ຂປລ
ສະພາບການຄ້າ ຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້ ມີອັດຕາການເຕີບໂຕ ດ້ານການຄ້າກັບຕ່າງປະເທດຂອງ ສປ ຈີນ ແມ່ນວ່ອງໄວທີ່ສຸດ ໃນຮອບ 5 ປີ
ຂປລ.ວິທະຍຸໂທລະພາບ ສູນກາງຈີນ, ວັນທີ 14 ຕຸລານີ້, ສະພາບການຄ້າ ຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້ ມີອັດຕາການເຕີບໂຕ ດ້ານການຄ້າກັບຕ່າງປະເທດຂອງ ສປ ຈີນ ແມ່ນວ່ອງໄວທີ່ສຸດ ໃນຮອບ 5 ປີ,ອັດຕາການເຕີບໂຕ ປະຈຳໄຕມາດ ແລະ ປະຈຳເດືອນ ໂດຍລວມ ກໍ່ມີທ່າອຽງ ໄວຂຶ້ນ.ຂໍ້ມູນສາກົນຫລ້າສຸດ ສະແດງໃຫ້ເຫັນວ່າ: ອັດຕາການເຕີບໂຕ ຂອງການຄ້າແບບນີ້ ແມ່ນຢູ່ແຖວໜ້າ ໃນອົງກອນເສດຖະກິດ ຕົ້ນຕໍຂອງໂລກ,ສປ ຈີນ ສືບຕໍ່ເປັນປະເທດ ການຄ້າສິນຄ້າ ໃຫຍ່ທີ່ສຸດໃນໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL