ຫວຽດນາມ - ສ.ອາເມລິກາ ສືບຕໍ່ຮ່ວມມື-ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ

23/09/2026 18:39
ຂປລ ເນື່ອງໃນໂອກາດ ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍ ຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ເດີນທາງໄປ ເຂົ້າຮ່ວມ ວາລະ ປຶກສາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 ຢູ່ ສ.ອາເມລິກາ, ໃນຕອນເຊົ້າ ວັນທີ 21 ກັນຍາ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ:  ເນື່ອງ​ໃນ​ໂອ​ກາດ​ ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່,​ ປະ​ທານ​ປະ​ເທດ ​ພ້ອມດ້ວຍ ຄະ​ນະ​ຜູ້​ແທນ ​ຂັ້ນ​ສູງ ຫວຽດ​ນາມ ​ເດີນ​ທາງ​ໄປ ເຂົ້າ​ຮ່ວມ ​ວາ​ລະ​​ ປຶກ​ສາ​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 81 ​ຢູ່ ສ.ອາ​ເມລິ​ກາ​, ໃນຕອນ​ເຊົ້າ​ ວັນ​ທີ 21 ກັນ​ຍາ, ຢູ່​ນະຄອນນິວ​ຢອກ​, ທ່ານ​ພົນ​ເອກ ຟານ​ວັນ​ຢາງ​, ຮອງ​ນາ​ຍົກ​ ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ ​ກະ​ຊວງ​ ປ້ອງ​ກັນ ​ປະ​ເທດ ໄດ້​ພົບປະກັບ ​ທ່ານ John Noh, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ ກະ​ຊວງ ​ສົງ​ຄາມ ສ.ອາ​ເມລິ​ກາ​.

ໂດຍ ທ່ານ John Noh ໄດ້ຢັ້ງ​ຢືນ​ວ່າ​: ກະ​ຊວງ​ ສົງ​ຄາມ ສ.ອາ​ເມລິ​ກາ ສະ​ໜັບ​ສະ​ໜູນ​ ຢ່າງ​ແຮງ ແລະ ໃຫ້​ຄຳ​ໝັ້ນ ​ສັນ​ຍາ ໃນການ ​ສືບ​ຕໍ່​ ຮ່ວມ​ມື ຢ່າງ​ແໜ້ນ​ແຟ້ນ​ ກັບ ຫວຽດ​ນາມ ໂດຍສະເພາະ ​ຂົງ​ເຂດ ການ​ແກ້​ໄຂ​ ຜົນ​ຮ້າຍ​ຢ້ອນ​ຫລັງ​ ຈາກ​ ສົງ​ຄາມ​, ນີ້​ແມ່ນ​ບຸ​ລິ​ມະ​ສິດ ​ແຖວ​ໜ້າ​ ໃນ​ການ​ຮ່ວມ​ມື​ ປ້ອງ​ກັນ ​ຊາດ​ ລະຫວ່າງ ສອງ​ຝ່າຍ​.

          ທ່ານ ຟານ​ວັນ​ຢາງ ຫວັງ​ວ່າ​: ໃນໄລ​ຍະ​ຈະ​ມາ​ເຖິງ​ນີ້, ສອງ​ຝ່າຍ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ ຜັນ​ຂະ​ຫຍາຍ​ບັນ​ດາ​ ເນື້ອ​ໃນ​ການ​ຮ່ວມ​ມື​, ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ຄື​: ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ​; ຮ່ວມ​ມື​ຊອກ​ຫາ​, ທ້ອນ​ໂຮມ​, ກຳ​ນົດ​ອັດ​ຖິ​ ພົນທະ​ຫານ​ຂອງ​ທັງ ສ.ອາ​ເມລິ​ກາ ແລະ ຫວຽດ​ນາມ ໃນ​ໄລຍະສົມ​ຄາມ​; ເຈລະ​ຈາ ​ນະ​ໂຍ​ບາຍ​ ການ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ ອື່ນໆ. ທ່ານ ຟານ​ວັນ​ຢາງ ສະ​ເໜີ​ໃຫ້ ສ.ອາ​ເມລິ​ກາ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ ຈາກ​ສົງ​ຄາມ​, ຜັນ​ຂະ​ຫຍາຍ ​ບັນ​ດາ​ ໂຄງ​ການ​  ໜູນ​ຊ່ວຍ ​ປະ​ຊາ​ຄົມ ແລະ ແກ້​ໄຂ​ບ ບັນ​ຫາ​ສິ່ງ​ແວດ​ລ້ອມຕ່າງໆ./

KPL

ຂ່າວອື່ນໆ

ads
ads

Top