ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນ

16/10/2024 15:01
ຂປລ ຂປລ. ວັນ​ທີ 15 ຕຸລາ 2024 ຜ່ານ​ມາ, ​ໄດ້​ມີກອງປະຊຸມຖອດຖອນບົດຮຽນການ ຈັດຕັ້ງປະຕິບັດວຽກງານປະສານງານຂອງ 4 ພາກສ່ວນ



ຂປລ. ວັນ​ທີ 15 ຕຸລາ 2024 ຜ່ານ​ມາ, ​ໄດ້​ມີກອງປະຊຸມຖອດຖອນບົດຮຽນການ ຈັດຕັ້ງປະຕິບັດວຽກງານປະສານງານຂອງ
4 ພາກສ່ວນ ປະກອບ​ມີ: ກຳມາທິການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ໃນໄລຍະແຕ່ກອງປະຊຸມ ຄັ້ງປະຖົມມະລືກຫາ ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ແລະ ທິດທາງແຜນການຮອດທ້າຍປີ 2025 ພາຍ​ໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ກຳມະການ ສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຕາງໜ້າຄະນະປະສານງານ4 ພາກສ່ວນ, ພ້ອມດ້ວຍຕາງໜ້າຈາກ ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.




ກອງ​ປະຊຸມ​ຈັດ​ຂຶ້ນ ເພື່ອເປັນການສະຫລຸບຕີລາຄາດ້ານດີ
, ດ້ານອ່ອນ ແລະ ຖອດຖອນບົດ ຮຽນໃນການຈັດຕັ້ງປະຕິບັດ ວຽກປະສານງານຂອງ 4 ພາກສ່ວນ, ທັງເຮັດໃຫ້ຄະນະປະ ສານງານຊຸດໃໝ່ ຂອງ 2 ກະຊວງ ຮັບຮູ້, ເຂົ້າໃຈ ແລະ ກຳໄດ້ບັນດາວຽກງານປະສານງານຂອງ 4 ພາກສ່ວນໃນໄລຍະຜ່ານມາ ແລະ ກຽມພ້ອມສືບຕໍ່ໃຫ້ການຮ່ວມມື ໃນການປະສານງານ ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ, ມີປະສິດ ທິຜົນສູງ ແລະ ຮັບປະກັນຄວາມເປັນ ເອກະພາບ ກ່ຽວກັບແຜນການປະສານງານ ແຕ່ນີ້ຮອດທ້າຍປີ 2025.

ກອງປະຊຸມໄດ້ຮັບຟັງບົດສະຫລຸບ ການຈັດຕັ້ງປະຕິບັດວຽກງານປະສານງານ ໃນໄລຍະແຕ່ກອງປະຊຸມ ຄັ້ງປະຖົມມະລືກ ຫາກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ທິດທາງແຜນການແຕ່ນີ້ຮອດທ້າຍປີ 2025; ບົດຄຳເຫັນຂອງຄະນະປະສານງານ ກະຊວງປ້ອງກັນປະ ເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະ ພັນນັກຮົບເກົ່າແຫ່ງຊາດ ຕໍ່ສະພາບການປະສານງານ ໃນໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເຊິ່ງເປັນການຢັ້ງ ຢືນໃຫ້ເຫັນດ້ານດີ-ຜົນງານ ທີ່ຄະນະປະສານງານ 4 ພາກສ່ວນ ຍາດມາໄດ້ໃນໄລຍະຜ່ານມາ, ທັງສ່ອງແສງໃຫ້ເຫັນ ບັນຫາດ້ານອ່ອນ-ຂໍ້ຄົງຄ້າງ ຢ່າງພາວະວິໄສ ແລະ ສະເໜີທິດທາງ, ວິທີການ, ມາດຕະການ ເພື່ອປັບປຸງບັນຫາທີ່ຍັງຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ.



​ໂອກາດ​ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ເນັ້ນໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະ ຫຍາຍຂໍ້ຕົກລົງຮ່ວມກັນ ໂດຍຫັນມາເປັນແຜນວຽກລະອຽດ, ມີການປະສານງານ ກັນຢ່າງກົມກຽວແຕ່ຫົວທີ ເພື່ອເປັນການປັບປຸງ
, ກໍ່ສ້າງກອງກຳລັງ ແລະ ການຈັດຕັ້ງ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ພົວພັນປະສານງານໃນການຄົ້ນຄວ້າ, ວິເຄາະວິໄຈ ແລະ ແລກປ່ຽນຂໍ້ມູນຂ່າວສານ, ສະ ພາບການພົ້ນເດັ່ນ ຢ່າງປົກກະຕິ ດ້ວຍຫລາຍວິທີ, ຫລາຍຮູບການ ຮັບປະກັນຄຸນນະພາບ, ທັນຕາມກຳນົດເວລາ ເພື່ອຄົ້ນຄວ້າວິທີ ການຕອບໂຕ້ ແລະ ແກ້ໄຂຢ່າງຖືກຕ້ອງ, ທັນການ; ຮ່ວມກັນເອົາໃຈໃສ່ ສ້າງຄວາມເຂັ້ມແຂງໃຫ້ແກ່ ການເຄື່ອນໄຫວວຽກງານປະສານງານ ເພື່ອເປັນຂົວຕໍ່ໂດຍກົງ ໃນເວລາເຄື່ອນໄຫວ ວຽກງານ ຕິດພັນກັບການຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມຊຳນານທາງດ້ານກົດໝາຍ ແລະ ວິຊາສະເພາະ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ; ປັບປຸງກົນໄກປະສານງານ, ແບບແຜນວິທີເຮັດວຽກ ກໍຄື ແບບແຜນການປະສານງານເຊິ່ງກັນ ແລະ ກັນ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງຮ່ວມກັນ, ຈຳກັດ ແລະ ອັດຕັນ ບັນຫາທີ່ເປັນ ຊ່ອງວ່າງໃຫ້ຫລຸດລົງ; ເລືອກເຟັ້ນເອົາບຸກຄະລາກອນ ທີ່ຈະມາປະຈຳການປະຕິບັດໜ້າທີ່ ຢູ່ສະພາແຫ່ງຊາດ ກໍຄື ສະພາປະຊາຊົນຂັ້ນແຂວງ ຕ້ອງໃຫ້ໄດ້ຜູ້ທີ່ມີຄຸນທາດ ການເມືອງ ໜັກແໜ້ນ, ມີແບບແຜນດຳລົງຊີວິດທີ່ປອດໃສ, ມີສະຕິຕໍ່ການ ຈັດຕັ້ງເຂັ້ມງວດ ແລະ ມີຄວາມຮູ້ຄວາມສາມາດໃນລະດັບທີ່ແນ່ນອນ.

ຂ່າວ: ອາລິນ ສຸພິມມະປະດິດ

KPL

ຂ່າວອື່ນໆ

    • ປາຖະກະຖາ ສະຫລອງວັນການທູດລາວ ຄົບຮອບ 79 ປີການເມືອງ

      ປາຖະກະຖາ ສະຫລອງວັນການທູດລາວ ຄົບຮອບ 79 ປີ

      10/16/2024 2:49:26 PM

      ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາເພື່ອສະເຫລີມສະຫລອງ ວັນການທູດລາວ ຄົບຮອບ 79 ປີ (12/10/1945-12/10/2024) ໃນວັນທີ 16 ຕຸລາ 2024 ໂດຍໃຫ້ກຽດເປັນປະທານ ແລະ ຂຶ້ນບັນຍາຍຂອງ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນໍາກະຊວງ, ອະດີດທູດອາວຸໂສ, ພະນັກງານບໍານານ, ຄະນະກົມ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

    • ສະຖາບັນວິຈິດສິນແຫ່ງຊາດ ມອບ-ຮັບ ປະກາສະນີຍະບັດ ໃຫ້ຜູ້ສໍາເລັດການສຶກສາການເມືອງ

      ສະຖາບັນວິຈິດສິນແຫ່ງຊາດ ມອບ-ຮັບ ປະກາສະນີຍະບັດ ໃຫ້ຜູ້ສໍາເລັດການສຶກສາ

      10/16/2024 2:43:47 PM

      ຂປລ. ສະຖາບັນວິຈິດສິນແຫ່ງຊາດ ຈັດພິທີສະຫລຸບ ການຮຽນ-ການສອນສົກສຶກສາ 2023-2024, ເປີດສົກຮຽນໃໝ່ 2024-2025 ແລະ ມອບ-ຮັບໃບປະກາສະນີຍະບັດ ໃຫ້ຜູ້ສໍາເລັດ ການສຶກສາ ປະຈໍາສົກສຶກສາ 2023-2024 ຂຶ້ນໃນວັນທີ 15 ຕຸລາ 2024

    • ຕີລາຄາ ການປະຕິບັດແຜນແມ່ບົດ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນການເມືອງ

      ຕີລາຄາ ການປະຕິບັດແຜນແມ່ບົດ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

      10/16/2024 2:35:14 PM

      ຂປລ. ກອງເລຂາຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື ວຽກ​ງານ​ດັ່ງກ່າວໃນວັນທີ 14 ຕຸລາ 2024

    • ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່ການເມືອງ

      ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່

      10/16/2024 2:31:42 PM

      ຂປລ. ໃນວັນທີ 16 ຕຸລາ 2024 ນີ້, ສຳນັກຂ່າວສານປະເທດລາວ (ຂປລ) ຈັດພິທີມອບ-ຮັບ ໜ້າທີ ລະຫວ່າງ ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ເກົ່າ ແລະ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ໃໝ່, ພ້ອມທັງມອບຂໍ້ຕົກລົງວ່າດ້ວຍ ການອະນຸມັດພະນັກງານ-ລັດຖະກອນ ຮັບອຸດໜູນ ບຳນານ ໃຫ້ ທ່ານ ວິໄລ ມະນີລັດ ອະດີດຮອງຜູ້ອຳນວຍການ​ໃຫຍ່ ສຳນັກຂ່າວສານປະເທດລາວ

    • ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນການເມືອງ

      ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນ

      10/15/2024 3:59:20 PM

      ຂປລ. ຕອນບ່າຍວັນທີ 14 ຕຸລາ 2024 ຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການ ກອງເລຂາແຫ່ງຊາດ ໄອປາ-45 ໄດ້ຕາງໜ້າໃຫ້ສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການກະກຽມດຳເນີນ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ

ads
ads

Top