ທະນາຄານພັດທະນາອາຊີ ແຕ່ງຕັ້ງ ຫົວໜ້າຫ້ອງການປະຈຳ ສປປ ລາວ ຄົນໃໝ່

24/10/2024 14:47
Email Print 133
ຂປລ ຂປລ. ທະນາຄານພັດທະນາອາຊີ (ADB) ໄດ້ແຕ່ງຕັ້ງ ທ່ານ ນາງ ແຊນນີ ແຄມເບວ ເປັນຫົວໜ້າຫ້ອງການ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​​ເພື່ອເປັນຜູ້ຊີ້ນໍາ ແລະ ນໍາພາການດໍາເນີນງານຂອງ ADB ຢູ່ ສປປ ລາວ ໃນການສະໜັບສະໜູນບັນດາເປົ້າໝາຍ ການພັດທະນາຂອງປະເທດ, ລວມທັງເປົ້າໝາຍຫລຸດຜ່ອນ ການປ່ອຍອາຍຜິດເຮືອນແກ້ວ ໃຫ້ບັນລຸ 60% ພາຍໃນປີ 2030.

ຂປລ. ທະນາຄານພັດທະນາອາຊີ (ADB) ໄດ້ແຕ່ງຕັ້ງ ທ່ານ ນາງ ແຊນນີ ແຄມເບວ ເປັນຫົວໜ້າຫ້ອງການ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​​ເພື່ອເປັນຜູ້ຊີ້ນໍາ ແລະ ນໍາພາການດໍາເນີນງານຂອງ ADB ຢູ່ ສປປ ລາວ ໃນການສະໜັບສະໜູນບັນດາເປົ້າໝາຍ ການພັດທະນາຂອງປະເທດ, ລວມທັງເປົ້າໝາຍຫລຸດຜ່ອນ ການປ່ອຍອາຍຜິດເຮືອນແກ້ວ ໃຫ້ບັນລຸ 60% ພາຍໃນປີ 2030.

ທ່ານ ນາງ ແຊນນີ ແຄມເບວ ໄດ້ກ່າວ​ວ່າ: ຮູ້ສຶກມີກຽດຢ່າງຍິ່ງທີ່ໄດ້ຮັບໜ້າທີ່ ໃນບົດບາດໃໝ່ ໃນຖານະຫົວໜ້າຫ້ອງການປະຈໍາປະເທດຂອງ ADB ຢູ່ ສປປ ລາວ ​ໂດຍທ່ານໄດ້ສະ​ແດງ​ຄວາມຫວັງວ່າ ຈະໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ໃນການສະໜັບສະໜູນ, ສົ່ງເສີມການເງິນພາກລັດຂອງປະເທດໃຫ້ໜັ້ນຄົງ, ການເພີ່ມທະວີການເຂົ້າເຖິງ ການບໍລິການຕ່າງໆທີ່ເທົ່າທຽມ.

ທ່ານ ນາງ ແຊນນີ ແຄມເບວ ແມ່ນຄົນສັນຊາດນິວຊີແລນ ແລະ ອັງກິດ, ໄດ້ເຂົ້າເຮັດວຽກຢູ່ ADB ໃນປີ 2010, ມີປະສົບການເຮັດວຽກ 31 ປີຢູ່ 26 ປະເທດໃນຂະແໜງການດ້ານຂົນສົ່ງ, ພະ ລັງ, ກະສິກໍາ ແລະ ຊັບພະຍາກອນນໍ້າ ແລະ ການເງິນ. ກ່ອນໜ້າທີ່ໄດ້ຮັບມອບໝາຍມາປະຈຳການຢູ່ ສປປ ລາວ,ທ່ານ ນາງ ແຄມເບວໄດ້ເປັນຫົວໜ້າຫ້ອງການ ADB ປະຈຳປະເທດຕາຈິກິສຕານ.

ສປປ ລາວ ເຂົ້າເປັນສະມາຊິກຂອງ ADB ແຕ່ປີ 1966, ມາຮອດເດືອນທັນວາປີ 2023, ADB ໄດ້ສະໜອງທຶນມູນຄ່າລວມທັງໝົດ 2,7 ຕື້ໂດລາສະຫະລັດ ໃຫ້ແກ່ 365 ໂຄງການ ຊຶ່ງລວມທັງໂຄງການທຶນກູ້ຢຶມ, ຊ່ວຍເຫລືອລ້າ ແລະ ຊ່ວຍເຫລືອທາງດ້ານວິຊາການ.

ADB ມີຄວາມມຸ່ງ​ໝັ້ນ​ເພື່ອບັນລຸໃຫ້ພາກພື້ນອາຊີ ແລະ ​ປາຊີ​ຟິກ ຈະ​ເລີ​ນຮຸ່ງ​ເຮືອງ, ​ພັດທະນາຢ່າງທົ່ວເຖິງ, ພ້ອມຮັບການປ່ຽນປ່ຽນ ແລະ ຍືນຍົງ, ພ້ອມທັງມີຄວາມພະຍາຍາມໃນການລົບລ້າງຄວາມທຸກຍາກ. ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1966,ADB ມີ 69 ປະເທດສະມາຊິກ. ໃນນັ້ນມີ49ປະເທດມາຈາກ​ພາກ​ພື້ນອາຊີ ແລະ ປາຊີິຟິກ​.

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທການເມືອງ

      ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

      10/24/2024 6:26:51 PM

      ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.

ads
ads

Top