ລາວ-ມຽນມາ ເສີມສ້າງສາຍພົວພັນຮ່ວມມື ດ້ານແຮງງານ

21/10/2024 19:00
Email Print 156
ຂປລ ຂປລ. ກອງປະຊຸມລັດຖະມົນຕີແຮງງານ ລາວ-ມຽນມາ ຈັດຂຶ້ນໃນວັນທີ 21 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ທ່ານ ອູ ມິນ ນອງ (U Myint Naung) ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສສ ມຽນມາ, ມີ ທ່ານ ອອງ ໂກ (Aung KO) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງ ຂອງສອງຝ່າຍ ລາວ ແລະ ມຽນມາ ເຂົ້າຮ່ວມ.



ຂປລ. ກອງປະຊຸມລັດຖະມົນຕີແຮງງານ ລາວ-ມຽນມາ ຈັດຂຶ້ນໃນວັນທີ
21 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ທ່ານ ອູ ມິນ ນອງ (U Myint Naung) ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສສ ມຽນມາ, ມີ ທ່ານ ອອງ ໂກ (Aung KO) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງ ຂອງສອງຝ່າຍ ລາວ ແລະ ມຽນມາ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການເສີມສ້າງສາຍພົວພັນ ຮ່ວມມືດ້ານແຮງງານ ລະຫວ່າງສອງກະຊວງ ໃຫ້ກ້າວສູ່ການຮ່ວມມືທີ່ເປັນຮູບປະທໍາ.



ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ມີຄໍາເຫັນວ່າ: ກອງປະຊຸມ ໄດ້ຕີລາຄາສູງຕໍ່ ຜົນສໍາເລັດຂອງສອງຝ່າຍ ທີ່ໄດ້ມີຄວາມພະຍາຍາມ ໃນການປະສານສົມທົບກັນເປັນຢ່າງດີ ໃນຕະຫລອດໄລຍະຜ່ານມາ
ເຮັດໃຫ້ສອງກະຊວງ ສາມາດຍາດໄດ້ຜົນສໍາເລັດອັນຈົບງາມ ໂດຍສະເພາະແມ່ນ ການລົງເລິກຮ່ວມມື ດ້ານແຮງງານ ລາວ-ມຽນມາ ຊຶ່ງຖືວ່າເປັນບາດກ້າວທີ່ດີ ໃຫ້ແກ່ແຮງງານຂອງສອງປະເທດ ຈະໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍ; ໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ໂດຍສະເພາະ ສອງຝ່າຍໄດ້ມີຄວາມພະຍາຍາມ ໃນການປະສານສົມທົບ ກັນຢ່າງໃກ້ສິດ, ມີການປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານ ເສີມສ້າງສາຍພົວພັນຮ່ວມມື ໂດຍສະເພາະດ້ານແຮງງານ ລາວ-ມຽນມາ ໃຫ້ກ້າວສູ່ການຮ່ວມມື ທີ່ເປັນຮູບປະທໍາ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ສອງປະເທດ ຕາມກົດໝາຍ ແລະ ລະບຽບການກຳນົດ.




ກອງປະຊຸມໄດ້ເປັນເອກະພາບ ແລະ ຮ່ວມລົງນາມໃສ່ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ມຽນມາ ແລະ ບົດບັນທຶກກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ ເພື່ອເປັນບ່ອນອີງໃຫ້ແກ່ສອງຝ່າຍ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ
, ກອງປະຊຸມຍັງໄດ້ປຶກສາຫາລື ຕໍ່ກັບແຜນການຮ່ວມມື ຂອງສອງກະຊວງ ໃນຕໍ່ໜ້າ ຊຶ່ງໄດ້ເອກະພາບຮ່ວມກັນ ໃນບາງເນື້້ອໃນຕົ້ນຕໍຄື: ສອງຝ່າຍ ຈະແຕ່ງຕັ້ງຄະນະວິຊາການ ເພື່ອປະສານສົມທົບຄົ້ນຄວ້າ ກົນໄກການປະສານງານ ແລະ ກົນໄກການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແນໃສ່ເຮັດໃຫ້ການຈັດຕັ້ງ ຜັນຂະຫຍາຍເນື້ອໃນຂອງບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານແຮງງານ ລາວ-ມຽນມາ ໄດ້ຮັບການປະຕິບັດ ຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດສູງ; ສະເໜີໃຫ້ສອງຝ່າຍ ລົງເລິກສ້າງຮ່າງຂໍ້ຕົກລົງ ການຮ່ວມມືກັນ ເປັນອັນສະເພາະ ຂອງແຕ່ລະວຽກ ທີ່ເອກະພາບກັນ ຊຶ່ງເປັນວຽກຮີບດ່ວນ ໂດຍສະເພາະ ການຜັນຂະຫຍາຍເນື້້ອໃນພາຍໃຕ້ ມາດຕາ 5 ແລະ ມາດຕາ 8 ເພື່ອນໍາໄປສູ່ການແກ້ໄຂບັນຫາແຮງງານ ທີ່ເຂົ້າມາເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ ໂດຍສະເພາະ ຢູ່ເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ດ້ວຍການດໍາເນີນການຂຶ້ນທະບຽນຮັບຮູ້ ແລະ ຢັ້ງຢືນຈາກສອງຝ່າຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເຂົາເຈົ້າຕາມກົດໝາຍ.

ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ຍັງຕີລາຄາສູງ ຕໍ່ຜົນສຳເລັດກອງປະຊຸມ ແລະ ການພົວພັນຮ່ວມມືທີ່ ທັງສອງກະຊວງຍາດມາໄດ້ ແລະ ພ້ອມສະໜັບສະໜູນ ແຜນການຮ່ວມມື ໃນຕໍ່ໜ້າ ແລະ ເພີ່ມທະວີການປະສານງານຢ່າງໃກ້ສິດ ເພື່ອສາມາດຍາດໄດ້ຜົນສໍາເລັດ ຂອງການຮ່ວມມື ຫລາຍກວ່າເກົ່າ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນ ການເສີມສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດ ລາວ-ມຽນມາ ແລະ ມຽນມາ-ລາວ.


ຂ່າວ-ພາບ: ສົມຫວັງ

KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

ads
ads

Top