ຫວຽດນາມ ຕັ້ງເປົ້າຊຸກຍູ້ມະຫາວິທະຍາໄລຕິດອັນດັບ 10 ແຫ່ງໃນອາຊີ-2 ແຫ່ງຂອງໂລກ

23/09/2026 18:41
ຂປລ ຫວຽດນາມ ຕັ້ງເປົ້າໝາຍຊຸກຍູ້ ສະຖາບັນອຸດົມສຶກສາ 10 ແຫ່ງ ໃຫ້ຕິດອັນດັບ 200 ມະຫາວິທະຍາໄລ ຊັ້ນນຳໃນອາຊີ ແລະ 2 ແຫ່ງ ຕິດອັນດັບ 100 ຂອງໂລກ ເມື່ອແບ່ງຕາມສາຂາວິຊາ ພາຍໃນປີ 2035.

ຂປລ.ສື່ທ້ອງຖິ່ນຂອງ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ຕັ້ງເປົ້າໝາຍຊຸກຍູ້ ສະຖາບັນອຸດົມສຶກສາ 10 ແຫ່ງ ໃຫ້ຕິດອັນດັບ 200 ມະຫາວິທະຍາໄລ ຊັ້ນນຳໃນອາຊີ ແລະ 2 ແຫ່ງ ຕິດອັນດັບ 100 ຂອງໂລກ ເມື່ອແບ່ງຕາມສາຂາວິຊາ ພາຍໃນປີ 2035.

ລັດຖະບານ ຫວຽດນາມ ໄດ້ອະນຸມັດຍຸດທະສາດ ການພັດທະນາການສຶກສາ ລະດັບອຸດົມສຶກສາ ໄລຍະຍາວ ຊ່ວງປີ 2026-2035 ພ້ອມທັງວາງວິໄສທັດ ຈົນເຖິງປີ 2045 ໂດຍມີເປົ້າໝາຍ ຊຸກຍູ້ໃຫ້ສະຖາບັນ ອຸດົມສຶກສາ 100% ຜ່ານມາດຕະຖານ ຄຸນນະພາບພາຍໃນປີ 2035 ແລະ ຄາດວ່າອັດຕາການ ເຂົ້າສຶກສາຕໍ່ໃນລະດັບ ອຸດົມສຶກສາ ຂອງກຸ່ມ ຄົນ ອາຍຸ 18-22 ປີ ຈະເອົາ 45%.

ຂະນະດຽວກັນ, ຫວຽດນາມ ຍັງຕັ້ງເປົ້າໝາຍ ຊຸກຍູ້ລະບົບ ອຸດົມສຶກສາ ໄອສູ່ລະດັບແຖວໜ້າ ຂອງອາຊີ ພາຍໃນປີ 2045 ໂດຍມີມະຫາວິທະຍາໄລ ຊັ້ນນຳ ຫລາຍແຫ່ງ ຕິດອັນດັບໂລກ ພ້ອມທັງຍົກລະດັບ ຂີດຄວາມສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີຫລາຍສາຂາ ໃຫ້ເທົ່າທຽມກັບ ລະດັບສາກົນ./

KPL

ຂ່າວອື່ນໆ

ads
ads

Top