ຫົວໜ້າ ຄຕພ ໄຫວເຮັດວຽກຢູ່ ສ ຣັດເຊຍ

21/10/2024 19:19
Email Print 129
ຂປລ ຂປລ. ໃນວັນທີ 18 ຕຸລາ 2024 ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ



ຂປລ. ໃນວັນທີ
18 ຕຸລາ 2024 ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດສະຫະພັນຣັດເຊຍ ໃຫ້ແໜ້ນແຟ້ນເລິກເຊິ່ງຍິ່ງຂຶ້ນ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ຣັດເຊຍ ໃນຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ສະຫາຍ ເກນນາດີ ຊູການົບ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດ ສະຫະພັນຣັດເຊຍ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ຣັດເຊຍ-ລາວ ກໍຄື ລະຫວ່າງ ພັກກອມມູນິດສະຫະພັນຣັດເຊຍ ແລະ ພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະຫລາຍປີຜ່ານມາ.

ໂອກາດດັ່ງກ່າວ, ສະຫາຍ ເກນນາດີ ຊູການົບ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງພັກ, ລັດ ແຫ່ງ ສປປ ລາວ ທີ່ໄດ້ຕີລາຄາສູງຕໍ່ຜົນງານທີ່ສະຫາຍ ໄດ້ປະກອບສ່ວນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຣັດເຊຍ ແລະ ສປປ ລາວ ໃນໄລຍະຜ່ານມາ ໂດຍໄດ້ມອບຫລຽນໄຊມິດຕະພາບ ໃຫ້ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ການຢ້ຽມ ຢາມຂອງ ຄະນະຜູ້ແທນ ພັກ ປປ ລາວ ໃນຄັ້ງນີ້ ແລະ ເຫັນດີກັບ ຝ່າຍລາວ ຕໍ່ກັບການຕີລາຄາສະພາບ ການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດ ສະຫະພັນຣັດເຊຍ; ຝ່າຍຣັດເຊຍ ເຫັນດີທີ່ຈະຊູກຍູ້ ການພົວພັນຮ່ວມມື ໃນດ້ານຕ່າງໆກັບ ສປປ ລາວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແລະ ຍິນດີທີ່ຈະຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.




ໃນໄລຍະການຢ້ຽມຢາມ
, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ພົບປະກັບ ສະຫາຍ ດີມີຕຣີ ໂນວິກກົບ ຮອງປະທານພັກກອມມູນິດສະຫະພັນຣັດເຊຍ, ຮອງປະທານກໍາມາທິການຕ່າງປະເທດຂອງສະພາດູມາ ແຫ່ງ ສະຫະພັນຣັດເຊຍ ເຊິ່ງການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວ ພັນຮ່ວມມື ດ້ານລັດ ແລະ ດ້ານພັກ ລະຫວ່າງ ສອງປະເທດ, ໄດ້ມີການພົບປະແລກປ່ຽນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ. ໃນນີ້, ສະຫາຍ ທອງສະຫວັນ ໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ສະຫະພາບໂຊວຽດ ໃນໄລຍະການ ຕໍ່ສູ້ປະຕິວັດ ເພື່ອປົດປ່ອຍປະເທດລາວ ໃນເມື່ອກ່ອນ ກໍຄື ໃນການປົກປັກຮັກສາ ແລະ ພັດທະນາ ສປປ ລາວ ໃນໄລຍະໃໝ່; ໄດ້ຍົກໃຫ້ເຫັນເຖິງ ການພົວພັນທາງດ້ານການເມືອງ ທີ່ໄດ້ຮັບການຮັດແໜ້ນ, ເລິກເຊິ່ງຍິ່ງໆຂຶ້ນ ແລະ ດ້ານອື່ນໆ ໄດ້ຮັບການຊຸກຍູ້ ເສີມຂະຫຍາຍຢ່າງຕັ້ງໜ້າ ອັນພົ້ນເດັ່ນທາງ ດ້ານການສຶກສາ ແມ່ນໄດ້ເລີ່ມໃຫ້ມີ ການສອນພາສາຣັດເຊຍ ຢູ່ໂຮງຮຽນ ທີ່ນະຄອນຫລວງວຽງຈັນ ເຖິງ 6 ແຫ່ງ; ໄດ້ແຈ້ງສະ ພາບໂດຍສັງເຂບກ່ຽວກັບ ສປປ ລາວ ໂດຍສະເພາະ ການສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ, ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຜົນສໍາເລັດຂອງການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນປີ 2024.

ສະຫາຍ ດີມີຕຣີ ໂນວິກກົບ ກໍໄດ້ແຈ້ງສະພາບພາຍໃນຣັດເຊຍ, ສະພາບການເຄື່ອນໄຫວ ແລະ ບົດບາດ ຂອງພັກກອມມູນິດ ໃນໄລຍະຜ່ານມາ ໂດຍສະເພາະ ການເຄື່ອນໄຫວເພື່ອປົກປ້ອງຜົນປະ ໂຫຍດຊາວຣັດເຊຍ; ການເຂົ້າຮ່ວມການເລືອກຕັ້ງບັນດາເຈົ້າແຂວງ ແລະ ສະພາທ້ອງຖິ່ນ ໃນເດືອນ ກັນຍາ 2024 ທີ່ຜ່ານມາ; ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກ ເຊິ່ງມັນສະແດງໃຫ້ເຫັນ ການມອບລາງວັນແຫ່ງຊາດອັນສູງສົ່ງ ໃຫ້ແກ່ ປະທານພັກກອມມູນິດ ສະຫະພັນຣັດເຊຍ. ນອກນີ້, ສະຫາຍ ຍັງໄດ້ສະເໜີໃຫ້ມີການຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມື ດ້ານການໂຄສະນາຂໍ້ມູນຂ່າວ ສານຮ່ວມກັນຢ່າງຕັ້ງໜ້າ ໂດຍອີງໃສ່ທ່າແຮງຂອງສອງຝ່າຍ ເພື່ອເປັນການໂຄສະນາກ່ຽວກັບ ປະເທດລາວ ແລະ ພັກປະຊາຊົນ ປະຕິວັດລາວ, ເພື່ອເຮັດໃຫ້ຊາວຣັດເຊຍ ຮູ້ຈັກ ສປປ ລາວ ຫລາຍຂຶ້ນ, ທັງເປັນການສົ່ງເສີມ ດ້ານການທ່ອງທ່ຽວນໍາກັນ.


ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

ads
ads

Top