ຜູ້ແທນກອງປະຊຸມ ໄອປາ ທ່ອງທ່ຽວແຂວງຫລວງພະບາງ

24/10/2024 14:37
Email Print 3010
ຂປລ ຂປລ. ວັນທີ 22 ຕຸລາ 2024 ຜ່ານ​ມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ພ້ອມຄະນະ ໄດ້ນໍາພາບັນດາຜູ້ແທນກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ລາວເປັນເຈົ້າພາບຈັດຂຶ້ນວັນທີ 18-23 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ​ໄດ້ໄປຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫລວງພະບາງ ເມືອງມໍລະດົກໂລກ.



ຂປລ. ວັນທີ
22 ຕຸລາ 2024 ຜ່ານ​ມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ພ້ອມຄະນະ ໄດ້ນໍາພາບັນດາຜູ້ແທນກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ລາວເປັນເຈົ້າພາບຈັດຂຶ້ນວັນທີ 18-23 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ​ໄດ້ໄປຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫລວງພະບາງ ເມືອງມໍລະດົກໂລກ.



ໂອກາດ​ນີ້, ຄະນະຜູ້ແທນ​ໄອ​ປາ ໄດ້ຢ້ຽມຊົມບັນດາປູຊະນີຍະສະຖານ ທີ່ມີປະຫວັດອັນຍາວນານ ແລະ ເປັນທີ່ຮູ້ຈັກກັນດີ ​ເປັນ​ຕົ້ນ: ວັດຊຽງທອງ ເຊິ່ງເປັນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ ສຸດຂອງຫລວງພະບາງ ຄັ້ງໜຶ່ງໃນອະດີດແມ່ນວັດຫລວງປະຈຳລາຊະວົງລ້ານຊ້າງ ລາຊະວົງ ຫລວງພະບາງ ແລະ ລາຊະວົງລາວ ສ້າງຂຶ້ນປະມານປີ ຄສ
1560 ໂດຍສົມເດັດພະເຈົ້າໄຊຍະເຊດຖາທິລາດ ກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ ຕັ້ງຢູ່ໃກ້ນ້ຳຂອງ, ເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງ ທີ່ງົດງາມຫລາຍຈົນ ຖືກຂະໜານນາມວ່າ "ອັນຍະມະນີ ຂອງສິລະປະລ້ານຊ້າງ".

   
ນອກນີ້
, ຄະນະຜູ້ແທນຍັງໄດ້ຢ້ຽມຊົມຫໍພະບາງ, ຫໍພິພິທະພັນຫລວງພະບາງ ຫລື ພະລາ ຊະວັງເກົ່າ, ສະຖານທີ່ທ່ອງທ່ຽວ ທໍາມະຊາດຕາດກວາງຊີ ແລະ ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ພາຍໃນແຂວງຫລວງພະບາງ ອັນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ແຂກຕ່າງປະເທດ ທີ່ເດີນທາງມາຮ່ວມກອງປະ ຊຸມໄອປາ ຄັ້ງທີ 45 ໄດ້ເຫັນສະຖານທີ່ທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດຂອງປະເທດລາວ ກໍຄື ແຂວງຫລວງພະບາງ ທີ່ເປັນເມືອງມໍລະດົກ​ໂລກແຫ່ງທຳອິດຂອງລາວ, ພາຍຫລັງກັບປະເທດຂອງຕົນ ບັນດາແຂກແຕ່ລະປະເທດ ຈະໄດ້ເຊີນຊວນປະຊາຊົນ ຂອງປະເທດຕົນມາທ່ຽວ ປະເທດລາວຫລາຍ​ຂຶ້ນ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top