ລາວ-ຕວັກກີ ຫາລືຊຸກຍູ້ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື

21/10/2024 18:42
Email Print 120
ຂປລ ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ພົບປະສອງຝ່າຍກັບ ທ່ານ ອອສ໌ມານ ຊາລັມ ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດໃຫຍ່ ແຫ່ງສາທາລະນະລັດ ຕວັກກີ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນໄອປາ(AIPA) ຄັ້ງທີ 45 ຢູ່ນະຄອນຫລວງ ວຽງຈັນ.



ຂປລ.
ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ພົບປະສອງຝ່າຍກັບ ທ່ານ ອອສ໌ມານ ຊາລັມ ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດໃຫຍ່ ແຫ່ງສາທາລະນະລັດ ຕວັກກີ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນໄອປາ(AIPA) ຄັ້ງທີ 45 ຢູ່ນະຄອນຫລວງວຽງຈັນ.

ທ່ານ ສຸບັນ ສະວະບຸດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງຕໍ່ການພົບປະກັບ ທ່ານ ອອສ໌ມານ ຊາລັມ ເພື່ອປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ຕວັກກີ ກໍຄື ລະຫວ່າງສອງອົງການນິຕິ ບັນຍັດ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ການພົວພັນຮ່ວມມືລະຫວ່າງ ສອງປະເທດລາວ ແລະ ຕວັກກີ ຕະຫລອດ ໄລຍະ 66 ປີ (26/6/1958-26/6/2024) ທີ່ຜ່ານມາໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງ ແລະ ລະດັບຕ່າງໆ ຂອງສອງປະເທດ, ການຮ່ວມມືທາງດ້ານການ ເມືອງ, ເສດຖະກິດ-ການຄ້າ, ການລົງທຶນ, ສາທາລະນະສຸກ, ການສຶກສາ, ກະສິກໍາ-ປ່າໄມ້, ແຮງງານ, ທ່ອງທ່ຽວ ແລະ ອື່ນໆ ໄດ້ມີການຂະຫຍາຍຕົວ. ໃນໄລຍະຜ່ານມາຕວັກກີ ໄດ້ໃຫ້ ການຊ່ວຍເຫລືອທາງດ້ານພັດທະນາ ຊັບພະຍາກອນມະນຸດແກ່ ສປປ ລາວ, ມີການແລກປ່ຽນສານຊົມເຊີຍ ໃນໂອກາດວັນສຳຄັນຂອງຊາດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນເຊັ່ນ: AIPA, IPU, APPF ເປັນການປະກອບສ່ວນ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.




ພ້ອມນີ້
, ທ່ານ ສຸບັນ ສະວະບຸດ ໄດ້ລາຍງານສະພາບການພົ້ນເດັ່ນຂອງ ສປປ ລາວໃນ 6 ເດືອນຕົ້ນປີ 2024 ເສດຖະກິດສືບຕໍ່ຂະຫຍາຍຕົວ ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 4.7%; ປັດຈຸບັນ ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາກົດໝາຍທັງໝົດ 167 ສະບັບ ທີ່ກວມເອົາຂົງເຂດການປົກຄອງ, ເສດຖະກິດ, ວັດທະນະທຳ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ກຳລັງສຸມໃສ່ຄົ້ນຄວ້າ ປັບປຸງລັດຖະທຳມະນູນ ສະບັບປີ 2015 ຊຶ່ງເປັນການປັບປຸງລັດຖະທຳມະນູນ ເປັນຄັ້ງທີ 3 ແລະ ຄາດວ່າຈະນໍາເຂົ້າມາພິຈາລະນາ ແລະ ຮັບຮອງໃນປີ 2025 ນີ້.




ໃນຕໍ່ໜ້າສອງອົງການນິຕິບັນຍັດ ຈະສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນ ຄະນະຜູ້ແທນນຳກັນ ໃນລະດັບຕ່າງໆ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ
; ຊ່ວຍສ້າງຊັບພະຍາກອນມະນຸດ ເປັນຕົ້ນແມ່ນການຝຶກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນນຳກັນ ເພື່ອຍົກສູງຂີດຄວາມສາມາດ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງ ສປປ ລາວ; ສະເໜີໃຫ້ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບາ ນຂອງສອງປະເທດສືບຕໍ່ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ ແລະ ໂຄງການຮ່ວມມືທີ່ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດ ມາສູ່ປະຊາຊົນຢ່າງແທ້ຈິງ; ສະເໜີໃຫ້ມີການສືບຕໍ່ ແລກປ່ຽນຄຳເຫັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ໂອກາດນີ້, ທ່ານ ສຸບັນ ສະວະບຸດ ໄດ້ກ່າວສະແດງຄວາມຂອບໃຈ ລັດຖະບານ, ລັດຖະສະພາ ແລະ ປະຊາຊົນ ຕວັກກີ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຕະຫລອດໃນໄລຍະຜ່ານມາ ເປັນການປະກອບສ່ວນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.


ຂ່າວ: ພູວັນ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

ads
ads

Top