ອາຣັບບີຊາອຸດິດ ສົ່ງເຄື່ອງຊ່ວຍເຫລືອໃຫ້ແກ່ ລີບັງ 60-80 ໂຕນຕໍ່ວັນ

16/10/2024 12:31
ຂປລ ເປົ້າໝາຍຂອງ ອາຣັບບີຊາອຸດິດຄື ການຊ່ວຍຊີວິດຜູ້ຄົນ, ການປົກປ້ອງຊີວິດ ຜູ້ອົບພະຍົບ ແລະ ປັບປຸງ ຄຸນນະພາບຊີວິດ ຂອງຜູ້ຍົກຍ້າຍ ຖິ່ນຖານ ໃນລີບັງ. ຄວາມຊ່ວຍເຫລືອຂອງ ອາຣັບບີ ຊາອຸດິດ ຄັ້ງນີ້ ຈະຈັດສົ່ງໃຫ້ ລີບັງ ຈະບໍ່ມີຂໍ້ຈຳກັດໃດໆ.

ຂປລ.ອ້າງຕາມຂ່າວ ຣິຢັດ, ອາຣັບບີ ຊາອຸດິດ ເປີດເຜີຍວ່າ: ກຽມຈັດສົ່ງ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ ລີບັງ ວັນລະ 60-80 ໂຕນ. ໂຄສົກ ສູນຊ່ວຍເຫລືອ ດ້ານມະນຸດສະທຳ ແລະ ບັນເທົາທຸກ ສົມເດັດ ພະຣາຊາ ທິບໍດີ ຊັລມານ ລະບຸວ່າ: ເປົ້າໝາຍຂອງ ອາຣັບບີຊາອຸດິດຄື ການຊ່ວຍຊີວິດຜູ້ຄົນ, ການປົກປ້ອງຊີວິດ ຜູ້ອົບພະຍົບ ແລະ ປັບປຸງ ຄຸນນະພາບຊີວິດ ຂອງຜູ້ຍົກຍ້າຍ ຖິ່ນຖານ ໃນລີບັງ. ຄວາມຊ່ວຍເຫລືອຂອງ ອາຣັບບີ ຊາອຸດິດ ຄັ້ງນີ້ ຈະຈັດສົ່ງໃຫ້ ລີບັງ ຈະບໍ່ມີຂໍ້ຈຳກັດໃດໆ.

ສຳນັກງານ ເພື່ອການປະສານງານ ດ້ານມະນຸດສະທຳ ແຫ່ງສະຫະ ປະຊາຊາດ (OCHA) ຖະແຫລງວ່າ ປັດຈຸບັນ ຈຳນວນ ຊາວລີບັງ ຍົກຍ້າຍຖິ່ນຖານ ມີຫລາຍກວ່າ 1 ລ້ານຄົນ ໃນໄລຍະເກີດ ສົງຄາມໃຫຍ່ ລະຫວ່າງ ອິດສະຣາແອນ ກັບ ລີບັງ ເມື່ອປີ 2006 . ນອກນີ້ ຍັງມີປະຊາຊົນ 1,2 ລ້ານຄົນ ຕ້ອງອົບພະຍົບ ອອກຈາກເຮືອນຊານ ຕັ້ງແຕ່ວັນທີ 23 ກັນຍາຜ່ານມາ./.

KPL

ຂ່າວອື່ນໆ

ads
ads

Top