ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການ

16/10/2024 14:38
ຂປລ ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ



ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ
, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ ​ເຊິ່ງປະກອບ​ມີ: ຜະລິດຕະພັນນົມ ແລະ ອາຫານເສີມ OVISURE GOLD, Dlgo sure, Zextra Sure, Via Sure, Canxi Hevisure gold, GluOats, Gluzextra Gold, HIUP COMPLETE, Sica sure canxi wemee, Pro up, Hevifood Body fit ເຊິ່ງຜະລິດຕະພັນ ດັ່ງກ່າວ, ແມ່ນມີການກ່າວອ້າງ ແລະ ໂຄສະນາ ສັບພະຄຸນເກີນຄວາມຈິງ, ບໍ່ໄດ້ຂຶ້ນທະບຽນ, ບໍ່ໄດ້ຮັບອະນຸຍາດນໍາເຂົ້າ ແລະ ບໍ່ໄດ້ຮັບອະນຸຍາດໂຄສະນາ ຈາກກົມອາຫານ ແລະ ຢາ.

ດັ່ງນັ້ນ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງທຸກ​ພາກສ່ວນ ຫ້າມບໍລິໂພກ ແລະ ຈຳໜ່າຍຜະລິດຕະພັນດັ່ງກ່າວ, ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາ ກວດພົບເຫັນຜະລິດຕະພັນດັ່ງກ່າວ  ແມ່ນຈະໄດ້ອາຍັດ, ຢຶດ ແລະ ຖືກປະຕິບັດມາດຕະການ ຕາມກົດໝາຍວ່າ​ດ້ວຍອາຫານ.

ເພື່ອສືບຕໍ່ຕິດຕາມ ກວດກາສະພາບການຈໍລະຈອນ ຜະລິດຕະພັນດັ່ງກ່າວ, ກົມອາຫານ ແລະ ຢາ ສະເໜີໃຫ້ພະແນກສາທາລະນະສຸກແຂວງ, ນະຄອນຫລວງ ຊີ້ນຳຂະແໜງອາຫານ ແລະ ຢາ ແຂວງ, ນະຄອນຫລວງ ຕິດຕາມກວດກາຢູ່ດ່ານນໍາເຂົ້າ ແລະ ໃນທ້ອງຕະຫລາດໃຫ້ທົ່ວເຖິງ, ເຂັ້ມງວດ ແລະ ລາຍງານມາຍັງກົມອາຫານ ແລະ ຢາ ເພື່ອຊາບ ແລະ ຊອກວິທີທາງແກ້ໄຂ.

KPL

ຂ່າວອື່ນໆ

    • ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາວັດທະນະທຳ-ສັງຄົມ

      ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາ

      10/16/2024 2:55:15 PM

      ຂປລ. ວັນທີ 15 ຕຸລາ 2024 ຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ເງິນສະໜັບສະໜູນ ການເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ

    • ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບວັດທະນະທຳ-ສັງຄົມ

      ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ

      10/15/2024 2:42:32 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໃນວັນທີ 14 ຕຸລາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ

    • ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ຈະບໍລິການກວດ-ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າວັດທະນະທຳ-ສັງຄົມ

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ຈະບໍລິການກວດ-ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ

      10/15/2024 1:53:45 PM

      ຂປລ. ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫລວງວຽງຈັນ ຈະໃຫ້ບໍລິການກວດຕາ, ແຈກແວ່ນຕາ(ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ໃນວັນທີ 16 ຕຸລາ 2024 ໂອກາດສະເຫລີມສະຫລອງວັນສາຍຕາໂລກ ຄົບຮອບ 22 ປີ (12/10/2002-12/10/2024).

    • ບໍລິສັດ ຊີຈີເອັນ ຮ່ວມສ້າງຄູ່ຮ່ວມຊາຕາກຳລາວ-ຈີນວັດທະນະທຳ-ສັງຄົມ

      ບໍລິສັດ ຊີຈີເອັນ ຮ່ວມສ້າງຄູ່ຮ່ວມຊາຕາກຳລາວ-ຈີນ

      10/15/2024 1:50:49 PM

      ຂປລ. ກອງປະຊຸມອາຊຽນບວກສາມ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 27 ທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຜ່ານ​ມາ, ຢູ່ນະຄອນຫລວງວຽງຈັນ ​ແລະ ​ໃນໂອກາດດັ່ງກ່າວ, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຊີ້ໃຫ້ເຫັນທິດທາງພັດທະນາໃນອະນາຄົດ, ເນັ້ນໜັກເຖິງ ການເສີມຂະຫຍາຍ ຄວາມຮັບຮູ້ຂອງອາຊຽນ, ໝູນໃຊ້ ພູມປັນຍາຂອງປະເທດຕາເວັນອອກ, ພ້ອມທັງຮ່ວມ ກັນສ້າງອາຊຽນ ໃຫ້ມີສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ເປີດກວ້າງ ແລະ ເຊື່ອມໂຍງເຂົ້າກັນ.

    • ປະທານແນວລາວສ້າງຊາດເມືອງທຸລະຄົມ  ເຄື່ອນໄຫວວຽກງານຢູ່ຂັ້ນຮາກຖານວັດທະນະທຳ-ສັງຄົມ

      ປະທານແນວລາວສ້າງຊາດເມືອງທຸລະຄົມ ເຄື່ອນໄຫວວຽກງານຢູ່ຂັ້ນຮາກຖານ

      10/12/2024 11:28:54 PM

      ຂປລ. ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 10-11 ຕຸລາ 2024 ຜ່ານມາ, ທ່ານ ນາງ ຈັນທະມາໄລ ບຸນໄຊທິບ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ແລະ ທ່ານ ເຢ່ຍວື່ ຈົ່ງເນັ່ງ ກໍາມະການພັກເມືອງ

ads
ads

Top