4ປະເທດໃນອາຊຽນ ສະເໜີເຂົ້າເປັນສະມາຊິກ ກຸ່ມບຣີກສ

25/10/2024 17:01
Email Print 183
ຂປລ 4ປະເທດ ທີ່ເປັນສະມາຊິກ ສະມາຄົມ ປະຊາຊາດ ອາຊີ ຕາເວັນອອກ ສຽງໃຕ້ ຫລື ອາຊຽນ ລວມມີ ມາເລເຊຍ,ອິນໂດເນເຊຍ, ສສ ຫວຽດນາມ ແລະ ໄທ ສະເໜີ ເຂົ້າຮ່ວມ ເປັນຄູ່ຮ່ວມມືຂອງ ກຸ່ມບຣິກສ(BRICS)

ຂປລ.ຕາມຂ່າວຈາກ ຄາຊານ,ວັນທີ25ຕຸລານີ້, 4ປະເທດ ທີ່ເປັນສະມາຊິກ ສະມາຄົມ ປະຊາຊາດ ອາຊີ ຕາເວັນອອກ ສຽງໃຕ້ ຫລື ອາຊຽນ ລວມມີ ມາເລເຊຍ,ອິນໂດເນເຊຍ, ສສ ຫວຽດນາມ ແລະ ໄທ ສະເໜີ ເຂົ້າຮ່ວມ ເປັນຄູ່ຮ່ວມມືຂອງ ກຸ່ມບຣິກສ(BRICS) ໂດຍມີ ເປົ້າໝາຍ ເພື່ອເພີ່ມໂອກາດ ທາງການຄ້າ ແລະ ເພີ່ມການພົວພັນ ການຮ່ວມມື ຫລາຍດ້ານ ໃນທ່າມກາງ ຄວາມບໍ່ແນ່ນອນ ທາງສະຖານະການໂລກ ທີ່ຍັງເຄັ່ງຮ້ອນ ໃນປັດຈຸບັນ.ໃນກອງປະຊຸມ ສຸດຍອດ ຜູ້ນຳ ບຣິກສ ທີ່ເມືອງຄາຊານ ຂອງຣັດເຊຍ ມີ 13ປະເທດ ໄດ້​ເພີ່ມ​ເຂົ້າ​​ເປັນ ​ປະ​ເທດ​ ຄູ່​ຮ່ວມ​ມື ໄດ້ແກ່ ປະເທດ ອານເຊຣີ,ເບລາຣຸດຊີ,ໂບລີວີ,ກູບາ,ກາຊັກສະຖານ,ນີເຊຣີ,ຕວັກກີ,ອູກັນດາ ແລະ ອຸດສະເບກິດສະຖານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທັງ 13ປະ​ເທດດັ່ງກ່າວ ​ຍັງ​ບໍ່​ທັນ ​ເປັນສະ​ມາ​ຊິກ ​ຢ່າງເຕັມສ່ວນຂອງ ບຣີກສທີ່ສ້າງຕັ້ງຂຶ້ນ ໃນປີ 2006, ສະມາຊິກ ເບື້ອງຕົ້ນ ລວມມີ ບຣາຊິນ, ຣັດເຊຍ, ອິນເດຍ ແລະ ອາຟຣິກາໃຕ້ ເຂົ້າຮ່ວມໃນປີ 2010, ໃນຂະນະທີ່ ເອຢິບ, ເອທິໂອເປຍ, ອີຣານ ແລະ ສະຫະນະຄອນ ເອເມເຣັດ ອາຣັບ (UAE) ເຂົ້າເປັນສະມາຊິກ ໃນປີນີ້. ເສດຖະກິດ ຂອງສະມາຊິກ ກຸ່ມ BRICSມີ​ມູນ​ຄ່າ​ ຫລາຍ​ກວ່າ 28,5ພັນຕື້​ໂດ​ລາ​ສະຫະລັດ ກວມເອົາ ປະມານ 28%ຂອງ​ເສດຖະກິດ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top