ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳຢູ່ ນວ

22/10/2024 15:37
ຂປລ ຂປລ. ລະຫວ່າງວັນທີ 19-21 ຕຸລາ 2024 ຜ່ານມາ, ບັນດາພັນລະຍາຂອງຫົວໜ້າຄະນະ ຜູ້ແທນລັດຖະສະພາ ຈາກ ບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ



ຂປລ.
ລະຫວ່າງວັນທີ 19-21 ຕຸລາ 2024 ຜ່ານມາ, ບັນດາພັນລະຍາຂອງຫົວໜ້າຄະນະ ຜູ້ແທນລັດຖະສະພາ ຈາກ ບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ເຄື່ອນໄຫວຢ້ຽມຊົມ ສະຖານທີ່ທ່ອງທ່ຽວສໍາຄັນ ດ້ານວັດທະນະທຳ ຢູ່ນະຄອນຫລວງວຽງຈັນ(ນວ) ເຊິ່ງນໍາພາໂດຍ ທ່ານ ນາງ ວິພາວັນ ພົມວິຫານ ພັນລະຍາ ທ່ານ ປະທານສະພາແຫ່ງຊາດລາວ, ປະທານໄອປາ 45.




ພາຍຫລັງເຂົ້າຮ່ວມພິທີເປີດ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຢ່າງເປັນທາງການ, ບັນດາພັນລະຍາຫົວໜ້າຄະນະຜູ້ແທນໄອປາ ໄດ້ໄປຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມສະພາແຫ່ງຊາດ, ສະຖາປັດຕະຍະກຳເກົ່າແກ່ ພະທາດຫລວງວຽງຈັນ, ສູນວາງສະແດງຫັດຖະກຳສິນຄ້າໂອດັອບ ຈໍາປາລ້ານຊ້າງ, ສູນວາງສະແດງ ແຜ່ນແພພື້ນເມືອງລາວ (ເຮືອນຂາວ ຂ້າງຫໍຄໍາ). ຈາກນັ້ນ, ໄປຢ້ຽມຊົມຫໍວາງສະແດງສິນສາຍໄໝ ຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ເຊິ່ງເປັນອີກສະຖານທີ່ໜຶ່ງ ທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມ ແລະ ປົກປັກຮັກສາມູນເຊື້ອ ດ້ານຫັດຖະກຳຕ່ຳຫູກ-ທໍໄໝຂອງແມ່ຍິງລາວ ທີ່ຮູ້ປູກມອນ, ລ້ຽງມ້ອນຜະລິດເສັ້ນໄໝຍ້ອມສີທຳມະຊາດ ແລະ ຕໍ່າເປັນລວດລາຍຫລາກຫລາຍ ມາເປັນເວລາຢ່າງໜ້ອຍ 5 ພັນປີ. ດັ່ງນັ້ນ, ໃນປີ 1992 ສູນກາງສະຫະພັນແມ່ຍິງລາວ ຈຶ່ງໄດ້ດຳເນີນໂຄງ ການອະນຸລັກ ແລະ ສົ່ງເສີມສິນສາຍໄໝ ເພື່ອສົ່ງເສີມ ແລະ ພື້ນຟູການລ້ຽງ ມ້ອນສາວໄໝ, ອາຊີບເຮັດຫູກທໍໄໝ ແລະ ຫັດຖະກຳອື່ນໆ ຂອງແມ່ຍິງລາວ, ທັງເປັນບ່ອນສະສົມຜ້າອາພອນ ທີ່ມີດອກດວງລວດລາຍອັນປານີດ ທີ່ໄດ້ມາຈາກສີໄມ້ລາຍມື ອັນເປັນເອກະລັກຂອງ ແມ່ຍິງລາວບັນ ດາເຜົ່າ.

ໃນໂອກາດນີ້, ທ່ານ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະພັນລະຍາ ການນຳສະພາແຫ່ງຊາດ ແຫ່ງ ສປປ ລາວ ຍັງໄດ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີລາວ ແລະ ງານລ້ຽງອາຫານທ່ຽງ ຢູ່ໂຮງແຮມ ດັບເບິນທຣີ ບາຍ ຮິວຕັນ ເພື່ອເປັນສິລິມຸງຄຸນແກ່ ຄະນະພັນລະຍາ ຜູ້ແທນຕ່າງປະເທດນໍາອີກ.


ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ

KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

ads
ads

Top