ຈີນ ຂະຫຍາຍການຄວບຄຸມສົ່ງອອກ ສານເຄມີຕັ້ງຕົ້ນ ໄປຍັງ ສ.ອາເມລິກາ- ເມັກຊິກ-ການາດາ

23/09/2026 18:39
ຂປລ ກະຊວງ ຄວາມໝັ້ນຄົງ ສາທາລະນະ, ກະຊວງການຈັດການພາວະສຸກເສີນ, ສໍານັກບໍລິຫານພາສີທົ່ວໄປ ແລະ ສໍານັກບໍລິຫານຢາ ແຫ່ງຊາດຈີນ ໄດ້ປະກາດປັບປຸງບັນຊີຄວບຄຸມ ການສົ່ງອອກ ສານເຄມີ ຕັ້ງຕົ້ນໄປຍັງ ສ.ອາເມລິກາ, ເມັກຊິກ ແລະ ການາດາ.

ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ, ກະຊວງການຄ້າ, ກະຊວງ ຄວາມໝັ້ນຄົງ ສາທາລະນະ, ກະຊວງການຈັດການພາວະສຸກເສີນ, ສໍານັກບໍລິຫານພາສີທົ່ວໄປ ແລະ ສໍານັກບໍລິຫານຢາ ແຫ່ງຊາດຈີນ ໄດ້ປະກາດປັບປຸງບັນຊີຄວບຄຸມ ການສົ່ງອອກ ສານເຄມີ ຕັ້ງຕົ້ນໄປຍັງ ສ.ອາເມລິກາ, ເມັກຊິກ ແລະ ການາດາ.

ໂດຍການເພີ່ມຈຳນວນ ສານເຄມີ ທີ່ຢູ່ໃນບັນຊີ ແລະ ຕ້ອງຂໍໃບອະນຸຍາດ ສົ່ງອອກຈາກ 16 ຊະນິດ ເປັນ 18 ຊະນິດ ເຊິ່ງ ມີຜົນບັງຄັບໃຊ້ ນັບຕັ້ງແຕ່ ວັນທີ່ປະກາດ ເປັນຕົ້ນໄປ.

ດັງນັ້ນ, ຜູ້ສົ່ງອອກຕ້ອງຍື່ນຂໍ ໃບອະນຸຍາດ ເມື່ອສົ່ງອອກ ສານເຄມີ  ໃນບັນຊີທັງ 18 ຊະນິດ ລວມທັງສານປະກອບໃນຮູບແບບເກືອ ໄປຍັງ 3 ປະເທດດັ່ງກ່າວ. ພ້ອມດຽວກັນນີ້, ຍັງສືບຕໍ່ກຳນົດໃຫ້ ຕ້ອງມີໃບອະນຸຍາດ ສຳລັບການສົ່ງອອກສານເຄມີ 41 ຊະນິດ ທີ່ຢູ່ໃນບັນຊີ ໄປຍັງ ມຽນມາ, ລາວ ແລະ ອາຟະການິດສະຖານ, ຂະນະທີ່ການສົ່ງອອກ ສານທີ່ຢູ່ໃນບັນຊີ ໄປຍັງ ປະເທດ ແລະ ພາກພື້ນອື່ນໆ ບໍ່ຈຳເປັນຕ້ອງ ຂໍໃບອະນຸຍາດ ຕາມປະກາດສະບັບນີ້.ການປະກາດຂ້າງເທິງນີ້ ໄດ້ລະບຸວ່າ ມາດຕະການ ດັ່ງກ່າວ ມີເປົ້າໝາຍເພື່ອປັບປຸງ ການບໍລິຫານຈັດການ ການສົ່ງອອກສານເຄມີ ຕັ້ງຕົ້ນໃຫ້ດີຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top