມດັ່ງກ່າວ, ໂດຍມີຜູ້ຕາງໜ້າຈາກຫໍສະໝຸດຕ່າງໆໃນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຂຽນປຶ້ມ ເຂົ້າຮ່ວມ.



ທ່ານ ສົມໝາຍ ພົມມະຈັນ ກ່າວວ່າ: ປື້ມ
“ຈົນກວ່າຟ້າຈະສົດໃສ” ບໍ່ພຽງແຕ່ເປັນການເລົ່າເລື່ອງ, ແຕ່ເປັນການສະທ້ອນຄວາມຕັ້ງໃຈ ໃນການພັດທະນາສັງຄົມ ແລະ ສົ່ງເສີມການອ່ານຂອງຄົນລາວ ເຊິ່ງການອ່ານບໍ່ແມ່ນພຽງແຕ່ ການຮັບຮູ້ຂໍ້ມູນເທົ່ານັ້ນ ແຕ່ເປັນເຄື່ອງມືທີ່ສໍາຄັນ ໃນການສ້າງ ການປ່ຽນແປງ ທາງຄວາມຄິດ-ຈິດໃຈ ໃຫ້ກັບຜູ້ອ່ານ ແລະ  ປຶ້ມຫົວນີ້ ຈະມີສ່ວນຊ່ວຍໃຫ້ທຸກຄົນສາມາດ ກ້າວຂ້າມຄວາມທ້າທາຍ ແລະ ເບິ່ງເຫັນ ຄວາມຫວັງໃນມື້ທີ່ຟ້າສົດໃສ. ຫ້ອງສະໝຸດ ທີ່ໄດ້ຮັບປື້ມໃນຄັ້ງນີ້, ຈະເປັນຂົວເຊື່ອມລະຫວ່າງຄວາມຮູ້ ໃນປຶ້ມໄປສູ່ຜູ້ອ່ານ, ເປັນແຫລ່ງຮຽນຮູ້ ທີ່ຈະຊ່ວຍຈຸດປະກາຍຄວາມຄິດ ແລະ ສ້າງແຮງບັນດານໃຈ ໃຫ້ກັບຜູ້ຄົນໃນຊຸມຊົນ. ພ້ອມທັງສະແດງຄວາມຫວັງວ່າ ປື້ມ "ຈົນກວ່າຟ້າຈະສົດໃສ” ຈະເປັນສ່ວນໜຶ່ງໃນການສ້າງການປ່ຽນແປງທີ່ດີ ໃຫ້ກັບສັງຄົມຂອງພວກເຮົາ.



ການມອບປື້ມ ໃຫ້ຫ້ອງສະໝຸດທົ່ວ ນວ ໃນຄັ້ງນີ້
, ເປັນບາດກ້າວສຳຄັນ ໃນການເຜີຍແຜ່ຄວາມຮູ້ ແລະ ແຮງບັນດານໃຈສູ່ຜູ້ອ່ານ ໂດຍສະເພາະແມ່ນເຍົາວະຊົນ ເພາະການອ່ານຄືຮາກຖານສຳຄັນ ຂອງການພັດທະນາຕົນເອງ ແລະ ການພັດທະນາປະເທດຊາດ, ທັງເປັນການກະຈາຍໂອກາດ ໃຫ້ກັບເຍົາວະຊົນ, ນັກຮຽນ ແລະ ຜູ້ທີ່ສົນໃຈໃນການສຶກສາ, ການພັດທະນາຕົນເອງ ແລະ ຈະເປັນແສງສະຫວ່າງໃນຊີວິດ ໃຫ້ຜູ້ທີ່ມີໂອກາດໄດ້ອ່ານປື້ມຫົວນີ້.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top