ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານຕະຫລາດວາງສະແດງສິນຄ້າຂາເຂົ້າ-ຂາອອກສາກົນ ກວາງໂຈ່ວ ຄັ້ງທີ 140

15/10/2026 19:30
ຂປລ ທ່ານ ສີ ຈິ້ນຜິງ ປະ​ທານ​ປະ​ເທດ​ຈີນ ໄດ້ສົ່ງສານຊົມ​ເຊີຍ​ເຖິງ ງານຕະ​ຫລາດ​ວາງ​ສະ​ແດງສິນຄ້າ​ ຂາ​ເຂົ້າ-​ຂາ​ອອກ ສາກົນຈີນ ຫລື ງານວາງ​ສະ​ແດງສິນຄ້າ ​ກ​ວາງ​ໂຈ່ວ ຄັ້ງທີ 140 .

ຂປລ.ວິທະຍຸໂທລະພາບສູນກາງຈີນ, ວັນທີ 14 ຕຸ​ລານີ້, ທ່ານ ສີ ຈິ້ນຜິງ ປະ​ທານ​ປະ​ເທດ​ຈີນ ໄດ້ສົ່ງສານຊົມ​ເຊີຍ​ເຖິງ ງານຕະ​ຫລາດ​ວາງ​ສະ​ແດງສິນຄ້າ​ ຂາ​ເຂົ້າ-​ຂາ​ອອກ ສາກົນຈີນ ຫລື ງານວາງ​ສະ​ແດງສິນຄ້າ ​ກ​ວາງ​ໂຈ່ວ ຄັ້ງທີ 140 . ເນື້ອ​ໃນ​ສານ​ຊົມ​ເຊີຍ ​ຂອງທ່ານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ນັບແຕ່ງານ​ວາງ​ສະ​ແດງສິນຄ້າ ​ກວາງ​ໂຈ່ວສ້າງ​ຕັ້ງ​ຂຶ້ນ ​ເວ​ລາ 70 ປີຜ່ານມານີ້ ໄດ້ເສີມ​ຂະ​ຫຍາຍ ບົດບາດສຳຄັນ ໃນການຊຸກ​ຍູ້​ ການແລກ​ປ່ຽນ​ທາງການຄ້າ ລະຫວ່າງ ສປ ຈີນ ກັບ ປະເທດຕ່າງໆ, ໄດ້ກາຍເປັນເວທີທີ່ມີປະສິດທິ​ຜົນ​ສຳ​ລັບ ສປ ຈີນ ໃນການເປີດກວ້າງການເປີດປະຕູ ສູ່ພາຍນອກໃນ​ລະ​ດັບສູງ ແລະ ສົ່ງເສີມການສ້າງເສດຖະກິດໂລກ ​ທີ່ເປີດກວ້າງ. ໃນສະພາບການໃໝ່, ສປ ຈີນ ​ຍິນ​ດີຮ່ວມກັບ​ທຸກປະເທດ ທົ່ວໂລກ ​ເກາະ​ແຂນ​ກັນ, ຮ່ວມກັນປົກປັກຮັກສາ ລະບົບການຄ້າ ຫລາຍຝ່າຍ, ຮັບປະກັນຄວາມ​ໝັ້ນ​ທ່ຽງ ແລະ ​ຄວາມ​ໂລ່ງ​ລ່ຽນ ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ​ຕ່ອງ​ໂສ້​ການ​ສະ​ໜອງຂອງໂລກ, ຂະຫຍາຍ​ຊ່ອງ​​ທາງ​ການຮ່ວມມືສາ​ກົນ​ທາງ​ດ້ານເສດຖະກິດ-ການຄ້າ ທີ່ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນປະໂຫຍດ​, ສົ່ງ​ເສີມໂລກາພິວັດທາງເສດຖະກິດ ທີ່ສ້າງ​ຜົນປະໂຫຍດ​ຢ່າງ​ທົ່ວ​ເຖິງແລະ​ກວມ​ລວມ ເພື່ອເພີ່ມ​ແຮງຂັບເຄື່ອນໃໝ່ ຢ່າງຕໍ່ເນື່ອງໃຫ້ແກ່ການພັດທະນາ ແລະ ຄວາມຈະເລີນ​ຮຸ່ງ​ເຮືອງຂອງໂລກ. ງານ​ວາງ​ສະ​ແດງສິນຄ້າ​ຂາ​ເຂົ້າ-​ຂາ​ອອກສາກົນ ກວາງ​ໂຈ່ວຄັ້ງທີ 140 ໄດ້ເປີດ​ຂຶ້ນ ​ຢູ່​ນະ​ຄອນກວາງໂຈ່ວ ແຂວງກວາງຕຸ້ງ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top