ຂປລ
ຂົວຂ້າມແມ່ນ້ຳຢາລູ້ແຫ່ງໃໝ່ ເຊື່ອມຕໍ່ນະຄອນ ຕ່ານຕຸ່ງແຂວງລຽວນີງ ຂອງ ສປ ຈີນ ກັບ ນະຄອນຊິນອຸຍຈູ ແຂວງພຽງອານເໜືອຂອງ ສປປ ເກົາຫລີ, ເປັນຂົວທາງຫລວງ, ເລີ່ມກໍ່ສ້າງ ໃນເດືອນທັນວາປີ 2010 ແລະ ສຳເລັດໃນເດືອນຕຸລາປີ 2014,ຂົວມີຄວາມກວ້າງ 28,5 ແມັດ,ແລະ ຊ່ອງທ່າງນ້ຳຖືກອອກແບບມາ ສຳລັບ ການເດີນກຳປັ່ນ ລະດັບ 3.000 ໂຕນ.

ຂປລ.ວິທະຍຸໂທລະພາບ ສູນກາງຈີນ, ຂົວຂ້າມແມ່ນ້ຳຢາລູ້ແຫ່ງໃໝ່ ເຊື່ອມຕໍ່ນະຄອນ ຕ່ານຕຸ່ງແຂວງລຽວນີງ ຂອງ ສປ ຈີນ ກັບ ນະຄອນຊິນອຸຍຈູ ແຂວງພຽງອານເໜືອຂອງ ສປປ ເກົາຫລີ, ເປັນຂົວທາງຫລວງ, ເລີ່ມກໍ່ສ້າງ ໃນເດືອນທັນວາປີ 2010 ແລະ ສຳເລັດໃນເດືອນຕຸລາປີ 2014,ຂົວມີຄວາມກວ້າງ 28,5 ແມັດ,ແລະ ຊ່ອງທ່າງນ້ຳຖືກອອກແບບມາ ສຳລັບ ການເດີນກຳປັ່ນ ລະດັບ 3.000 ໂຕນ. ດ່ານຕ່ານຕຸ່ງ ແມ່ນດ່ານການຄ້າຊາຍແດນ ທີ່ໃຫຍ່ທີ່ສຸດຂອງ ສປ ຈີນ ກັບ ສປປ ເກົາຫລີ.ກ່ອນຂົວທາງຫລວງ ຂ້າມແມ່ນ້ຳຢ່າລູ້ແຫ່ງໃໝ ຈະເປີດບໍລິການ,ຂົວຂ້າມແມ່ນ້ຳຢ່າລູ້ ຫລື ຂົວມິດຕະພາບຈີນ-ສປປ ເກົາຫລີ ເກົ່າເປັນຂົວທາງຫລວງ ແລະ ທາງລົດໄຟ,ອະນຸຍາດ ໃຫ້ສະເພາະ ລົດຂົນສົ່ງສິນຄ້າ ທີ່ມີນ້ຳໜັກ ຕ່ຳກວ່າ 20 ໂຕນ ສັນຈອນໄດ້ທາງດຽວ ເທົ່ານັ້ນ.ສະນັ້ນ,ໃນປີ 2010,ລັດຖະບານ ທັງສອງປະເທດ ຕົກລົງກໍ່ສ້າງຂົວຂ້າມແມ່ນ້ຳຢາລູ້ ທາງຫລວງແຫ່ງໃໝ່ ຢູ່ຍ່ານໃຕ້ຂອງຂົວແຫ່ງເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL