ບໍລິສັດໂບອິງ ຈະປັບຫລຸດພະນັກງານ 10%

16/10/2024 12:31
ຂປລ ບໍລິສັດໂບອິງ ຜູ້ຜະລິດເຮືອບິນ ແຫ່ງໃຫຍ່ຂອງໂລກ ຈະປັບຫລຸດ ພະນັກງານ ທັງໝົດ 17.000 ຄົນ ຫລື ກວມເອົາ 10% ແລະ ລໍຖ້າສົ່ງມອບ ເຮືອບິນລຸ້ນ 777ເອັກ(777X) ໄປອີກ 1 ປີ.

ຂປລ.ອ້າງຕາມຂ່າວ ເວີຈີເນຍ, ບໍລິສັດໂບອິງ ຜູ້ຜະລິດເຮືອບິນ ແຫ່ງໃຫຍ່ຂອງໂລກ ຈະປັບຫລຸດ ພະນັກງານ ທັງໝົດ 17.000 ຄົນ ຫລື ກວມເອົາ 10% ແລະ ລໍຖ້າສົ່ງມອບ ເຮືອບິນລຸ້ນ 777ເອັກ(777X) ໄປອີກ 1 ປີ. ທ່ານ ເຄລລີ ອໍຣເບີຣກ ປະທານເຈົ້າໜ້າທີ່ ບໍລິຫານ ຂອງໂບອິງ ປະກາດວ່າ ຈະຕ້ອງປັບຫລຸດຈຳນວນພະນັກງານ ເພື່ອໃຫ້ສອດຄອງ ກັບຄວາມເປັນຈິງ ທາງການເງິນ ແລະ ໃຫ້ເປັນໄປຕາມ ການຈັດລຳດັບ ຄວາມສຳຄັນ ທີ່ມີການແນ່ນອນ ຫລາຍຂຶ້ນ.

ການປັບຫລຸດ ຈຳນວນ ພະນັກງານນີ້ ປະກອບມີ ຜູ້ບໍລິຫານ, ຜູ້ຈັດການ ແລະ ພະນັກງານ ໃນໄລຍະຫລາຍເດືອນຕໍ່ໜ້າ. ໃນຂະນະທີ່ ບໍລິສັດໂບອິງ ໄດ້ແຈ້ງລູກຄ້າວ່າ: ຈະສົ່ງມອບ ເຮືອບິນລຸ້ນ 777 ເອັກສ  ຊຸດທຳອິດ ໃນປີ 2026 ເນື່ອງຈາກ ມີບັນຫາ ເລື່ອງຢຸດຕິ ການທົດລອງການບິນ ແລະ ພະນັກງານ ນັດຢຸດພັກງານ.

ການຕັດສິນໃຈນີ້ ຖືເປັນການປ່ຽນແປງ ຄັ້ງໃຫຍ່ ຂອງ ທ່ານ ເຄລລີ ອໍຣເບີຣ ຕັ້ງແຕ່ເຂົ້າມາ ຮັບຕໍາແໜ່ງໃນເດືອນສິງຫາ ແລະ ມີຂຶ້ນໃນຂະນະທີ່ ພະນັກງານ 33.000 ຄົນ ຢຸດພັກງານ./.

KPL

ຂ່າວອື່ນໆ

ads
ads

Top