ກອງປະຊຸມສະມັດຊາໃຫຍ່ ໄອປາ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

21/10/2024 18:36
Email Print 102
ຂປລ ຂປລ. ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ 21 ຕຸລາ 2024 ພາຍຫລັງດຳເນີນມາແຕ່ວັນທີ 18 ຕຸລາ ຜ່ານມາ, ທີ່ນະຄອນຫລວງວຽງຈັນ ສປປ ລາວ



ຂປລ. ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (
AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ຂອງອາຊຽນໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ 21 ຕຸລາ 2024 ພາຍຫລັງດຳເນີນມາແຕ່ວັນທີ 18 ຕຸລາ ຜ່ານມາ, ທີ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ແລະ ປະທານໄອປາ ຄັ້ງທີ 45, ມີປະທານລັດຖະສະພາ ຈາກບັນດາປະເທດສະມາຊິກໄອປາ ແລະ ປະເທດສັງເກດການ, ເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ
ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ສປປ ລາວ ມີຄວາມຍິນດີ ແລະ ພາກພູມໃຈ ທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມ ໄອປາ ຄັ້ງທີ 45 ໄດ້ປຶກສາຫາລື ແລະ ຕົກລົງຫລາຍຫົວຂໍ້ສໍາຄັນ ຕາມພາລະບົດບາດຂອງຕົນ ເພື່ອເປັນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ໃນຂະແໜງການນິຕິບັນຍັດ ກໍຄື ເພື່ອປະກອບສ່ວນເຂົ້າໃນ ຂະບວນການການ ສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ກໍຄື ການປະກອບສ່ວນເຂົ້າໃນພາລະ ກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບຸນພູນສຸກຂອງພາກພື້ນ. ບັນດາຍັດຕິທີ່ໄອປາ ໄດ້ຮັບຮອງເອົາໃນໂອກາດ ກອງປະຊຸມຄັ້ງນີ້, ກວມເອົາຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ, ວຽກງານພາຍໃນ, ກອງປະຊຸມລະຫວ່າງອາຊຽນ ແລະ ໄອປາ ເຊິ່ງຈະເປັນເອກະສານພື້ນຖານສຳຄັນ ສຳລັບການຜັນຂະຫຍາຍ ຄຳຂວັນສຳລັບການເປັນປະທານໄອປາ ຄັ້ງທີ 45 ຂອງ ສປປ ລາວ ໃນປີ 2024. ນອກຈາກນີ້, ກໍໄດ້ມີກອງປະຊຸມຮ່ວມລະຫວ່າງ ໄອປາ ກັບ ລັດຖະສະພາປະເທດສັງເກດການ ເພື່ອເພີ່ມທະວີການຮ່ວມມື, ການສະໜັບສະໜູນ, ແກ້ໄຂບັນຫາທີ່ເກີດຂຶ້ນ ແນໃສ່ຮັບປະກັນການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ, ຊຶ່ງປະທານກອງປະຊຸມແຕ່ລະກຳມາທິການປະຈຳ ໄດ້ລາຍງານຈະແຈ້ງຄົບຖ້ວນແລ້ວ.




ເພື່ອໃຫ້ຜົນຂອງກອງປະຊຸມ ໄອປາ ຄັ້ງນີ້
, ໄດ້ຮັບການຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງບັນດາສະມາຊິກ ລັດຖະສະພາລະຫວ່າງຊາດອາຊຽນ, ລັດຖະສະພາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາໄອປາ ນຳເອົາເນື້ອໃນຈິດໃຈສຳຄັນ ຂອງບັນດາມະຕິຕ່າງໆ ກໍຄື ຄຳຕົກລົງຂອງກອງປະຊຸມ ໄປເຜີຍແຜ່ ແລະ ເຊື່ອມສານເຂົ້າໃນວຽກງານ ຂອງຕົນໃຫ້ປະກົດຜົນເປັນຈິງ, ສາມາດປະເມີນໄດ້ ແລະ ມີການລາຍງານຢ່າງເປັນລະບົບ. ທັງນີ້, ກໍເພື່ອຍົກສູງບົດບາດຂອງໄອປາ ໃນການຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2025 ກໍຄື ການສົ່ງ ເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ເຮັດໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ, ຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.

ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາລັດຖະສະພາ ປະເທດສະມາຊິກໄອປາ, ລັດຖະສະພາສັງເກດການ, ກອງເລຂາໄອປາ, ສະພາແຫ່ງຊາດລາວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການປະຕິບັດໜ້າທີ່ ອັນມີກຽດສະຫງ່າດັ່ງກ່າວ ດ້ວຍຜົນສຳເລັດອັນຈົບ ງາມ ແລະ ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານໄອປາ ຂອງມາເລເຊຍ ໃນຄັ້ງຕໍ່ໄປນີ້ ຈະປະສົບຜົນສຳເລັດໃໝ່ໃຫຍ່ຫລວງກ່ວາເກົ່າ.




ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

ads
ads

Top